ປະກາດການຮັບຮອງເອົາຄະນະບໍລິຫານງານພັກ ກົມໃຫຍ່ພະລາທິການກອງທັບ ສະໄໝທີ VII
ສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ
ພິທີປະກາດການຮັບຮອງເອົາຄະນະບໍລິຫານງານພັກ ກົມໃຫຍ່ພະລາທິການກອງທັບ ສະໄໝທີ VII ໄດ້ຈັດຂຶ້ນໃນວັນທີ 13 ພຶດສະພາ 2025
ນີ້, ຢູ່ທີ່ສະໂມສອນກົມໃຫຍ່ພະລາທິການກອງທັບ, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈໍາພັກ
ກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະບໍລິຫານງານພັກ ກົມໃຫຍ່ພະລາທິການກອງ
ທັບ, ຜູ້ຕາງໜ້າກົມຈັດຕັ້ງພັກ, ກົມພະນັກງານ ກົມໃຫຍ່ການເມືອງກອງທັບ, ຄະນະພັກຮາກຖານ, ໜ່ວຍພັກເອກະລາດ ແລະ ພະນັກງານ, ສະ
ມາຊິກພັກພາຍໃນກົມໃຫຍ່ພະລາທິການກອງທັບ ເຂົ້າຮ່ວມ.
ສະຫາຍ ພັນໂທ ໄຊຍະສຸກ ແສງປະທິບ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງ
ປ້ອງກັນປະເທດ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານພັກ ກົມໃຫຍ່ພະລາທິການກອງກັບ ສະໄໝທີ VII, ອີງຕາມ ກົດລະບຽບ ຂອງພັກປະ
ຊາຊົນປະຕິວັດລາວ ສະໄໝທີ XI, ໝວດທີ V, ມາດຕາ 29 ຂໍ້ ກ, ອີງຕາມ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ, ຄັ້ງວັນທີ 26 ມີນາ
2025 ເລືອກຕັ້ງເອົາຄະນະບໍລິຫານງານພັກ ກົມໃຫຍ່ພະລາທິການກອງທັບ ສະໄໝທີ VII, ອີງຕາມ ໜັງສືສະເໜີ ຂອງກົມໃຫຍ່ການເມືອງກອງທັບ.
ຄະນະພັກກະຊວງປ້ອງກັນປະເທດ ຕົກລົງຮັບຮອງເອົາຄະນະບໍລິຫານງານພັກ ກົມໃຫຍ່ພະລາທິການກອງທັບ ສະໄໝທີ VII ປະກອບມີ ຈໍານວນ 15
ສະຫາຍຄື: ພົນຈັດຕະວາ ຈັນດີ ສຸລິວົງສັກ, ພົນຈັດຕະວາ ວົງສັກ ສີພັນດອນ, ພົນຈັດຕະວາ ບົວສິງ ອິນທະວົງ, ພົນຈັດຕະວາ ຈັນທະຈັກ ໄຊຍະວົງ
ສາ, ພົນຈັດຕະວາ ພິມພາ ດວງຈັນດີ, ພົນຈັດຕະວາ ຄໍາແພງ ພູມມາແກ້ວ, ພົນຈັດຕະວາ ສົມໃຈ ຄໍາມະນີ, ພົນຈັດຕະວາ ຈັນສະໝອນ ມະຫາວົງ,
ພົນຈັດຕະວາ ສອນໄຊ ວົງພະຈັນ, ພົນຈັດຕະວາ ຕີເບດ ສີແພງຄູນ, ພົນຈັດຕະວາ ບຸນຍົງ ວົງພົມ, ພົນຈັດຕະວາ ຄໍາແຫວນ ຫຼ້າບົວມະຫາໄຊ, ພັນ
ເອກ ພູວຽງ ດາວັນນາຮັກ, ພົນຈັດຕະວາ ນາງ ມາລີວອນ ສຸລິຍະແສງ ແລະ ພັນເອກ ເພັດທອງຄູນ ວົງຜາຈັນ, ຮັບຮອງເອົາຄະນະປະຈຳພັກ ກົມ
ໃຫຍ່ພະລາທິການກອງທັບ ຈໍານວນ 5 ຄື: ພົນຈັດຕະວາ ຈັນດີ ສຸລິວົງສັກ, ພົນຈັດຕະວາ ວົງສັກ ສີພັນດອນ, ພົນຈັດຕະວາ ບົວສິງ ອິນທະວົງ, ພົນ
ຈັດຕະວາ ຈັນທະຈັກ ໄຊຍະວົງສາ, ພົນຈັດຕະວາ ພິມພາ ດວງຈັນດີ, ຮັບຮອງເອົາເລຂາ ແລະ ຮອງເລຂາຄະນະບໍລິຫານງານພັກ ກົມໃຫຍ່ພະລາທິ
ການກອງທັບ ຈໍານວນ 2 ສະຫາຍຄື: ພົນຈັດຕະວາ ຈັນດີ ສຸລິວົງສັກ ເປັນເລຂາຄະນະບໍລິຫານງານພັກ, ພົນຈັດຕະວາ ວົງສັກ ສີພັນດອນ ເປັນຮອງ
ເລຂາຄະນະບໍລິຫານງານພັກ, ຮັບຮອງເອົາປະທານ ແລະ ຮອງປະທານຄະນະກວດກາພັກ ກົມໃຫຍ່ພະລາທິການກອງທັບ ຈໍານວນ 3 ສະຫາຍຄື:
ພົນຈັດຕະວາ ບົວສິງ ອິນທະວົງ ເປັນປະທານຄະນະກວດກາພັກ, ພັນໂທ ສຸດຖາວອນ ພົງພັນ ເປັນຮອງປະທານຄະນະກວດກາພັກ ແລະ ພັນໂທ
ແສງເພັດ ພົມມະຫາໄຊ ເປັນຮອງປະທານຄະນະກວດກາພັກ ກົມໃຫຍ່ພະລາທິການກອງທັບ ສະໄໝທີ VII.
ໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ໂອ້ລົມຕໍ່ກອງປະຊຸມ ເຊິ່ງໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານພັກ ກົມໃຫຍ່ພະລາທິການກອງ
ທັບ ສະໄໝທີ VII ຈົ່ງເອົາໃຈໃສ່ສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ເປັນກົກ,
ເຊື່ອມຊຶມ, ກຳແໜ້ນ ແນວທາງນະໂຍບາຍຂອງພັກ, ປະຕິບັດມະຕິ, ຄໍາສັ່ງ, ລະບຽບວິໄນຂອງພັກ, ກົດໝາຍຂອງລັດ, ຂອງກອງທັບ, ເຊີດຊູນໍ້າໃຈ
ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງສຸດໃຈ, ສັດຊື່ບໍລິສຸດຕໍ່ຜົນປະໂຫຍດລວມຂອງຊາດ, ເພີ່ມທະວີຄວາມສາມັກຄີພາຍໃນພັກ ແລະ ພາຍໃນກົມກອງ
ໃຫ້ມີຄວາມໜັກແໜ້ນ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ແລະ ໜ້າທີ່ການເມືອງ
ຂອງກົມກອງທີ່ຂັ້ນເທິງມອບໝາຍໃຫ້, ຍົກສູງຄວາມສາມາດການນໍາພາຂອງຄະນະພັກແຕ່ລະຂັ້ນ, ປັບປຸງແບບບແຜນການນໍາພາ, ວິທີເຮັດວຽກບົນ,
ພື້ນຖານຢຶດໝັ້ນໃນຫຼັກການລວມສູນປະຊາທິປະໄຕ ຂອງພັກຢ່າງເຂັ້ມງວດ, ເອົາການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ, ເປັນໃຈ
ກາງໃຫ້ແກ່ການກໍ່ສ້າງພັກ, ປັບປຸງກົມກອງໃຫ້ມີອັນຫັນປ່ຽນດີກວ່າເກົ່າ, ປະຕິບັດທິດນຳ ນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງ
ດ້ວຍຕົນເອງໃຫ້ດີຂຶ້ນ, ຮັບປະກັນດ້ານພະລາທິການໃຫ້ແກ່ກອງທັບໃຫ້ມີຄວາມເຕີບໃຫຍ່, ເຂັ້ມແຂງ ແລະ ກ້າວໜ້າທັນສະໄໝ, ພ້ອມກັນນໍາເອົາ
ເນື້ອໃນມະຕິຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກ ກົມໃຫຍ່ພະລາທິການກອງທັບ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານການ
ເມືອງຂອງກົມກອງໃຫ້ມີຜົນສໍາເລັດຢ່າງຈົບງາມ.
ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 14/05/2025