ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຕ້ອນຮັບຄະນະຜູ້ແທນ
ພັກແລ້ງກອງທັບຣາຊະອານາຈັກກໍາປູເຈຍ


ທ່ານ ພົນຕີ ແສງມະນີວອນ ຄໍາມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ
ທ່ານ ພົນໂທ ເກ ດາ ຮອງຫົວໜ້າກົມ ຄົ້ນຄວ້າ-ສືບຂ່າວ ກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກກໍາປູເຈຍ

    ໃນວັນທີ 12 ມັງກອນ 2026 ນີ້, ທ່ານ ພົນຕີ ແສງມະນີວອນ ຄໍາມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ໃຫ້ການຕ້ອນ
ຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນ ພັກແລ້ງ ກອງທັບຣາຊະອານາຈັກກໍາປູເຈຍ ເຊິ່ງນໍາໂດຍ ທ່ານ ພົນໂທ ເກ ດາ ຮອງຫົວໜ້າກົມ
ຄົ້ນຄວ້າ-ສືບຂ່າວ ກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະ.

     ໃນໂອກາດນີ້, ທ່ານ ພົນຕີ ແສງມະນີວອນ ຄໍາມະນີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ການເດີນທາງ
ມາຢ້ຽມຢາມ ແລະ ທ່ອງທ່ຽວຢູ່ ສປປ ລາວ ຂອງຄະນະຜູ້ແທນໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການພົວພັນຮ່ວມມື
ມິດຕະພາບ ຖານບ້ານໃກ້ເຮືອນຄຽງທີ່ດີ ເຮັດໃຫ້ປະຊາຊົນສອງຊາດ ມີຄວາມເຂົ້າອົກເຂົ້າໃຈກັນ ແລະ ໄວ້ເນື້ອເຊື່ອໃຈກັນ ພ້ອມກັນເສີມຂະ
ຫຍາຍການພົວພັນຮ່ວມມື ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຍິ່ງໆ ຂຶ້ນ, ພ້ອມທັງອວຍພອນໃຫ້ຄະນະຈົ່ງເຄື່ອນໄຫວຢ້ຽມຢາມ ແລະ ທ່ອງທ່ຽວ
ຢູ່ ສປປ ລາວ ໃຫ້ມີຄວາມສຸກ ແລະ ເບີກບານມ່ວນຊື່ນ. ທ່ານ ພົນໂທ ເກ ດາ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ພົນຕີ ແສງມະນີວອນ ຄໍາ
ມະນີ ທີ່ໄດ້ສະຫຼະເວລາໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມເຊື່ອໝັ້ນວ່າ ສອງກອງທັບ ກໍາປູເຈຍ-ລາວ ຈະສືບຕໍ່ມີການພົວພັນ
ຮ່ວມມືກັນໃນຂົງເຂດວຽກງານດ້ານຕ່າງໆ ໃຫ້ກວ້າງຂວາງ ແລະ ຂະຫຍາຍຕົວຂຶ້ນເລື້ອຍໆ, ພ້ອມທັງໄດ້ອວຍພອນໃຫ້ ທ່ານ ພົນຕີ ແສງມະ
ນີວອນ ຄໍາມະນີ ຈົ່ງມີສຸຂະພາບແຂງແຮງ ມີຜົນສໍາເລັດໃນໜ້າທີ່ອັນມີກຽດຂອງທ່ານ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 14/01/2026