
ປະກາດການແຕ່ງຕັ້ງຂັ້ນພະແນກ ຂຶ້ນກັບກົມຂົນສົ່ງ ແລະ ກົມອຸປະໂພກ-ບໍລິໂພກ
ກົມໃຫຍ່ພະລາທິການກອງທັບ

ພິທີ ປະກາດການຍົກຍ້າຍ, ແຕ່ງຕັ້ງຂັ້ນຫົວໜ້າ-ຮອງຫົວໜ້າພະແນກ ຂຶ້ນກັບກົມຂົນສົ່ງ ແລະ ກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະ
ລາທິການກອງທັບ ໄດ້ຈັດຂຶ້ນໃນວັນທີ 12 ສິງຫາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກໍາ
ມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກອົງການກົມໃຫຍ່ພະລາທິ
ການກອງທັບ, ຄະນະກົມ, ຄະນະພັກ-ຄະນະບັນຊາກົມກອງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ກໍາມະການຄະນະພັກອົງການກົມໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການ
ກອງທັບ ໄດ້ຜ່ານຄໍາສັ່ງຍົກຍ້າຍ ແລະ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງນາຍທະຫານຂັ້ນ
ຫົວໜ້າ-ຮອງຫົວໜ້າພະແນກຂຶ້ນກັບກົມຂົນສົ່ງ ແລະ ກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ ໃນນີ້, ຕົກລົງ ຍົກຍ້າຍ
ສະຫາຍ ພັນໂທ ໄຊພອນ ບຸນທະວົງ ຫົວໜ້າການເມືອງ ກອງຮ້ອຍທີ 1 ກອງພັນ 401 ກອງທັບ ໄປຮັບໜ້າທີ່ໃໝ່ຢູ່ກົມຂົນສົ່ງ, ຍົກຍ້າຍ
ສະຫາຍ ພັນໂທ ພອນສະຫວັນ ຫຼວງອາໄພ ຮອງຫົວໜ້າອໍານວຍການໂຮງງານເກີບທັນວາກອງທັບ ໄປຮັບໜ້າທີ່ໃໝ່ ຢູ່ກົມອຸປະໂພກ-ບໍ
ລິໂພກ ກົມໃຫຍ່ພະລາທິການກອງທັບ, ແຕ່ງຕັ້ງ ສະຫາຍ ພັນໂທ ເພັດສີ ມະນີວົງ ເປັນຫົວໜ້າພະແນກສັງລວມ, ສະຫາຍ ພັນໂທ ເພັດ
ສະໝອນ ສີວົງສັກ ເປັນຫົວໜ້າພະແນກຂົນສົ່ງ, ສະຫາຍ ພັນໂທ ໄຊພອນ ບຸນທະວົງ ເປັນຮອງຫົວໜ້າພະແນກສັງລວມ, ສະຫາຍ ຮ້ອຍ
ເອກ ກິ ແກ້ວດວງໃຈ ເປັນຮອງຫົວໜ້າພະແນກຂົນສົ່ງ ແລະ ສະຫາຍ ພັນໂທ ພອນສະຫວັນ ຫຼວງອາໄພ ເປັນຮອງຫົວໜ້າພະແນກອຸປະ
ໂພກ-ບໍລິໂພກ ກົມອຸປະໂພກ ກົມໃຫຍ່ພະລາທິການກອງທັບ. ໂອກາດນີ້, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ໄດ້ເນັ້ນໜັກຫຼາຍ
ບັນຫາສໍາຄັນ ຕື່ມອີກ.
ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 13/08/2026