ລັດຖະມົນຕີກະຊວງປ້ອງກັນປະເທດ ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ວປກ
ວັນທີ 12 ກຸມພາ 2025 ນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້
ເຄື່ອນໄຫວພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ), ໂດຍມີສະຫາຍ ພົນຕີ ພັນແສງ ບຸນ
ພັນ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວປກ, ຄະນະຫ້ອງວ່າການກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິ
ການກອງທັບ, ກົມພະນັກງານ, ກົມຈັດຕັ້ງພັກ, ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ກົມໂຮງຮຽນ, ກົມອົບຮົມ, ກົມກໍາລັງພົນ
ກົມໃຫຍ່ເສນາທິການກອງທັບ, ຄະນະພັກ-ຄະນະອໍານວຍການ ວປກ, ບັນດາຄະນະພັກ-ຄະນະບັນຊາ 39 ຫົວໜ່ວຍອົງການ, ກົມກອງ ແລະ
ບັນດາພະນັກງານຫຼັກແຫຼ່ງໃນທົ່ວ ວປກ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ຫົວໜ້າການທະຫານ ວປກ ໄດ້ລາຍງານໂດຍຫຍໍ້ ສະພາບການເຄື່ອນໄຫວວຽກງານ
ຂອງ ວປກ ໃນໄລຍະຜ່ານມາ, ເຊິ່ງມີທັງຂໍ້ສະດວກ, ດ້ານຫຍຸ້ງຍາກ ແລະ ສິ່ງທ້າທາຍ ທົດສອບຫຼາຍປະການ ແຕ່ກໍສາມາດເຮັດສໍາເລັດໜ້າທີ່
ການເມືອງຂອງກົມກອງໄດ້ເປັນຢ່າງດີ, ບົນພື້ນຖານແມ່ນເຮັດໃຫ້ສະພາບພາຍໃນມີຄວາມສະຫງົບໜັກແໜ້ນ, ມີຄວາມເປັນລະບຽບຮຽບຮ້ອຍ
ດີ ພ້ອມກັນນັ້ນ, ກໍໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ໃນທຸກດ້ານ ແລະ ປັບປຸງຊີວິດການເປັນຢູ່ ຂອງພະນັກງານ
-ນັກຮົບ ມີການຮັບປະກັນດີ. ໃນການພົບປະໂອ້ລົມຄັ້ງນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດ
ທີ່ ວປກ ສ້າງໄດ້ໃນໄລຍະຜ່ານມາ, ພ້ອມທັງ ເນັ້ນໜັກໃຫ້ ຄະນະພັກ-ຄະນະອໍານວຍການ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ທົ່ວ ວປກ ເອົາ
ໃຈໃສ່ຊຸກຍູ້ຂະບວນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ ໃຫ້ເປັນຂະບວນການຟົດຟື້ນ, ສຸມໃສ່ເຮັດໃຫ້ສະພາບ
ພາຍໃນມີຄວາມສະຫງົບໜັກແໜ້ນ, ສຶກສາອົບຮົມການເມືອງ-ນໍາພາແນວຄິດ ເຮັດໃຫ້ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນ
ຕໍ່ການນໍາພາຂອງພັກ, ຫັນເອົາກົມກອງເຂົ້າສູ່ລະບຽບແບບແຜນ ແລະ ຈັດຕັ້ງປະຕິບັດ 7 ລະບອບ 18 ວຽກຂອງກອງທັບ ໃຫ້ເຂັ້ມງວດ, ປັບປຸງ
ໂຄງການຫຼັກສູດການຮຽນ-ການສອນ ເພື່ອໃຫ້ສອດຄ່ອງກັບແຕ່ລະເປົ້າໝາຍ, ເອົາການຄົ້ນຄວ້າ ຂອງນັກສຶກສາເປັນສໍາຄັນ, ການສິດສອນເນັ້ນໜັກ
ພາກປະຕິບັດຫັດແອບຕົວຈິງຫຼາຍກວ່າ ເພື່ອໃຫ້ນັກສຶກສາກໍາແໜ້ນບັນດາບາດກ້າວເຮັດວຽກ ຂອງຜູ້ບັນຊາໃນການຈັດຕັ້ງກະກຽມ ແລະ ປະຕິບັດ
ສູ້ຮົບຄືກັບສູ້ຮົບຕົວຈິງໃຫ້ເໝາະສົມ. ຮຽກຮ້ອງໃຫ້ຄະນະຮັບຜິດຊອບນັກສຶກສາ, ຄູ-ອາຈານ ນັກຮຽນ, ນັກສຶກສາ ທຸກສະຫາຍ ຈົ່ງເພີ່ມທະວີຄວາມ
ສາມັກຄີ, ມີຄວາມຕັດສິນໃຈສູງ, ຍົກສູງຄວາມຮັບຜິດຊອບຂອງຕົນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ການຮຽນ-ການສອນ ບັນລຸໄດ້ຈຸດປະ
ສົງ, ຄາດໝາຍທີ່ວາງໄວ້, ເອົາໃຈໃສ່ນໍາພາ-ຊີ້ນໍາ ວຽກງານການຮຽນ-ການສອນ ເປັນຕົ້ນແມ່ນຊີ້ນໍາ ສ້າງແຜນຮຽນ-ການສອນ ແຕ່ລະພາກຮຽນ, ແຕ່
ລະເດືອນໃຫ້ເປັນປົກກະຕິ ຖືກຕ້ອງຕາມເວລາ ແລະ ໜ່ວຍກິດ ຕາມໂຄງການຫຼັກສູດ, ຊີ້ນໍາ ວຽກງານຮັບປະກັນດ້ານຕ່າງໆ ໂດຍສະເພາະແມ່ນພາ
ຫະນະ, ວັດຖຸອຸປະກອນຮັບໃຊ້ໃຫ້ແກ່ການຮຽນ-ການສອນ, ຊີ້ນໍາບັນດາຄະນະວິຊາຄູຄົ້ນຄວ້າບັນດາເອກະສານ, ຕຳລາຮຽນທີ່ມີໃນໂຄງການຫຼັກສູດ,
ກວດກາປັບປຸງບັນດາບົດສອນ, ບົດຫັດແອບຕ່າງໆ, ຈັດຕັ້ງສອນທົດລອງ ໃຫ້ແທດເໝາະກັບແຕ່ລະເປົ້າໝາຍ ໂດຍສະເພາະແມ່ນວິຊາການທະຫານ,
ຊີ້ນໍາຕິດຕາມກວດກາການຮຽນ-ການສອນ, ການປະຕິບັດໂມງເວລາໃນແຕ່ລະວັນ, ປະຕິບັດລະບອບສ່ອງແສງລາຍງານແຕ່ລະເດືອນ ເພື່ອຕີລາຄາການ
ຮຽນ-ການສອນ ແລະ ແກ້ໄຂບັນຫາທີ່ບໍ່ທັນເຮັດໄດ້ດີ.
ເອົາໃຈໃສ່ກໍ່ສ້າງພັກ-ພະນັກງານ ຕິດພັນກັບການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງ 3 ປອດ ແລະ ກອງວັດທະນະທໍາ ໃຫ້ມີ
ຄຸນນະພາບ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ, ທັນສະໄໝ ບົນພື້ນຖານ ເຄົາລົບຫຼັັກການລວມສູນປະຊາທິປະໄຕ, ເຮັດ
ວຽກເປັນໝູ່ຄະນະ, ແບ່ງໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ສືບຕໍ່ແກ້ໄຂຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບໃນກົມກອງ ດ້ວຍການຊຸກຍູ້
ການປູກຝັງ-ລ້ຽງສັດ ໃຫ້ໄດ້ຫຼາຍກວ່າເກົ່່າ, ຜະລິດເປັນສິນຄ້າ ເພື່ອສ້າງລາຍຮັບເຂົ້າຄັງລວມ ໝູນໃຊ້ເຂົ້າໃນການປັບປຸງພັດທະນາກົມກອງ, ສືບຕໍ່
ປະສານສົມທົບ ແລະ ພົວພັນຮ່ວມມືກັບຕ່າງປະເທດ ເພື່ອຖອດຖອນເອົາບົດຮຽນ ມາພັດທະນາກົມກອງຂອງຕົນ.
ແຫຼ່ງຂ່າວໂດຍ ສຸເວດ ສີດາຄໍາ
ວັນທີ 13/02/2025