ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມລາຍງານຜົນສຳເລັດໃນການເປັນເຈົ້າພາບ
ຈັດກອງປະຊຸມອາຊຽນຂອງກອງທັບປະຊາຊົນລາວ


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ​ເປັນ​ປະທານ

    ກອງປະຊຸມລາຍງານຜົນສໍາເລັດໃນການເປັນເຈົ້າພາບ ຈັດກອງປະຊຸມອາຊຽນ ຂອງກອງທັບປະຊາຊົນລາວ 6 ເດືອນຕົ້ນປີ ແລະ ທິດທາງ
ແຜນການ 6 ເດືອນທ້າຍປີ 2024, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງ
ພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະກົມໃຫຍ່, ຫ້ອງການ, ກົມ, ກອງ, ແລະ ອະນຸກໍາມະການ
ທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທັງ
ເປັນຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແຫ່ງ ສປປ ລາວ, ໄດ້ລາຍງານຜົນສໍາເລັດກອງປະຊຸມອາຊຽນຂອງ ກະຊວງປ້ອງກັນປະ
ເທດ 6 ເດືອນຕົ້ນປີ 2024 ເຫັນວ່າໄດ້ຮັບການຊີ້ນໍາຢ່າງໃກ້ຊິດຈາກຂັ້ນເທິງ, ມີການສະໜອງດ້ານວຽກງານຮັບປະກັນ; ກອງເລຂາອາຊຽນ ຂອງ
ກະຊວງປ້ອງກັນປະເທດ ໄດ້ມີການລາຍງານຂັ້ນເທິງຢ່າງເປັນປົກກະຕິ ແລະ ເຮັດໃຫ້ວຽກງານທີ່ຍັງຄົງຄ້າງ ໄດ້ຮັບການຊີ້ນຳຢ່າງທັນການ; ມີການ
ປະສານສົມທົບລະຫວ່າງກອງເລຂາອາຊຽນຂອງ ກະຊວງປ້ອງກັນປະເທດ ແລະ ບັນດາຄະນະກຳມະການ, ອະນຸກຳມະການ ຢ່າງເປັນປົກກະຕິ;
ບັນດາປະເທດສະມາຊິກອາຊຽນ ແລະ ອາຊຽນ-ບວກ ໄດ້ໃຫ້ການສະໜັບສະໜູນໃຫ້ແກ່ການເປັນປະທານ ອາຊຽນ ຂອງກະຊວງປ້ອງກັນປະເທດ
ຂອງພວກເຮົາ; ທຸກພາກສ່ວນໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ວຽກງານຂອງຕົນຕາມການມອບໝາຍ ແລະ ສາມາດແກ້ໄຂ້ກໍລະນີໄດ້ຕາມສະ
ພາບຕົວຈິງ ໂດຍລວມແມ່ນໄດ້ດຳເນີນໄປດ້ວຍບັນຍາກາດທີ່ສ້າງສັນ ແລະ ມີຜົນສຳເລັດຕາມລະດັບຄາດໝາຍ; ບັນດາກອງປະຊຸມທີ່ໄດ້ຈັດຕັ້ງໃນ
ໄລຍະ 6 ເດືອນຕົ້ນປີໄດ້ມີຫຼາຍກອງປະຊຸມທີ່ເຮັດໄດ້ສໍາເລັດຄື: ໄດ້ເຮັດວຽກຮ່ວມກັບຄະນະວິຊາການສິງກະໂປ ພົບປະແລກປ່ຽນບົດຮຽນ ເພື່ອ
ກະກຽມໃຫ້ແກ່ການເປັນປະທານອາຊຽນ ຂອງກອງທັບປະຊາຊົນລາວ ໃນປີ 2024, ກອງປະຊຸມເຜີຍແຜ່ໃຫ້ແກ່ບັນດາສະຖານທູດ ແລະ ຫ້ອງ
ການທີ່ປຶກສາທູດປ້ອງກັນຊາດຕ່າງປະເທດປະຈໍາລາວ ແລະ ການກະກຽມເປັນເຈົ້າພາບ ແລະ ປະທານຈັດກອງປະຊຸມລັດຖະມົນຕີປ້ອງກັນປະ
ເທດອາຊຽນ ຄັ້ງທີ 18, ອາຊຽນ-ບວກ ຄັ້ງທີ 11 ແລະ ກອງປະຊຸມປິ່ນອ້ອມອື່ນໆ ໃນປີ 2024, ກອງປະຊຸມທາງໄກລະຫວ່າງປະທານຮ່ວມ 3
ຝ່າຍ ລາວ, ຟິລິບປິນ ແລະ ສິງກະໂປ ເພື່ອປຶກສາຫາລືດ້ານເນື້ອໃນຮ່າງລະບຽບຫຼັກການເພີ່ມເຕີມກ່ຽວກັບການເຂົ້າຮ່ວມ ສັງເກດການ ໃນກິດ
ຈະກໍາການຮ່ວມມືຂອງໜ່ວຍງານຜູ້ຊ່ຽວຊານໃນຂອບກອງປະຊຸມ ລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ, ກອງປະຊຸມໜ່ວຍງານວິຊາການ
ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແລະ ອາຊຽນບວກ, ກອງປະຊຸມໜ່ວຍງານວິຊາການເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ, ກອງ
ປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນວົງແຄບ, ກອງປະຊຸມທາງໄກໜ່ວຍງານວິຊາການດ້ານເຕັກນິກກ່ຽວກັບການປະສານງານລະຫວ່າງ ທະ
ຫານ ແລະ ພົນລະເຮືອນ ຄັ້ງທີ 17, ກອງປະຊຸມປະຈໍາປີຂອງເຄືອຂ່າຍສະຖາບັນປ້ອງກັນຊາດ ແລະ ຄວາມໝັ້ນຄົງອາຊຽນ ຄັ້ງທີ 17, ກອງປະຊຸມ
ທາງໄກກະກຽມກອງປະຊຸມປຶກສາຫາລື ເຈົ້າໜ້າທີ່ປ້ອງກັນຊາດເວທີພາກພື້ນອາຊຽນ ຄັ້ງທີ 1, ກອງປະຊຸມ ກະກຽມ ກອງປະຊຸມປຶກສາຫາລືເຈົ້າ
ໜ້າ ທີ່ປ້ອງກັນຊາດເວທີພາກພື້ນອາຊຽນ ຄັ້ງທີ 2, ກອງປະຊຸມປຶກສາຫາລືເຈົ້າໜ້າທີ່ປ້ອງກັນຊາດເວທີພາກພື້ນອາຊຽນ, ກອງປະຊຸມກະກຽມ ລະ
ຫວ່າງປະທານຮ່ວມໜ່ວຍງານຜູ້ຊ່ຽວຊານວຽກງານເກັບກູ້ລະເບີດ ເພື່ອມະນຸດສະທໍາໃນ ກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ-ບວກ,
ກອງປະຊຸມພົບປະລັດຖະມົນຕີປ້ອງກັນປະເທດ ອາເມຣິກາ-ອາຊຽນ, ໂຄງການແລກປຽນນາຍທະຫານອາຊຽນ ຄັ້ງທີ 6, ກອງປະຊຸມສະເພາະກິດ
ທາງໄກ ໜ່ວຍງານວິຊາການເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ, ກອງປະຊຸມດ້ານນະໂຍບາຍ ແລະ ຄວາມໝັ້ນຄົງເວທີພາກພື້ນອາຊຽນ,
ກອງປະຊຸມຄະນະທີ່ປຶກສາສູນຂໍ້ມູນຂ່າວສານ ແລະ ຄວາມໝັ້ນຄົງທາງໄຊເບີ ໃນຂອບກອງປະຊຸມ ADMM ຄັ້ງທີ 3 ຮ່ວມກັບ ສິ່ງກະໂປ.

     ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຊີ້ນໍາລວມ, ຄະນະກຳມະການ, ອານຸກຳມະການ,
ກອງເລຂາ ແລະ ບັນດາພະນັກງານຮັບໃຊ້ກອງປະຊຸມຕ່າງໆ ທີ່ໄດ້ປະຕິບັດວຽກງານມີຜົນສໍາເລັດຢ່າງຈົບງາມ, ແຕ່ພວກເຮົາຍັງຈະຕ້ອງສືບຕໍ່ເຮັດສໍາ
ເລັດ ການເປັນເຈົ້າພາບຈັດຫຼາຍກອງປະຊຸມທີ່ຍັງເຫຼືອ ໂດຍສະເພາະ ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ໃນຕົ້ນເດືອນ ກັນຍາ, ກອງ
ປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ອາຊຽນ-ບວກ ໃນເດືອນພະຈິກ ທີ່ຈະມາເຖິງ. ສະນັ້ນ; ເພື່ອຮັບປະກັນການເປັນປະທານອາຊຽນ
ຂອງພວກເຮົາໃຫ້ສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ, ສະຫາຍ ປະທານ ໄດ້ເນັ້ນໜັກບາງບັນຫາ ໃຫ້ສືບຕໍ່ປະຕິບັດບັນດາໜ້າວຽກຂອງຕົນ,
ສ້າງແຜນການ ແລະ ແບ່ງຄວາມຮັບຜິດຊອບໃຫ້ລະອຽດ, ຕ້ອງມີການປະສານສົມທົບກັບກອງເລຂາ ແລະ ອະນຸກຳມະການອື່ນໆທີ່ກ່ຽວຂ້ອງ ເພື່ອ
ຮັບປະກັນການປະຕິບັດໜ້າທີ່ວຽກງານຕົວຈິງ, ສືບຕໍ່ເປັນເຈົ້າການໃນການກະກຽມເນື້ອໃນ, ຕິດຕາມ, ຊຸກຍູ້ວຽກງານຂອງແຕ່ລະອະນຸກຳມະການປະ
ຕິບັດແຜນການຂອງຕົນ, ລາຍງານຄວາມຄືບໜ້າໃຫ້ຄະນະຊີ້ນຳລວມໃນແຕ່ລະໄລຍະ, ເປັນສູນກາງປະສານງານກັບບັນດາຄະນະກຳມະການ, ອະນຸ
ກຳມະການ ແລະ ພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ແລະ ຕ້ອງຮັບປະກັນວຽກງານປ້ອງກັນຄວາມປອດໄພ ໃຫ້ໄດ້ 100%.

ແຫຼ່ງຂ່າວໂດຍ ສຸເວດ ສີດາຄໍາ
ວັນທີ 12/08/2024