ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍພັກຫ້ອງການເມືອງກົມໃຫຍ່ເຕັກນິກກອງທັບ
ສະຫຼຸບ ຕີລາຄາການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ


    ວັນທີ 10 ກໍລະກົດ 2024, ໜ່ວຍພັກຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ໄດ້ສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ
ໜັກແໜ້ນ ປະຈຳປີ 2024, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ທອງພັນ ສຸທຳມະວົງ ກໍາມະການຄະນະພັກກະຊວງປ້ອງກັນປະ
ເທດ, ຮັກສາການຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພັນເອກ ລຽນວິໄລ ພັນທອງຄຳ ເລຂາໜ່ວຍພັກຫ້ອງການເມືອງ ພ້ອມດ້ວຍຄະ
ນະ, ມີຄະນະກວດກາການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ພະແພກການ ຕະຫຼອດຮອດພະນັກງານ, ສະມາຊິກພັກສົມບູນ-ສຳ
ຮອງ ເຂົ້າຮ່ວມ.

     ສະຫາຍ ພັນເອກ ວຽງທອງ ພັດທະສິດ ຮອງເລຂາໜ່ວຍພັກຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ໄດ້ໃຫ້ຮູ້ວ່າ: ໜ່ວຍພັກຫ້ອງການ
ເມືອງ ເປັນໜ່ວຍພັກເອກະລາດ ທີ່ຂຶ້ນກັບການຊີ້ນຳ-ນໍາພາຂອງຄະນະພັກກົມໃຫຍ່ເຕັກນິກ ແລະ ໄດ້ຮັບການເລືອກຕັ້ງຂຶ້ນໃນວັນທີ 10/11/2023
ປະກອບມີຄະນະໜ່ວຍພັກ 5 ສະຫາຍ, ມີສະມາຊິກພັກທັງໝົດ 30 ສະຫາຍ, ຍິງ 4 ສະຫາຍ, ສຳຮອງ 4 ສະຫາຍ, ໃນໄລຍະຜ່ານມາຄະນະ
ໜ່ວຍພັກ, ສະມາຊິກພັກແຕ່ລະຂັ້ນໄດ້ຖືເອົາວຽກງານສຶກສາອົບຮົມການເມືອງເປັນວຽກງານສຳຄັນ ສອດຫ້ອຍເຂົ້າທຸກຂົງເຂດວຽກງານ ການກໍ່
ສ້າງພັກແມ່ນຢຶດໝັ້ນຕາມ 5 ຫຼັກການ 3 ທິດນຳໃນການປັບປຸງກໍ່ສ້າງພັກ, ບົນພື້ນຖານຖືເອົາການດໍາເນີນຊີວິດການເມືອງພາຍໃນພັກຕິດພັນກັບ
ການເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ແນໃສ່ເຮັດໃຫ້ພະນັກງານ, ສະມາຊິກພັກ ແລະ ນັກຮົບ ໃນກົມກອງມີແນວຄິດອຸ່ນ
ອ່ຽນ, ທຸ່ນທ່ຽງ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ, ມີຄວາມເຂົ້າໃຈຕໍ່ອຸດົມ
ການຂອງພັກ, ພາຍໃນພັກໃຫ້ມີຄວາມສະຫງົບ, ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ຮັກສາໄດ້ຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ,
ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນບັນດາເຜົ່າ, ມີຄວາມກະຕືລືລົ້ນຕໍ່ການປະຕິບັດໜ້າທີ່ການເມືອງຂອງກົມກອງໄດ້ເປັນຢ່າງດີ,
ຜ່ານການຈັດຕັ້ງປະຕິບັດໃນບັ້ນດໍາເນີນຊີວິດການເມືອງສໍາຫຼວດກວດກາການຄັດເລືອກຕີລາຄາແບ່ງປະເພດຄຸນນະພາບຂອງສະມາຊິກພັກ, ໜ່ວຍ
ພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2024 ຄະນະໜ່ວຍພັກ ແລະ ສະມາຊິພັກແຕ່ລະສະຫາຍ ໄດ້ຮັບການຕີລາຄາຈັດແບ່ງປະເພດເປັນ
ສະມາຊິກພັກແຂງທັງໝົດ 27 ສະຫາຍ, ກາງ 2 ສະຫາຍ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ທອງພັນ ສຸທຳມະວົງ ໄດ້ເນັ້ນໜັກໃຫ້ບັນດາສະຫາຍໃນຄະນະໜ່ວຍພັກ, ສະມາຊິກພັກແຕ່ລະຂັ້ນ ຕ້ອງ
ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າເກົ່າ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະແບ່ງ
ຄວາມຮັບຜິດຊອບໃຫ້ບຸກຄົນຢ່າງຈະແຈ້ງ, ສ້າງຄວາມສາມັກຄີພາຍໃນໝູ່ຄະນະ ໃຫ້ເປັນປຶກແຜ່ນແໜ້ນໜາ ສາມາດເຮັດສຳເລັດໜ້າທີ່ຕາມການ
ມອບໝາຍຂອງຂັ້ນເທີງໃຫ້ບັນລຸຕາມແຜນການ.

ແຫຼ່ງຂ່າວໂດຍ ຄຳສອນ ພົມໄຊຍາ
ວັນທີ 12/07/2024