ຄະນະນໍາກະຊວງປ້ອງກັນປະເທດ ອວຍພອນຫົວໜ້າຫ້ອງການທີ່ປຶກສາທູດ
ຝ່າຍປ້ອງກັນຊາດ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ
ໃນວັນທີ 11 ມິຖຸນາ 2025 ນີ້, ຄະນະນໍາກະຊວງປ້ອງກັນປະເທດ ເຊິ່ງນໍາໂດຍ ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຮອງລັດຖະມົນຕີກະຊວງ
ປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າດອກໄມ້ ແລະ ກະຕ່າຂອງຂວັນເຂົ້າອວຍພອນ ສະຫາຍ ພັນເອກ ໂຣແມນ
ໂກວາເລັນໂກ ຫົວໜ້າຫ້ອງການທີ່ປຶກສາທູດ ຝ່າຍປ້ອງກັນຊາດ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ ພ້ອມຄະນະ ເນື່ອງໃນໂອກາດວັນຊາດ ແຫ່ງ
ສ ຣັດເຊຍ ຄົບຮອບ 35 ປີ (12 ມິຖຸນາ 1990-12 ມິຖຸນາ 2025).
ສະຫາຍ ພົນຕີ ປະສິດ ທ່ຽງທໍາ ຕາງໜ້າຄະນະນໍາກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ກ່າວຄໍາອວຍພອນໄຊອັນປະເສີດ ແດ່ ສະ
ຫາຍ ພັນເອກ ໂຣແມນ ໂກວາເລັນໂກ ພ້ອມຄະນະ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຜົນສໍາເລັດໃນ
ໜ້າທີ່ວຽກງານອັນມີກຽດສະຫງ່າ ທີ່ພັກ-ລັດ ມອບໝາຍໃຫ້ ພ້ອມທັງ, ອວຍພອນໃຫ້ສາຍພົວພັນ ແຫ່ງການຮ່ວມມື ລະຫວ່າງ ສອງຊາດ, ສອງ
ພັກ, ສອງກອງທັບ ລາວ-ຣັດເຊຍ ຈົ່ງນັບມື້ໄດ້ຮັບການເສີມຂະຫຍາຍຢ່າງໃກ້ຊິດ ແລະ ເລິກເຊິ່ງ.
ໂອກາດນີ້, ສະຫາຍ ພັນເອກ ໂຣແມນ ໂກວາເລັນໂກ ໄດ້ກ່າວຄໍາຂອບໃຈ ຕໍ່ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ
ລາວ ພ້ອມດ້ວຍຄະນະ ທີ່ເຫັນໄດ້ຄວາມໝາຍ ຄວາມສໍາຄັນ ຂອງວັນຊາດ ແຫ່ງ ສ ຣັດເຊຍ ຄົບຮອບ 35 ປີ ໃນຄັ້ງນີ້ ແລະ ໄດ້ນໍາກະຕ່າຂອງຂວັນ
ພ້ອມຄໍາອວຍພອນໄຊອັນຈົບງາມ ມາອວຍພອນ ເຊິ່ງສອງຊາດ, ສອງກອງທັບ ຣັດເຊຍ-ລາວ ເວລາໃດ ກໍມີມູນເຊື້ອອັນດີງາມ ແຫ່ງສາຍພົວພັນຮ່ວມ
ມືກັນຢ່າງແໜ້ນແຟ້ນ ແລະ ເພີ່ມພູນຄູນສ້າງຍິ່ງໆ ຂຶ້ນ.
ແຫຼ່ງຂ່າວໂດຍ ຈອນນີ້ ອິນທະວົງ
ວັນທີ 12/06/2025