ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍພັກຫ້ອງການກົມໃຫຍ່ເຕັກນິກ ສະຫຼຸບຖອດຖອນບົດຮຽນການກໍ່ສ້າງໜ່ວຍພັກ
ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026


ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ຄະນະປະຈຳພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ​ເປັນ​ປະທານ

    ວັນທີ 8 ພຶດສະພາ 2026 ນີ້, ໜ່ວຍພັກຫ້ອງການກົມໃຫຍ່ເຕັກນິກກອງທັບ ໄດ້ເປີດກອງປະຊຸມ ສະຫຼຸບຖອດຖອນບົດຮຽນການ
ກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026, ໂດຍການເປັນປະທານຂອງສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ຄະ
ນະປະຈຳພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພົນຈັດຕະວາ ວິໄລຄຳ ຫຼວງຊົມພູ ກຳມະການຄະ
ນະພັກກົມໃຫຍ່ ຫົວໜ້າຫ້ອງການກົມໃຫຍ່ເຕັກນິກ, ມີຄະນະກວດກາການກໍ່ສ້າງໜ່ວຍພັກ, ບັນດາພະແພກການ ຕະຫຼອດຮອດພະນັກ
ງານ-ສະມາຊິກພັກ ເຂົ້າຮ່ວມ.

     ສະຫາຍ ພັນເອກ ອ໋ອດ ສີບຸນເຮືອງ ຮອງເລຂາໜ່ວຍພັກຫ້ອງການກົມໃຫຍ່ເຕັກນິກ ໄດ້ຜ່ານບົດສະຫຼຸບການນໍາພາປັບປຸງກໍ່ສ້າງ
ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ໂດຍໃຫ້ຮູ້ວ່າ: ຜ່ານມາຄະນະໜ່ວຍພັກ,
ສະມາຊິກພັກແຕ່ລະຂັ້ນໄດ້ຖືເອົາວຽກງານສຶກສາອົບຮົມການເມືອງເປັນວຽກງານສຳຄັນ ສອດຫ້ອຍເຂົ້າທຸກຂົງເຂດວຽກງານ ການກໍ່ສ້າງ
ພັກແມ່ນຍຶດໝັ້ນຕາມ 5 ຫຼັກການ 3 ທິດນຳໃນການປັບປຸງກໍ່ສ້າງພັກ, ບົນພື້ນຖານຖືເອົາການດໍາເນີນຊີວິດການເມືອງພາຍໃນພັກຕິດພັນ
ກັບການເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ແນໃສ່ເຮັດໃຫ້ພະນັກງານ, ສະມາຊິກພັກ ແລະ ນັກຮົບໃນກົມກອງມີ
ແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ, ມີ
ຄວາມເຂົ້າໃຈຕໍ່ອຸດົມການຂອງພັກ, ພາຍໃນພັກມີຄວາມສະຫງົບ, ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ຮັກສາໄດ້ຄວາມໜັກແໜ້ນ
ທາງດ້ານຄຸນທາດການເມືອງ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນບັນດາເຜົ່າ, ມີຄວາມກະຕືລືລົ້ນຕໍ່ການປະຕິບັດໜ້າ
ທີ່ການເມືອງຂອງກົມກອງໄດ້ເປັນຢ່າງດີ, ເອົາໃຈໃສ່ເຮັດວຽກວິຊາສະເພາະຕາມພາລະບົດບາດ ເປັນຕົ້ນແມ່ນຮັບປະກັນການຄຸ້ມຄອງ,
ບັນທຶກ, ສຳເນົາເອກະສານ, ຮັບ-ສົ່ງເອກະສານທີ່ສົ່ງມາຈາກພາກສ່ວນຕ່າງໆ.

     ຈາກນັ້ນ ບັນດາສະຫາຍສະມາຊິກພັກກໍ່ໄດ້ຂຶ້ນປະກອບຄຳເຫັນໃສ່ບົດສະຫຼຸບຢ່າງກົງໄປກົງມາພ້ອມທັງລົງຄະແນນສຽງປິດລັບ ແລະ
ປະຊາມັດຕິເປັນເອກະພາບ. ຜ່ານການຈັດຕັ້ງປະຕິບັດໃນບັ້ນດໍາເນີນຊີວິດການເມືອງສໍາຫຼວດກວດກາການຄັດເລືອກຕີລາຄາແບ່ງປະເພດ
ຄຸນນະພາບຂອງສະມາຊິກພັກ, ໜ່ວຍພັກ, ໄດ້ຮັບການຕີລາຄາຈັດແບ່ງປະເພດເປັນສະມາຊິກພັກແຂງທັງໝົດ 27 ສະຫາຍ, ຍິງ 14 ສະ
ຫາຍ, ບໍ່ໄດ້ແບ່ງປະເພດ 4 ສະຫາຍ, ( ໄປຮຽນ) ສະເລ່ຍສະມາຊິກພັກປະເພດແຂງກວມເອົາ 100 % ຂອງຈໍານວນສະມາຊິກພັກທັງ
ໝົດ; ນໍາສະເໜີຄະນະພັກຂັ້ນເທິງຄົ້ນຄວ້າຮັບຮອງ ແລະ ຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ອີກ 1 ສະໄໝ.

ແຫຼ່ງຂ່າວໂດຍ ຄຳສອນ ພົມໄຊຍາ
ວັນທີ 12/05/2026