ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບໝາຍໜ້າທີ່ຄະນະຊີ້ນໍາລວມ ແລະ ອະນຸກໍາມະການຮັບຜິດຊອບ
ກະກຽມຈັດງານສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບ ພະລາການກອງທັບ ຄົບຮອບ
70 ປີ


ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ​ ​ເປັນ​ປະທານ

    ວັນທີ 10 ມີນາ 2026 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດກອງປະຊຸມແຕ່ງຕັ້ງຄະນະຊີ້ນໍາລວມ ແລະ ອະນຸກໍາມະການ
ການຮັບຜິດຊອບ ກະກຽມຈັດງານສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບ ພະລາການກອງທັບ ຄົບຮອບ 70 ປີ, (5 ສິງຫາ 1956-5 ສິງ
ຫາ 2026, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ຄະນະນໍາກົມ
ໃຫຍ່ພະລາທິການ, 8 ກົມນ້ອຍ, 3 ຫ້ອງການ, ຜູ້ທີ່ຖືກແຕ່ງຕັ້ງໜ້າທີ່ ການກະກຽມຈັດງານສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບ ພະ
ລາການກອງທັບ ຄົບຮອບ 70 ປີ ເຂົ້າຮ່ວມ.

     ການສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ກໍເພື່ອເປັນການໂຄສະນາ, ສຶກສາອົບຮົມການເມືອງນໍາພາ-ແນວຄິດໃຫ້ພະນັກງານ-ນັກ
ຮົບ ໃນທົ່ວເຫຼົ່າຮົບພະລາທິການກອງທັບ, ເຫັນໄດ້ຜົນງານ, ມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຢ່າງຮອບດ້ານ ຂອງເຫຼົ່າຮົບພະລາທິ
ການ, ກໍຄືກົມໃຫຍ່ພະລາທິການກອງທັບ ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ-ລັດ, ໂດຍ ສະເພາະຄະນະພັກກະຊວງປ້ອງກັນປະເທດ
ຕະຫຼອດໄລຍະ 70 ປີ ຜ່ານມາ, ຍົກສູງຄວາມຮັບຜິດຊອບ, ຄວາມຕັ້ງຕໍ່ບໍລິສຸດ, ຄວາມເຊື່ອໝັ້ນ, ເອກອ້າງທະນົງໃຈ ແລະ ເຊີດຊູມາ
ນະຈິດປະຕິວັດ, ຄວາມຫ້າວຫັນຂອງພະນັກງານ, ນັກຮົບ-ພາລະກອນໃນທົ່ວເຫຼົ່າຮົບພະລາທິການກອງທັບ ເວົ້າລວມ, ເວົ້າສະເພາະ
ທົ່ວກົມໃຫຍ່ພະລາທິການກອງທັບ ໃຫ້ເຂັ້ມແຂງ, ໜັກແໜ້ນ, ເຮັດໃຫ້ທາດແທ້, ມູນເຊື້ອອັນດີງາມ ຂອງເຫຼົ່າຮົບພະລາທິການກອງ
ທັບ ທີ່ມີມາແຕ່ດົນນານນັ້ນ, ໃຫ້ໄດ້ຮັບການປົກປັກຮັກສາ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ສົມກັບຄວາມເຊື່ອໝັ້ນ ແລະ ໄວ້ວາງ
ໃຈຈາກພັກ-ລັດ, ກໍຄືກະຊວງປ້ອງກັນປະເທດ, ພະນັກງານ-ນັກຮົບ ແລະ ປະຊາຊົນລາວ ບັນດາເຜົ່າ ທີ່ໄດ້ກໍ່ຕັ້ງ, ທະນຸບຳລຸງ, ກໍ່ສ້າງ
ໃຫ້ການສະໜັບສະໜູນຊ່ວຍເຫຼືອເບິ່ງແຍງຕະຫຼອດມາ.

     ໂອກາດນີ້, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ໄດ້ເນັ້ນ ໜັກ ແລະ ຊີ້ທິດເຍືອງທາງ, ໂດຍຮຽກໃຫ້ຜູ້ທີ່ຖືກແຕ່ງຕັ້ງຄະນະຊີ້ນໍາລວມ
ແລະ ອະນຸກໍາມະການຮັບຜິດຊອບກະກຽມຈັດງານສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບພະລາການກອງທັບ ຄົບຮອບ 70 ປີ, ຈົ່ງພ້ອມ
ກັນເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ສໍາເລັດຕາມແຜນການກໍານົດເວລາທີ່ວາງໄວ້, ພ້ອມທັງເຄື່ອນໄຫວໂຄສະນາ-ປາຖະກະຖາປະຫວັດມູນ
ເຊື້ອຜົນງານ 70 ປີ ຂອງເຫຼົ່າຮົບພະລາທິການກອງທັບ, ເປີດຂະບວນການແຂ່ງຂັນສ້າງຜົນງານດ້ານຕ່າງໆ ໃຫ້ກວ້າງຂວາງ, ແຂງແຮງ
ແລະ ມີບັນຍາກາດຟົດຟື້ນໃນທົ່ວກອງທັບ.

ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 12/03/2026