ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມຄົບຄະນະສະພາວິທະຍາສາດການທະຫານ ກະຊວງປ້ອງກັນປະເທດ


ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ​ເປັນ​ປະທານ

    ກອງປະຊຸມຄົບຄະນະສະພາວິທະຍາສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນວັນທີ 11 ກຸມພາ 2025 ນີ້, ໂດຍການ
ເປັນປະທານຂອງ ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນ
ດາສະມາຊິກສະພາວິທະຍາສາດການທະຫານ, ກອງເລຂາສະພາວິທະຍາສາດການທະຫານ ກະຊວງປ້ອງກັນປະເທດ ແລະ ນັກວິທະຍາສາດ,
ນັກຄົ້ນຄວ້າກອງທັບ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຮອງປະທານຜູ້ປະຈໍາການສະພາວິທະຍາສາດການທະຫານ ໄດ້ຜ່ານບົດສະຫຼຸບ ການເຄື່ອນໄຫວ
ວຽກງານຮອບດ້ານ 6 ເດືອນທ້າຍປີ 2024 ຂອງສະພາວິທະຍາສາດການທະຫານ ໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນໄລຍະຜ່ານມາ, ສະພາ
ວິທະຍາສາດການທະຫານ ມີພາລະບົດບາດເປັນເສນາທິການໃຫ້ ລັດຖະມົນຕີກະຊວງປ້ອງກັນປະເທດ ໃນການສ້າງ, ປັບປຸງ, ແກ້ໄຂ ແລະ ດັດ
ແກ້ບັນດາຂໍ້ກໍານົດ, ກົດລະບຽບ ກ່ຽວກັບການເຄື່ອນໄຫວວິທະຍາສາດການທະຫານ-ເຕັກໂນໂລຊີປ້ອງກັນຊາດ ພາຍໃນກອງທັບ, ກໍານົດທິດ
ທາງແຜນຍຸດທະສາດໃນການພັດທະນາ, ກໍ່ສ້າງຖັນແຖວພະນັກງານ,ຄົ້ນຄວ້າ ແລະ ຄຸ້ມຄອງຫົວຂໍ້ຄົ້ນຄວ້າວິທະຍາສາດການທະຫານ, ເຕັກໂນ
ໂລຊີປ້ອງກັນຊາດ ແລະ ນະວັດຕະກໍາໃໝ່ທາງດ້ານການທະຫານ, ກໍານົດແຜນຈຸດສຸມໃນການພັດທະນາບັນດາຂະແໜງການວິທະຍາສາດການ
ທະຫານ, ເຕັກໂນໂລຊີປ້ອງກັນຊາດ ແລະ ວິທະຍາສາດການແພດ-ການຢາ ພາຍໃນກອງທັບ, ກໍານົດແຜນຍຸດທະສາດພັດທະນາວິທະຍາສາດ
ການທະຫານ-ເຕັກໂນໂລຊີປ້ອງກັນຊາດ, ຕີລາຄາປະເມີນຜົນວຽກງານຄຸ້ມຄອງ, ຜົນໄດ້ຮັບຂອງການເຄື່ອນໄຫວວິທະຍາສາດການທະຫານ-ເຕັກ
ໂນໂລຊີປ້ອງກັນຊາດ ແລະ ນະວັດຕະກໍາໃໝ່ທາງດ້ານການທະຫານ ຂອງບັນດາອົງການ, ວິສາຫະກິດ, ກົມກອງ, ການຈັດຕັ້ງພາຍໃນກອງທັບ
ບົນພື້ນຖານ ປະຕິບັດຕາມຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຜ່ານແຈ້ງການ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການ ອະນຸມັດໃຫ້
ດໍາເນີນໂຄງການຄົ້ນຄວ້າວິທະຍາສາດການທະຫານ-ເຕັກໂນໂລຊີປ້ອງກັນຊາດ ໃນ 4 ຫົວຂໍ້ຄົ້ນຄວ້າເປັນຈຸດສຸມຄື: ຫົວຂໍ້ ກໍ່ສ້າງເຫງົ້າພະລັງແຮງ
ງານປ້ອງກັນຊາດ ຢູ່ ສ ປປ ລາວ ໃຫ້ເຂັ້ມແຂງ ທັນສະໄໝ, ແນວຄິດ ໄກສອນ ພົມວິຫານ ໃນຂົງເຂດວຽກງານປ້ອງກັນຊາດ, ຄົ້ນຄວ້າອອກແບບ
ລົດສູ້ຮົບ ແບບພິເສດ, 3 ບາດຄ້ອນຍຸດທະສາດ ແລະ ໃນ 6 ເດືອນທ້າຍປີ 2024 ຄະນະຄົ້ນຄວ້າໂຮງໝໍສູນກາງ 103 ກອງທັບ, ວິທະຍາຄານ
ນາຍທະຫານບົກກົມມະດໍາ ແລະ ໂຮງງານຕັດຫຍິບ ເລກ 1 ກອງທັບ ໄດ້ຄົ້ນຄວ້າປະດິດສ້າງສໍາເລັດ ຊົບກະສຸນ (ຕຸດແຊ) ກອງທັບປະຊາຊົນລາວ
ເຊິ່ງເປັນນະວັດຕະກໍາໃໝ່ ທີ່ເຮັດໄດ້ 3 ໜ້າທີ່ການ ຄື: ເປັນຊົບກະສຸນ (ຕຸດແຊ), ເປັນທັງຊຸດເປ້ເຈ່ຍຄົນເຈັບອອກຈາກພາກສະໜາມ ໂດຍມືທັງ
ສອງເບື້ອງຂອງຜູ້ຊ່ວຍມີອິດສະລະເຕັມທີ່ ສາມາດຈັບປືນສູ້ຮົບກັບສັດຕູໄດ້, ເປັນທັງເສື້ອເກາະກັນກະສຸນ ເຊິ່ງໄດ້ເອົາໄປວາງສະແດງນະວັດຕະກໍາ
ໃໝ່ທາງດ້ານການທະຫານ ຢູ່ ສສ ຫວຽດນາມ.

     ກອງປະຊຸມໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ດໍາເນີນ ໂຄງການຄົ້ນຄວ້າວິທະຍາສາດການທະຫານ-ເຕັກໂນໂລຊີປ້ອງກັນຊາດ (4 ຫົວ
ຂໍ້), ປຶກສາຫາລືກ່ຽວກັບການເປີດກອງປະຊຸມປະຈຳປີ ຄັ້ງທໍາອິດ ຂອງສະພາວິທະຍາສາດການທະຫານ ກະຊວງປ້ອງກັນປະເທດ ແລະ ປ້ອງກັນ
ໂຄງຮ່າງຄົ້ນຄ້ວາ: “ ຄົ້ນຄວ້າອອກແບບ, ຜະລິດ ແລະ ປະກອບຊຸດຢາ-ອຸປະກອນເສນາຮັກ ໃຫ້ບັນດາຄ້າຍເສນາຮັກແຕ່ລະຂັ້ນ ໃນສະພາບການໃໝ່”
ພ້ອມດຽວກັນນີ້ຜູ້ແທນກອງປະຊຸມຍັງໄດ້ປະກອບຄໍາເຫັນໃສ່ບົດສະຫຼຸບຢ່າງມີສີສັນ ແລະ ເປັນລັກສະນະວິທະຍາສາດ ເຮັດໃຫ້ບົດສະຫຼຸບມີເນື້ອໃນ
ແລະ ຄົບຖ້ວມສົມບູນ.

     ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ໄດ້ເນັ້ນໜັກໃຫ້ບັນດາສະມາຊິກສະພາວິທະຍາສາດການທະຫານ, ກອງເລຂາສະພາວິທະຍາ
ສາດການທະຫານ ກະຊວງປ້ອງກັນປະເທດ ແລະ ບັນດານັກວິທະຍາສາດ, ນັກຄົ້ນຄວ້າ ປະຕິບັດສິດ ແລະ ໜ້າທີ່ຂອງຕົນທີ່ໄດ້ຮັບມອບໝາຍຈາກ
ຂັ້ນເທິງ, ອອກແຮງຊຸກຍູ້ຈັດຕັ້ງປະຕິບັດວຽກງານ, ຊຸກຍູ້ບັນດາໂຄງການຄົ້ນຄວ້າວິທະຍາສາດການທະຫານ-ເຕັກໂນໂລຊີປ້ອງກັນຊາດ ແລະ ການ
ຫັນເປັນດີຈີຕອນ ເພື່ອຊຸກຍູ້ສ້າງກອງທັບ ປະຊາຊົນລາວ ເປັນກອງທັບທັນສະໄໝ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 12/02/2025