ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ຕ້ອນຮັບ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຝຣັ່ງ ປະຈຳ​ລາວ ຄົນ​ໃໝ


    ໃນ​ວັນ​ທີ 10 ພະຈິກ 2022 ນີ້, ທ່ານ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະເທດ ​ສປປ ລາວ ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ ທ່ານ ນາງ ຊິວ ແລັ້ງ ຊູ​ອອກ ( Siv-Leng Chhuor) ເອກ​ອັກ​ຄະ​ລັດ​ຖະ​ທູດວິສາມັນ ຜູ້​ມີ​ອຳນາດ​ເຕັມ​ ແຫ່ງ ​ປະເທດ​ຝຣັ່ງ ປະຈຳ ​ສປປ ລາວ, ເນື່ອງ​ໃນ​ໂອກາດ​ທີ່​ມາ​ດຳລົງ​ຕຳແໜ່ງ ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປະຈຳ ​ສປປ ລາວ ຄົນ​ໃໝ່.

     ທ່ານ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ໄດ້​ກ່າວ​ສະແດງ​ຄວາມ​ຍິນດີຕ້ອນຮັບ​ອັນ​ອົບ​ອຸ່ນ​ຕໍ່​ ທ່ານ ນາງ ຊິວ ແລັ້ງ ຊູ​ອອກ ພ້ອມ​ຄະນະ ແລະ ໄດ້​ຕີ​ລາ ຄາ​ຕໍ່​ສາຍ​ພົວພັນ, ການ​ຮ່ວມ​ມື​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ຕະຫຼອດ​ໄລຍະ​ຜ່ານ​ມາ ໂດຍ​ສະເພາະ​ໃນ​ຂົງເຂດ​ວຽກ​ງານ​ປ້ອງ​ກັນ​ຊາດ ໄດ້​ຊ່ວຍເຫຼືອ​ທາງ​ດ້ານ ​ ການ​ແພດ, ການ​ໃຫ້​ທຶນ​ຮຽນ​ພາສາ​ຕໍ່​ກອງທັບ​ປະຊາຊົນ​ລາວ ແລະ ດ້ານ​ມະນຸດສະທຳ ໄດ້​ຊ່ວຍ​ເຫຼືອສະໜັບສະໜູນ​ກ່ຽວ​ກັບ​ການ​ເກັບ​ກູ້​ລະເບີດ​ທີ່​ຍັງ​ບໍ່​ທັນ ​ແຕກ ຢູ່ ​ສປປ ລາວ, ເຊິ່ງ​ເປັນ​ການປະກອບສ່ວນ​ເສີມ​ສ້າງ​ສາຍ​ພົວພັນ ແລະ ການ​ຮ່ວມ​ມືລະຫວ່າງສອງ​ປະເທດ​ໃຫ້​ນັບ​ມື້​ດີ​ຂຶ້ນ.

     ໂອກາດ​ນີ້, ທ່ານ ນາງ ຊິວ ແລັ້ງ ຊູ​ອອກ ກໍ​ໄດ້​ສະແດງ​ຄວາມຂອບໃຈ​ຕໍ່​ ທ່ານ ພົນ​ເອກ ຈັນສະໝອນ ຈັນ​ຍາ​ລາດ ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ ໃນ​ຄັ້ງ​ນີ້, ພ້ອມທັງ​ໄດ້​ທົບ​ທວນຄືນ​ເຖິງ​ສາຍ​ພົວພັນ, ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະເທດ ຝຣັ່ງ-ລາວ ໃນ​ໄລຍະ​ຜ່ານ​ມາ, ເຊິ່ງ​ໄດ້​ນຳ​ເອົາ​ຜົນ​ປະໂຫຍດ​ຕົວ​ຈິງ ມາ​ໃຫ້​ປະຊາຊົນ​ສອງ​ປະເທດ ພ້ອມ​ທັງ​ກ່າວ​ວ່າຈະ​ເອົາໃຈໃສ່​ໃນ​ການ​ປະຕິບັດ​ໜ້າທີ່​ຂອງ​ຕົນ​ທີ່​ໄດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ, ເພື່ອ​ເປັນ​ການ​ປະກອບສ່ວນ ​ ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ຂອງ​ສອງ​ປະເທດ​ນັບ​ມື້​ດີ​ຂຶ້ນ.

ແຫຼ່ງທີ່ມາ: ອາຫວຸ້ນ
ວັນທີ 11/11/2022