ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນ ກອງທັບປະຊາຊົນລາວ ເຂົ້າຮ່ວມກອງປະຊຸມ
ຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 22


ທ່ານ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ
ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 22 (ACDFM-22)

    ໃນລະຫວ່າງ ວັນທີ 9-12 ກັນຍາ 2025 ນີ້, ທ່ານ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່
ເສນາທິການ ກອງທັບປະຊາຊົນລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 22 (ACDFM-22)
ພາຍໃຕ້ຄໍາຂວັນ: “ ຄວາມສາມັກຄີຂອງອາຊຽນ ເພືື່ອຄວາມໝັັ້ນຄົງ ແລະ ຄວາມສົມບູນພູນສຸກ” ທີ່ນະຄອນຫຼວງກົວລາລຳເປີ, ປະເທດມາເລ
ເຊຍ, ໂດຍການເປັນປະທານຂອງຜູ້ບັນຊາການທະຫານສູງສຸດ ແຫ່ງ ກອງທັບມາເລເຊຍ. ເຂົ້າຮ່ວມກອງປະຊຸມດັ່ງກ່າວມີ ຜູ້ບັນຊາການທະ
ຫານສູງສຸດຂອງກອງທັບ ບັນດາປະເທດສະມາຊິກອາຊຽນ ແລະ ຕີມໍ-ແລັດສະເຕ ໃນນາມເປັນປະທານສັງເກດການ ເຂົ້າຮ່ວມ.

     ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນໃນຄັ້ງນີ້, ຫົວໜ້າຄະນະຜູ້ແທນຂອງບັນດາປະເທດສະມາຊິກອາຊຽນ ໄດ້ແລກປ່ຽນທັດ
ສະນະກ່ຽວກັບສະພາບການທີ່ພົ້ນເດັ່ນໃນພາກພື້ນ ແລະ ປຶກສາຫາລືກ່ຽວກັບບາງແນວທາງແຜນຍຸດທະສາດ ເພື່ອຮັບມືກັບບັນດາໄພຂົ່ມຂູ່
ແລະ ສິ່ງທ້າທາຍຕ່າງໆ ຕໍ່ຄວາມໝັ້ນຄົງໃນພາກພື້ນ, ໂດຍສະເພາະ ຜົນກະທົບຈາກການແຂ່ງຂັນກັນຂອງປະເທດມະຫາອໍານາດ, ຄວາມໝັ້ນ
ຄົງທາງໄຊ ເບີ້, ອາຊະຍາກຳຂ້າມຊາດ, ອາຊະຍາກໍາທາງລະບົບອອນລາຍ, ການກໍ່ການຮ້າຍ, ຄວາມໝັ້ນຄົງທາງທະເລ, ໄພພິບັດທາງທຳມະ
ຊາດ ແລະ ອື່ນໆ. ກອງປະຊຸມ ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບຜົນສໍາເລັດ ຂອງກອງປະຊຸມຫົວໜ້າປະຊາຄົມສືບຂ່າວທະຫານອາຊຽນ
ຄັ້ງທີ 2 (AMICLC-2), ກອງປະຊຸມຫົວໜ້າສືບຂ່າວທະຫານອາຊຽນ ຄັ້ງທີ 22 (AMIM-22) ແລະ ກອງປະຊຸມຫົວໜ້າສູ້ຮົບອາຊຽນ ຄັ້ງ
ທີ 15 (AMOM-15), ເຊິ່ງໄດ້ຈັດຂຶ້ນທີ່ ກົວລາລໍາເປີ, ປະເທດມາເລເຊຍ ໃນລະຫວ່າງວັນທີ 7-8 ກັນຍາ 2025. ກອງປະຊຸມ ໄດ້ພິຈາລະນາ
ແລະ ເຫັນດີເປັນເອກະສັນຕໍ່ຮ່າງຖະແຫຼງການຮ່ວມຂອງກອງປະຊຸມ ACDFM-22. ຖະແຫຼງການຮ່ວມຂອງກອງປະຊຸມໃນຄັ້ງນີ້ ໄດ້ເນັ້ນ
ໜັກຫຼາຍເນື້ອໃນທີ່ສໍາຄັນ ເປັນຕົ້ນ: ການຮັກສາໃຫ້ກອງປະຊຸມ ACDFM-22 ເປັນກົນໄກການຮ່ວມມືຂັ້ນສູງສຸດຂອງທະຫານອາຊຽນ ເພື່ອ
ຊຸກຍູ້ການຮ່ວມມື ລະຫວ່າງກອງທັບຂອງບັນດາປະເທດສະມາຊິກອາຊຽນ, ການໃຫ້ຄວາມສໍາຄັນຕໍ່ການແກ້ໄຂບັນດາຂໍ້ຂັດແຍ່ງໃນພາກພື້ນດ້ວຍ
ສັນຕິວິທີ, ລວມທັງການຊຸກຍູ້ການປະຕິບັດລະບຽບຫຼັກການພື້ນຖານຂອງອາຊຽນ ແລະ ກົດໝາຍສາກົນ, ສົນທິສັນຍາແຫ່ງສະຫະປະຊາຊາດ
ວ່າດ້ວຍກົດ ໝາຍທາງທະເລ ປີ 1982, ກົດແຫ່ງການປະເຊີນໜ້າໂດຍບັງເອີນທາງທະເລ ແລະ ທາງອາກາດ ແລະ ມາດຕະການສ້າງຄວາມໄວ້
ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ການເສີມຂະຫຍາຍ ບັນດາກົນໄກການຮ່ວມມືດ້ານປ້ອງກັນຊາດ ແລະ ການທະຫານທີ່ມີຢູ່ໃນຂອບກອງປະຊຸມ
ລັດຖະມົນຕີປ້ອງກັນປະເທດອາຊຽນ, ອາຊຽນ-ບວກ ແລະ ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ, ໃຫ້ເລິກເຊິ່ງທາງດ້ານຍຸດທະສາດ,
ມີຈຸດສຸມ, ມີປະສິດທິພາບ, ປະສິດທິຜົນ ແລະ ເປັນຮູບປະທໍາ, ໂດຍສະເພາະ ການຮ່ວມມືວຽກງານການສ້າງຂີດຄວາມສາມາດ ແລະ ການຮັບ
ມືກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງຂອງພາກພື້ນ. ຖະແຫຼງການດັ່ງກ່າວ ໄດ້ສະແດງຄວາມໝາຍໝັ້ນໃນການປະກອບສ່ວນເຂົ້າໃນ 7 ຂົງເຂດ
ວຽກງານບຸລີມະສິດຂອງໜ່ວຍງານຜູ້ຊ່ຽວຊານ ໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ, ລວມທັງເພີ່ມທະວີການສ້າງ
ຄວາມເຂັ້ມແຂງໃນວຽກງານຄວາມໝັ້ນຄົງທາງໄຊເບີ້, ການສົ່ງເສີມບັນດາກົນໄກສ້າງສັນຕິພາບແບບຍືນຍົງ ເພື່ອແກ້ໄຂບັນດາຂໍ້ຂັດແຍ່ງ ແລະ
ປ້ອງກັນການໃຊ້ຄວາມຮຸນແຮງ ແລະ ການຮັບຮອງເອົາບັນດາຂໍ້ສະເໜີຂອງກອງປະຊຸມຫົວໜ້າສືບຂ່າວທະຫານອາຊຽນ ຄັ້ງທີ 22, ກອງປະຊຸມ
ຫົວໜ້າສູ້ຮົບອາຊຽນ ຄັ້ງທີ 15 ແລະ ກອງປະຊຸມຫົວໜ້າປະຊາຄົມສືບຂ່າວທະຫານອາຊຽນ (AMICLC) ຄັ້ງທີ 2 ແລະ ແຜນການ 2 ປີ ຂອງ
ທະຫານອາຊຽນ ແຕ່ປີ 2025-2027. ຖະແຫຼງການຮ່ວມໃນຄັ້ງນີ້ ສະແດງຄວາມໝາຍໝັ້ນຂອງຕົນໃນການສະໜັບສະໜູນວຽງການການທູດ
ປ້ອງກັນຊາດ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂຂໍ້ຂັດແຍ່ງຕ່າງໆ ດ້ວຍສັນຕິວິທີ ແລະ ການຍຶດໝັັ້ນຕໍ່ກົດບັດອາຊຽນ, ກົດບັດແຫ່ງສະຫະປະ
ຊາຊາດ ແລະ ລະບຽບກົດໝາຍສາກົນ ເພື່ອເປັນມາດຕະການສ້າງຄວາມເຊື່ອໝັັ້ນໃນການສົົ່ງເສີມສະຖຽນລະ ພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະ
ການແກ້ໄຂບັນຫາທາງກົດໝາຍ ແລະ ການຮັບມືກັບບັນດາສິ່ງທ້າທາຍຕໍ່ຄວາມໝັັ້ນຄົງຂອງພາກພື້ນ, ການສະແດງດ້ວຍຄວາມຍິນດີຕໍ່ການຕັດສິນ
ໃຈຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46, ເຊິ່ງໄດ້ເຫັນດີເປັນເອກະພາບວ່າ ຕີມໍ-ແລັດສະເຕ ຈະຖືກຮັບເຂົ້າເປັນປະເທດສະມາຊິກອາຊຽນ
ທີ 11 ໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັັ້ງທີ 47, ເຊິ່ງສະແດງເຖິງການມີສ່ວນຮ່ວມ ແລະ ຄວາມສາມັກຄີຂອງພາກພື້ນ ແລະ ການຢໍ້າຄືນ
ເຖິງຫຼັກການຂອງປະຊາຄົມທີ່ເປີດກວ້າງ ແລະ ກົມກຽວ.

     ຖະແຫຼງການໃນຄັ້ງນີ້ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສໍາລັບຄວາມຮັບຜິດຊອບສູງ ແລະ
ຜົນສໍາເລັດທີ່ດີເລີດໃນການເປັນປະທານອາຊຽນ ໃນປີ 2024 ທີ່ຜ່ານມາ ແລະ ສະແດງຄວາມຊົມເຊີຍ ມາຍັງມາເລເຊຍ ສໍາລັບການນໍາພາທີ່
ເປັນແບບຢ່າງນໍາໜ້າ ແລະ ມີວິໄສທັດໃນການເປັນປະທານອາຊຽນ ໃນປີ 2025. ໃນຕອນທ້າຍຂອງກອງປະຊຸມດັ່ງກ່າວ, ມາເລເຊຍ ໃນນາມ
ເປັນປະທານອາຊຽນໃນປີນີ້ ໄດ້ມອບ-ໂອນການເປັນປະທານກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 23, ກອງປະຊຸມຫົວໜ້າສືບ
ຂ່າວທະຫານອາຊຽນ ຄັ້ງທີ 23 ແລະ ກອງປະຊຸມຫົວໜ້າສູ້ຮົບອາຊຽນ ຄັັ້ງທີ 16 ໃຫ້ປະເທດ ຟີລິບປິນ ສືບຕໍ່ເປັນເຈົ້າພາບໃນປີ 2026.

ແຫຼ່ງຂ່າວໂດຍ ທອງມາ ໄຊຍະເພັງສາ
ວັນທີ 11/09/2025