ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດຮັບຮອງຄະນະພັກຊຸດໃໝ່ສະໄໝທີ V ຂອງຄະນະພັກຮາກຖານໂຮງຮຽນ 307


ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

    ພິທີປະກາດຮັບຮອງເອົາຄະນະພັກຊຸດໃໝ່ ສະໄໝທີ V ຂອງຄະນະພັກຮາກຖານໂຮງຮຽນ 307 ໄດ້ຈັດຂຶ້ນໃນວັນທີ 6 ມິຖຸນາ 2024 ນີ້,
ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ,
ມີແຂກທີ່ຖືກເຊີນຈາກຫ້ອງການເມືອງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ 6 ໜ່ວຍພັກ ແລະ ສະມາຊິກພັກທົ່ວກົມກອງເຂົ້າຮ່ວມ.

     ສະຫາຍ ພັນໂທ ທອງວັນ ສິງວັນທາ ຫົວໜ້າພະແນກຈັດຕັ້ງພັກ ຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານມະຕິຕົກລົງ
ຂອງຄະນະປະຈໍາພັກ ກົມໃຫຍ່ເສນາທິການວ່າດ້ວຍການຮັບຮອງເອົາຜົນສໍາເລັດກອງປະຊຸມໃຫຍ່ຮາກຖານພັກ ອີງຕາມກົດລະບຽບຂອງພັກ
ປະຊາຊົນປະຕິວັດລາວ ສະໄໝທີ XI ໝວດທີ VI ມາດຕາ 28 ຂໍ້ ຂໍ/6 ວ່າດ້ວຍການພິຈາລະນາຮັບຮອງມະຕິກອງປະຊຸມໃຫຍ່ ແລະ ຜົນການ
ເລືອກຕັ້ງຄະນະພັກຂັ້ນລຸ່ມ ອີງຕາມຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກຮາກຖານໂຮງຮຽນ 307 ໃນຄັ້ງວັນທີ 14 ມີນາ
2024 ຄະນະປະຈໍາພັກ ກົມໃຫຍ່ເສນາທິການ ຕົກລົງຮັບຮອງເອົາຄະນະພັກຮາກຖານໂຮງຮຽນ 307 ຊຸດໃໝ່ ສະໄໝທີ V ປະກອບມີ 7 ສະ
ຫາຍຄື: 1. ພັນເອກ ສີເຟືອງ ແກ້ວບົວພອນ ເປັນເລຂາ 2. ພັນໂທ ບຸນສະຫຼອງ ວິໄລຫານ ເປັນຮອງເລຂາ 3. ພັນໂທ ສອນໄຊ ພົມມາວົງ ເປັນ
ປະທານກວດກາ 4. ພັນໂທ ຄໍາປັນ ສິດປະເສີດ ເປັນກໍາມະການປ້ອງກັນ 5. ພັນຕີ ຫົງສາ ດວງສົມບູນ ເປັນກໍາມະການຈັດຕັ້ງ 6. ພັນໂທ ດວງ
ໄຊ ຈັນທະວົງ ເປັນກໍາມະການໂຄສະນາ - ຂະບວນການ 7. ພັນໂທ ໄຊພອນ ສີພາວັນ ເປັນກໍາມະການ - ການຄັງ ໃນພິທີຍັງໄດ້ຮັບຟັງການໂອ້
ລົມຈາກສະຫາຍປະທານ ກ່ອນອື່ນໝົດສະຫາຍກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກຮາກ
ຖານໂຮງຮຽນ 307, ຊົມເຊີຍບັນດາສະຫາຍທີ່ໄດ້ຮັບການເລືອກຕັ້ງເຂົ້າໃນຄະນະພັກຊຸດໃໝ່ ຈົ່ງພ້ອມກັນເຊີດຊູນໍ້າໃຈຄວາມຮັບຜິດຊອບຕາມ
ການໄວ້ເນື້ອເຊື່ອໃຈຂອງສະມາຊິກພັກທົ່ວກົມກອງ ເຊິ່ງມັນສະແດງອອກເຖິງຄຸນສົມບົດສິນທຳປະຕິວັດ, ຕ້ອງຍົກສູງບົດບາດອັນໃໝ່ໃນການ
ປັບປຸງຈັດຕັ້ງໃນແຕ່ລະຂັ້ນຂອງຕົນ, ສືບຕໍ່ຊີ້ນໍາ - ນໍາພາກົມກອງໃຫ້ມີແບບແຜນທັນສະໄໝຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂ່າວໂດຍ ແກ່ນຕາ ສີລິລາດ
ວັນທີ 11/06/2024