
ໂຮງຮຽນທິດສະດີການເມືອງກອງທັບ ປິດຊຸດເຝິກອົບຮົມວຽກງານນະໂຍບາຍ
ໃນກອງທັບ ລະບົບ 3 ເດືອນ ຊຸດທີ II

ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ,
ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ ໃນວັນທີ 8 ພຶດສະພາ 2026
ວັນທີ 8 ພຶດສະພາ 2026 ນີ້, ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຈັດພິທີປິດຊຸດເຝິກອົບຮົມວຽກງານນະໂຍບາຍໃນກອງທັບ
ລະບົບ 3 ເດືອນ ຊຸດທີ II, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ກຳມະການຄະນະປະຈຳພັກກະຊວງປ້ອງ
ກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍຕາງໜ້າຈາກກົມນະໂຍບາຍ, ກົມພະນັກງານ, ກົມຈັດຕັັ້ງພັກ,
ກົມໂຮງຮຽນ, ຄະນະພັກ-ຄະນະອຳນວຍການ ໂຮງຮຽນທິດສະດີການເມືອງກອງທັບ, ຄະນະຫ້ອງ, ພະແນກການ, ພະນັກງານຫຼັກແຫຼ່ງ,
ຄູ-ອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ.
ສະຫາຍ ພັນເອກ ສຸກ ອິນທະມູນ ຫົວໜ້າກ້ອງອົບຮົມ-ກໍ່ສ້າງ ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຜ່ານບົດລາຍງານຜົນສໍາເລັດ
ການບຳລຸງວຽກງານນະໂຍບາຍໃນກອງທັບ ຊຸດທີ II ສົກຮຽນ 2025-2026 ຢູ່ໂຮງຮຽນທິດສະດີການເມືອງກອງທັບ, ມີຈຸດປະສົງເພື່ອແນ
ໃສ່ຍົກສູງ ລະດັບຄວາມຮູ້ຄວາມສາມາດ ໃຫ້ແກ່ພະນັກງານນໍາພາ-ບັນຊາຢູ່ໃນຖັນແຖວກອງທັບ ໂດຍສະເພາະແມ່ນພະນັກງານທີ່ເປັນເສ
ນາທິການດ້ານວຽກງານນະໂຍບາຍ ຢູ່ໃນກອງທັບ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້ທາງດ້ານທິດສະດີຫຼັກການກ່ຽວກັບວຽກ
ງານນະໂຍບາຍ ໃນກອງທັບຢ່າງເປັນລະບົບ ແລະ ມີຄວາມສາມາດໃນການຈັດຕັ້ງປະຕິບັດຢູ່ແຕ່ລະອົງການ, ກົມກອງ ແລະ ທ້ອງຖິ່ນ ໃຫ້ມີ
ຄວາມເປັນເອກະພາບ, ຖືກຕ້ອງກັບທິດຊີ້ນໍາຂອງ ກະຊວງປ້ອງກັນປະເທດວາງອອກ. ເຊີ່ງຊຸດບຳລຸງວຽກງານນະໂຍບາຍ ໃນກອງທັບ ຄັ້ງນີ້
ມີຈຳນວນພົນທັງໝົດ 30 ສະຫາຍ, ເປັນພະນັກງານວິຊາການທີ່ມາຈາກກຳລັງຫຼວງ, ກົມກອງທ້ອງຖິ່ນ, ການນໍາຂັ້ນຫົວໜ້າພະແນກ, ຮອງ
ພະແນກ, ຫົວໜ້າຂະແໜງການ, ຫົວໜ້າກອງປະຕິບັດງານ, ຊ່ວຍວຽກພະແນກການ, ຂະແໜງການ ຢູ່ໃນບັນດາກົມກອງທົ່ວກອງທັບ.
ຜ່ານການບຳລຸງໃນໄລຍະ 90 ວັນ, ນັກສຶກສາແຕ່ລະສະຫາຍ ໄດ້ເອົາໃຈໃສ່ປະຕິບັດບັນດາຂໍ້ກໍານົດກົດລະບຽບ ຂອງໂຮງຮຽນທິດສະດີ
ການເມືອງກອງທັບວາງອອກຢ່າງເຂັ້ມງວດ, ຮັບປະກັນໄດ້ທາງດ້ານຈໍານວນພົນຂຶ້ນຫ້ອງຄົ້ນຄວ້າ, ສົນທະນາ, ພ້ອມທັງປະກອບສ່ວນຄໍາຄິດ
ຄໍາເຫັນ ດ້ວຍຄວາມຈິງໃຈຕໍ່ກັບການປັບປຸງກໍ່ສ້າງໂຮງຮຽນທິດສະດີການເມືອງກອງທັບ, ນັກສຶກສາທຸກຄົນ ໄດ້ຕັ້ງໃຈຄົ້ນຄວ້າຮໍ່າຮຽນຢ່າງຕັ້ງ
ໜ້າ, ເປັນລະບົບ, ສາມາດຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບບົດຮຽນ, ເປັນຕົ້ນແມ່ນທາງດ້ານພື້ນຖານທິດຫຼັກການເປັນພື້ນຖານໃນ
ການເຄື່ອນໄຫວນໍາພາ, ຄຸ້ມຄອງ ແລະ ກຳແໜ້ນບາດກ້າວດໍາເນີນວຽກງານນະໂຍບາຍໃນກອງທັບ. ຜ່ານການເຝິກອົບຮົມສາມາດສັງລວມ
ໄດ້ຄວາມຮັບຮູ້, ເຂົ້າໃຈດ້ານເນື້ອໃນເອກະສານ ຂອງນັກເຝິກອົບຮົມຍາດໄດ້ເກດ A 12 ສະຫາຍ ກວມເອົາ 40% ແລະ ເກດ B+ 18 ສະ
ຫາຍ ກວມເອົາ 60 %. ພ້ອມນັ້ນ, ໃນພິທີ ຍັງໄດ້ຈັດຕັ້ງມອບໃບຢັ້ງຢືນ ໃຫ້ນັກເຝິກອົບຮົມ ຈຳນວນ 30 ສະຫາຍ ຢ່າງສົມກຽດ, ໂດຍການ
ຂຶ້ນມອບຂອງ ສະຫາຍ ພັນເອກ ປອ ທີມສາວ ດວງຈໍາປາ ຫົວໜ້າການເມືອງ ໂຮງຮຽນທິດສະດີການເມືອງກອງທັບ.
ໂອກາດນີ້, ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ໄດ້ມີຄຳເຫັນໂອ້ລົມຫຼາຍບັນທີ່ສຳຄັນ ເຊິ່ງໄດ້ຍົກໃຫ້ເຫັນເຖິງຄວາມໝາຍ, ຄວາມ
ສຳຄັນ ຂອງວຽກງານນະໂຍບາຍ ພ້ອມທັງ, ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ ແລະ ນັກເຝິກອົບຮົມ
ທີ່ໄດ້ພ້ອມກັນຕັ້ງໜ້າສຶກສາຮໍ່າຮຽນ ຈົນຍາດໄດ້ຜົນສໍາເລັດຢ່າງຈົບງາມ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະອຳນວຍການ ສືບຕໍ່ເອົາໃຈໃສສຶກ
ສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ, ຄູ-ອາຈານ ມີແນວຄິດການເມືອງໜັກແໜ້ນ, ເຊື່ອມຊຶມແນວທາງແຜນນະໂຍບາຍຂອງພັກ, ຮູ້
ຈຳແນກອັນຖືກ-ອັນຜິດ, ອົດທົນຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ຊີ້ນຳ-ນາພາ ຄູ-ອາຈານ ປະຕິບັດໜ້າທີ່ໃຈກາງໃນການສິດສອນຖ່າຍທອດຄວາມຮູ້
ໃຫ້ດີ, ເປັນແບບຢ່າງນຳໜ້າໃນການຊອກຮູ້ຮ່ຳຮຽນ, ຍົກສູງຄວາມຮູ້ຄວາມສາມາດໃຫ້ສູງຂຶ້ນຕື່ມໃນທຸກດ້ານ ເພື່ອສົ່ງຄວາມຮູ້ໃຫ້ນັກຮຽນ-ນັກ
ສຶກສາ ໄດ້ຢ່າງມີປະສິດທິພາບ, ສືບຕໍ່ຊີ້ນຳ-ນຳພາ ແລະ ກຳແໜ້ນທາງດ້ານຈໍານວນພົນໃຫ້ເປັນປົກກະຕິ, ຊີ້ນຳວຽກງານແກ້ໄຂຊີວິດການເປັນຢູ່
ຂອງພະນັກງານ-ນັກຮົບ ໃຫ້ນັບມືີ້ນັບດີຂຶ້ນ ແລະ ປົກປັກຮັກສາພະຫະນະເຕັກນິກ, ອຸປະກອນການຮຽນ-ການສອນ ບໍ່ໃຫ້ຕົກເຮ່ຍເສຍຫາຍ
ສາມາດນຳໃຊ້ໄດ້ຍາວນານ. ສຳລັບນັກເຝິກອົບຮົມ ພາຍຫຼັງກັບຄືນກົມກອງໃຫ້ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງຮອບດ້ານ, ຕັ້ງໜ້າປະກອບສ່ວນ
ເຂົ້າໃນວຽກງານປັບປຸງກໍ່ສ້າງກົມກອງໃຫ້ມີໃບໜ້າອັນໃໝ່ ແລະ ມີຄວາມເຂັ້ມແຂງ-ໜັກແໜ້ນໃນທຸກດ້ານ, ເປັນແບບຢ່າງທີ່ດີໃນການປະຕິ
ບັດລະບຽບວິໄນຂອງກອງທັບ ກໍຄືຂອງກົມກອງຂອງຕົນຢ່າງເຂັ້ມງວດ, ນໍາເອົາບົດຮຽນຕ່າງໆ ທີ່ໄດ້ຮໍ່າຮຽນໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການ
ປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ມີຄວາມເປັນເອກະພາບ ແລະ ມີປະສິດທິຜົນສູງສຸດ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 11/05/2026