
ມອບ-ຮັບໜ້າທີ່ ຫົວໜ້າກົມແຜນທີ່ ກົມໃຫຍ່ເສນາທິການກອງທັບ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມແຜນທີ່ ກົມໃຫຍ່ເສນາທິການກອງທັບລະຫວ່າງພັນເອກ ສົມພຸດ ພິລາ
ຫົວໜ້າກົມແຜນທີ່ (ຜູ້ເກົ່າ) ແລະ ພັນເອກ ສຸດໃຈ ດວງໃຈ ຫົວໜ້າກົມແຜນທີ່ (ຜູ້ໃໝ່)
ພິທີມອບ-ຮັບໜ້າທີ່ຫົວໜ້າກົມແຜນທີ່ ກົມໃຫຍ່ເສນາທິການກອງທັບ ລະຫວ່າງ ພັນເອກ ສົມພຸດ ພິລາ ຫົວໜ້າກົມແຜນທີ່ (ຜູ້ເກົ່າ)
ແລະ ພັນເອກ ສຸດໃຈ ດວງໃຈ ຫົວໜ້າກົມແຜນທີ່ (ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 7 ພະຈິກ 2025, ໂດຍການເປັນປະທານ ຂອງສະຫາຍ ພົນ
ຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ກົມ
ກອງອ້ອມຂ້າງ, ພ້ອມດ້ວຍພະນັກງານຫຼັກແຫຼ່ງພາຍໃນກົມ ເຂົ້າຮ່ວມ.
ສະຫາຍ ພັນເອກ ສົມພຸດ ພິລາ ຫົວໜ້າກົມແຜນທີ່ (ຜູ້ເກົ່າ) ກໍໄດ້ສະຫຼຸບຄືນໂດຍສັງເຂບ ກ່ຽວກັບການນໍາພາ-ຊີ້ນໍາ ການເຄື່ອນໄຫວ
ຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຕາມພາລະບົດບາດ ແລະ ໜ້າທີ່ ໂດຍປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກ
ກະຊວງປ້ອງກັນປະເທດວາງອອກ, ໂດຍສະເພາະແມ່ນຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ເປັນບັນຫາສໍາຄັນ, ເອົາບັນດາ
ແນວທາງຂອງພັກ-ກົດໝາຍຂອງລັດ, ມະຕິ, ຄໍາສັ່ງ, ມາຈັດຕັ້ງເຜີຍແຜ່ເຊື່ອມຊຶມໃຫ້ພະນັກງານ-ນັກຮົບ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງເຮັດໃຫ້
ພະນັກງານ-ສະມາຊິກພັກ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ ແລະ ນໍາໄປຈັດຈັ້ງຜັນຂະຫຍາຍເຂົ້າໃນວຽກ
ງານການເມືອງວິຊາສະເພາະ ເຮັດໃຫ້ກົມແຜນທີ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ, ມີແບບແຜນ ແລະ ເຮັດສໍາເລັດທຸກວຽກງານທີ່
ຂັ້ນເທິງມອບໝາຍໃຫ້.
ໂອກາດນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ມີຄໍາເຫັນໂອ້ລົມວ່າ: ການມອບ-ຮັບໜ້າທີ່ ໃນຄັ້ງນີ້ ກໍແມ່ນປະຕິບັດຕາມແນວທາງນະ
ໂຍບາຍຂອງພັກ-ລັດ ກໍຄືກະຊວງປ້ອງກັນປະເທດ ທີ່ມີຕໍ່ນາຍ ແລະ ພົນທະຫານທຸກສະຫາຍ, ເພື່ອເປັນການປັບປຸງບູລະນະການຈັດຕັ້ງ ພ້ອມ
ທັງໄດ້ຕີລາຄາສູງຕໍ່ ສະຫາຍ ພັນເອກ ສົມພຸດ ພິລາ ທີ່ໄດ້ຮັບນະໂຍບາຍພັກຜ່ອນ ເພື່ອຮັບບໍານານ ເຊິ່ງສະຫາຍ ໄດ້ສຸມເຫື່ອແຮງ, ສະຕິປັນຍາ,
ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເວົ້າສະເພາະແມ່ນ ນຳພາ-ຊີ້ນໍາ ກົມແຜນທີ່ໃຫ້ມີຄວາມເຕີບໃຫຍ່
ເຂັ້ມແຂງຕະຫຼອດມາ, ພ້ອມທັງເນັ້ນໜັກໃຫ້ສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ສືບຕໍ່ປະຕິບັດໜ້າທີ່ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາ
ພາແນວຄິດເປັນສໍາຄັນ, ເຮັດໃຫ້ພະນັກງານ-ນັກຮົບກໍາໄດ້ເຖິງແນວທາງຂອງພັກ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ ຍົກສູງເຊີດຊູບົດບາດ
ຄວາມເປັນແບບຢ່າງໃຫ້ສະມາຊິກພັກ-ພະນັກງານ ຢ່າງຮອບດ້ານ ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ ແລະ ເຮັດໜ້າທີ່ວຽກງານ
ໃຫ້ມີຜົນສໍາເລັດສູງ.
ແຫຼ່ງຂ່າວໂດຍ ສຸພາພອນ ລາດສີເມືອງ
ວັນທີ 10/11/2025