ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ
ທີ່ປຶກສາທູດປ້ອງກັນຊາດ ສະຫະລັດ ອາເມຣິກາ


ທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ
ທ່ານ ພັນໂທ ນາງ ມາເຣຍ ເຈ ລີອອງ ທີ່ປືກສາທູດປ້ອງກັນຊາດ ສະຫະລັດອາເມຣິກາ ປະຈຳ ສປປ ລາວ ຄັ້ງວັນທີ 10/10/2025

    ໃນວັນທີ 9 ຕຸລາ 2025 ນີ້, ທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ
ກອງທັບປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ສະເໜີໂຕ ຂອງທ່ານ ພັນໂທ ນາງ ມາເຣຍ ເຈ ລີອອງ ທີ່ປືກສາທູດປ້ອງກັນຊາດ
ສະຫະລັດອາເມຣິກາ ປະຈຳ ສປປ ລາວ ພ້ອມຄະນະ.

     ໃນໂອກາດນີ້, ທ່ານ ພົນຕີ ສາຍໃຈ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ພັນໂທ ນາງ ມາເຣຍ ເຈ ລີອອງ ທີ່ໄດ້ຮັບການແຕ່ງ
ຕັ້ງເປັນທີ່ປືກສາທູດປ້ອງກັນຊາດ ສະຫະລັດອາເມຣິກາ ປະຈຳ ສປປ ລາວ ຄົນໃໝ່ ພ້ອມທັງ, ອວຍພອນໃຫ້ທ່ານທີ່ປຶກສາທູດປ້ອງກັນຊາດ ຈົ່ງ
ປະສົບຜົນສຳ ເລັດໃນໜ້າທີ່ວຽກງານທຸກປະການ. ທ່ານ ພັນໂທ ນາງ ມາເຣຍ ເຈ ລີອອງ ໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ພົນຕີ ສາຍໃຈ ກົມ
ມະສິດ ພ້ອມຄະນະ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນ ພ້ອມທັງ ແຈ້ງແຜນຄາດກະການຮ່ວມມືໃນຕໍ່ໜ້າໃຫ້ຮັບຊາບຕື່ມອີກ.

ແຫຼ່ງຂ່າວໂດຍ ນາງ ໜູແດງ
ວັນທີ 10/10/2025