ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກສນ ຈັດຕັ້ງເຊື່ອມຊື່ມມະຕິເລກທີ 04 ຂອງກົມການເມືອງສູນກາງພັກ
ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI


    ວັນທີ 8 ຕຸລາ 2024 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິເລກທີ 04 ຂອງກົມການເມືອງສູນກາງພັກ ແລະ
ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ
ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາກົມ, ຫ້ອງການ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງຮາກຖານເຂົ້າຮ່ວມ.

     ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ຍົກໃຫ້ເຫັນເຖິງຄວາມຈໍາເປັນໃນການອອກມະຕິດັ່ງກ່າວ ແລະ ແນວຄິດຊີ້ນໍາຂອງການສ້າງເສດ
ຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ທິດທາງລວມ, ເປົ້າໝາຍສູ້ຊົນ, ແຜນນະໂຍບາຍ ເພື່ອເພີ່ມທະວີການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດ
ຖະກິດ-ການເງິນ, ສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດ, ການບໍລິການ, ລະບົບການເງິນ-ເງິນຕາ ແລະ ການຄຸ້ມຄອງບໍລິຫານລັດ ເພື່ອເປັນພື້ນ
ຖານໃຫ້ແກ່ການສ້າງເສດຖະກິດ ເອກະລາດ, ເປັນເຈົ້າຕົນເອງ ຢ່າງມີບາດກ້າວ. ພ້ອມນີ້ກໍໄດ້ເຜີຍແຜ່ມະຕິກອງປະຊຸມ ຄົບຄະນະບໍລິຫານງານສູນ
ກາງພັກ ຄັ້ງທີ 8 ສະໄໝທີ XI, ເຊິ່ງກອງປະຊຸມດັ່ງກ່າວໄດ້ດໍາເນີນໃນລະຫວ່າງ ວັນທີ 13-17 ພຶດສະພາ 2024, ກອງປະຊຸມໄດ້ຕີລາຄາການຈັດ
ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024
ຕິດພັນກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າ
ດ້ວຍການແກ້ໄຂບັນຫາຢາເສບຕິດ, ຍົກໃຫ້ເຫັນ 9 ວຽກງານຈຸດສຸມ ເພື່ອສືບຕໍ່ຈັດຕັ້ງປະຕິບັດໃນ 6 ເດືອນທ້າຍປີ 2024 ແລະ ວ່າດ້ວຍການປະ
ຕິຮູບ ລັດວິສາຫະກິດ ຕໍ່ສະພາບການດໍາເນີນທຸລະກິດ ຂອງລັດວິສາຫະກິດໃນໄລຍະຜ່ານມາ ພ້ອມທັງເປັນເອກະພາບກຳນົດ 5 ຈຸດສຸມປະຕິຮູບ
ລັດວິສາຫະກິດ ໃຫ້ເຂັ້ມແຂງໃນຕໍ່ໜ້າ, ຕີລາຄາກ່ຽວກັບການຍົກສູງຄຸນນະພາບການດຳເນີນຄະດີ ຕາມຂະບວນການຍຸຕິທໍາ, ພ້ອມດຽວກັນ, ກໍ
ໃຫ້ທິດຊີ້ນໍາ 7 ບັນຫາສໍາຄັນຕໍ່ວຽກງານດັ່ງກ່າວ; ກ່ຽວກັບການປັບປຸງ ຄຸນນະພາບການສຶກສາ ແລະ ແກ້ໄຂບັນຫາການປະລະການຮຽນ, ການ
ຂາດແຄນຄູສອນ ເຊິ່ງມະຕິກອງປະຊຸມ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ 3 ບັນຫາສໍາຄັນ. ມະຕິກອງປະຊຸມ ຍັງໄດ້ຍົກໃຫ້ເຫັນການກະກຽມເອກະສານ
ຕົ້ນຕໍຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ບັນດາວຽກງານຈຸດສຸມ.

     ຈາກນັ້ນສະຫາຍ ພັນເອກ ເທບພະພອນ ຫອມດີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບຍັງ ໄດ້ຂຶ້ນເຜີຍແຜ່ດໍາລັດ ວ່າ
ດ້ວຍການຄຸ້ມຄອງການຄ້າຂາຍ ສັດນໍ້າ, ສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດ ແລະ ໄດ້ຮັບຟັງການເຜີຍແຜ່ການສັງລວມບັດດາເນື້ອ
ໃນເອກະສານ ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ
ນໍາອີກ.

ແຫຼ່ງຂ່າວໂດຍ ພຸດທະວອນ
ວັນທີ 10/10/2024