
ປະກາດການອະນຸມັດໃຫ້ນາຍທະຫານຂັ້ນສູງ ພັກການ ກຽມຮັບບຳນານ

ພິທີປະກາດການອະນຸມັດໃຫ້ນາຍທະຫານຂັ້ນສູງ ພັກການ ກຽມຮັບບຳນານ ໃນວັນທີ 8/9/2025
ພິທີ ປະກາດການອະນຸມັດໃຫ້ນາຍທະຫານຂັ້ນສູງ ພັກການ ກຽມຮັບບຳນານ ໄດ້ຈັດໃນ ວັນທີ 8 ກັນຍາ 2025 ນີ້, ທີ່ ກະຊວງ
ປ້ອງກັນປະເທດ ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມັນຕີກະຊວງປ້ອງກັນ
ປະເທດ, ມີບັນດາສະຫາຍກຳມະການສູນກາງພັກ, ຄະນະພັກ-ຄະນະນຳກະຊວງປ້ອງກັນປະເທດ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ຄະນະ
ນຳບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ພະນັກງານການນຳຂັ້ນສູງ, ນາຍທະຫານຂັ້ນສູງຜູ້ໄດ້ຮັບອະນຸມັດພັກການ ກຽມ
ຮັບບຳນານ, ຜູ້ຕາງໜ້າພາກສ່ວນຕ່າງໆ ແລະ ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ ສະຫາຍ ນັນທະພົນ ລີວັດທະນາ ຮອງ
ຫົວໜ້າກົມຄຸ້ມຄອງພະນັກງານ ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງ ຂອງກົມການເມືອງສູງການພັກ ວ່າດ້ວຍການອະນຸ
ມັດໃຫ້ພະນັກງານການນຳຂັ້ນສູງ ພັກການ ກຽມຮັບບຳນານ ແລະ ດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານ
ການນຳຂັ້ນສູງ ພັກການ ກຽມບຳນານ ໃນນີ້, ໄດ້ຕົກລົງໃຫ້ ສະຫາຍ ພົນໂທ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນ
ຕີກະຊວງປ້ອງກັນປະເທດ ແລະ ສະຫາຍ ພົນໂທ ວົງຄຳ ພົມມະກອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ພັກການກຽມຮັບບຳນານ.
ຈາກນັ້ນ, ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່
ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງ ພັກການ ກຽມຮັບ
ບຳນານ, ໃນນີ້ ກະຊວງປ້ອງກັນປະເທດ ຕົກລົງໃຫ້ ສະຫາຍ ພົນຕີ ປະສິດ ທ່ຽງທຳ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນ
ຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ພົນຈັດຕະວາ ຄອນສະຫວັນ ມິ່ງຈຳປາບານ ຮອງຫົວໜ້າກົມໃຫຍ່ເຕັກ
ນິກກອງທັບ ພັກການ ກຽມຮັບບຳນານ. ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ໂອ້ລົມຕໍ່ບັນດາສະຫາຍ ການນຳຂັ້ນສູງ
ກອງທັບປະຊາຊົນລາວ ທີ່ກຽມຮັບບຳນານ ເຊິ່ງແຕ່ລະສະຫາຍແມ່ນຜູ້ທີ່ໄດ້ປະກອບສ່ວນທາງດ້ານສະຕິປັນຍາ, ເຫື່ອແຮງຂອງຕົນເຂົ້າໃນພາ
ລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ກໍຄືການປະກອບສ່ວນເຂົ້າໃນການປັບ
ປຸງກໍ່ສ້າງກອງທັບໃນຕະຫຼອດໄລຍະຜ່ານມາ, ເຮັດໃຫ້ກອງທັບນັບມື້ເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ.
ພ້ອມດຽວກັນນີ້, ໄດ້ຮຽກຮ້ອງມາຍັງນາຍທະຫາຍຂັ້ນສູງ ທີ່ໄດ້ຮັບນະໂຍບາຍພັກການ ກຽມຮັບບຳນານ ພ້ອມກັນສືບຕໍ່ເສີມຂະຫຍາຍ
ເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານຮຸ່ນສືບທອດ, ເປັນແກ່ນສານເຕົ້າໂຮມຄວາມສາມັກຄີໃນອົງການປົກຄອງທ້ອງຖິ່ນຂັ້ນບ້ານ ໂດຍສະເພາະ
ໃນການຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດຳລົງຊີວິດທີປອດໃສຂາວສະອາດ ແລະ ຖືກຕ້ອງຕາມລະບຽບກົດໝາຍຂອງ
ພັກ-ລັດ.
ແຫຼ່ງຂ່າວໂດຍ ນາງ ກາ ຫຼ້າພາວັນ
ວັນທີ 10/09/2025