ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງວ່າການກະຊວງປ້ອງກັນປະເທດ ສະຫຼຸບວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ 2026


ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຄະນະປະຈໍາພັກກະຊວງ, ເລຂາຄະນະພັກອົງການ,
ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ​ເປັນປະທານ

     ວັນທີ 7 ສິງຫາ 2026 ນີ້, ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ສະຫຼຸບວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ ວາງ
ທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຄະນະປະຈໍາພັກກະ
ຊວງ, ເລຂາຄະນະພັກອົງການ, ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ, ມີຄະນະພັກອົງການ, ຄະນະຫ້ອງວ່າການກະຊວງປ້ອງ
ກັນປະເທດ, ຄະນະກົມ, ຄະນະຫ້ອງການ, ຄະນະອໍານວຍການບໍລິສັດ ລັດວິສາຫະກິດ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ໄຊຍະສອນ ແກ້ວໂຍທີ ຫົວໜ້າກົມຄົ້ນຄວ້າສັງລວມ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຜ່ານບົດສະ
ຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ເຊິ່ງໃນນັ້ນ, ຄະນະພັກອົງ
ການ ໄດ້ເປັນເຈົ້າການຊີ້ນໍາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ຊຸກຍູ້-ປູກລະດົມພະນັກງານພາຍໃນກົມກອງໃຫ້ມີແນວ
ຄິດອຸ່ນອຽນທຸ່ນທ່ຽງ, ຫ້າວຫັນໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ, ມີສະຕິຕໍ່ການຈັດຕັ້ງ, ລະບຽບວິໄນຂອງກອງທັບ,
ຕ້ານ ແລະ ສະກັດກັ້ນກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ຫວັງດີ ແລະ ສະກັດກັ້ນແນວຄວາມຄິດປະກົດການຫຍໍ້ທໍ້ຕ່າງໆ, ເອົາ
ໃຈໃສ່ຕໍ່ການຈັດຕັ້ງປະຕິບັດວຽກງານປ້ອງກັນບັນດາເປົ້າໝາຍສໍາຄັນ, ຮັບປະກັນຄວາມສະຫງົບ-ປອດໄພເປັນຕົ້ນແມ່ນ ປ້ອງກັນການນໍາ
ຂັ້ນສູງ, ສຳນັກງານ-ອົງການ, ສາງຄັງ, ວັດຖຸ, ພາຫະນະ-ເຕັກນິກ ແລະ ເອກະສານສໍາຄັນຕ່າງໆ, ຕິດຕາມ-ກວດກາ ແລະ ຊຸກຍູ້ໂຄງການ
ບັນດາຈຸດສຸມພັດທະນາ ຂອງຄະນະຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ, ໂຄງການຈຸດສຸມການຮ່ວມມືພັດທະນາລຽບຕາມຊາຍ
ແດນ ລາວ-ຫວຽດນາມ ຂອງກະຊວງປ້ອງກັນປະເທດ ຢ່າງເປັນປະຈຳ, ເປັນເຈົ້າການ ແລະ ຍົກສູງຄວາມຮັບຜິດຊອບວຽກງານຄົ້ນຄວ້າ
ສັງລວມ, ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງ
ປ້ອງກັນປະເທດ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ, ຄົ້ນຄວ້າຂີດຂຽນບັນດາມະຕິ, ບົດສະຫຼຸບປະຈຳອາທິດ, ເດືອນ, ໄຕມາດ, 6
ເດືອນຕົ້ນປີ-ທ້າຍປີ, ປະຈຳປີຂອງກະຊວງ ແລະ ຫ້ອງວ່າການກະຊວງປ້ອງກັນປະເທດ, ຮ່າງບົດແຈ້ງການ, ບົດປາໄສ, ບົດໂອ້ລົມ ແລະ
ບັນດາເອກະສານອື່ນໆ ໂດຍສະເພາະແມ່ນຄົ້ນຄວ້າປັບປຸງນິຕິກໍາ ວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກ ຂອງຄະນະລັດຖະ
ມົນຕີ, ຂໍ້ຕົກລົງ ວ່າດ້ວຍໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງຄະນະຫ້ອງວ່າການກະຊວງປ້ອງກັນປະເທດ, ເອົາໃຈໃສ່ການປະສານງານ
ສົມທົບກັບບັນດາອົງການກ່ຽວຂ້ອງ ຂອງພັກ-ລັດ, ບັນດາກົມໃຫຍ່, ກົມກອງ-ທ້ອງຖິ່ນ ໃນທົ່ວກອງທັບ, ຕິດຕາມກວດກາສະພາບ,
ຄົ້ນຄວ້າວິໄຈຂ່າວລາຍງານ ຂໍທິດຊີ້ນໍາຈາກຂັ້ນເທິງ, ຕິດຕາມຄະນະປະຈຳພັກກະຊວງປ້ອງກັນປະເທດ ເຄື່ອນໄຫວຮັບສ່ອງແສງວຽກ
ງານຮອບດ້ານປະຈຳໄຕມາດຢູ່ກົມກອງ ຢ່າງເປັນປົກກະຕິ ພ້ອມທັງການເຄື່ອນໄຫວວຽກງານຢູ່ພາຍໃນ ແລະ ຕ່າງປະເທດ ແລະ ອື່ນໆ,
ກວດແກ້ເອກະສານ, ສັບຊ້ອນສ້າງສໍາເນົາ ແລະ ຈໍລະຈອນເອກະສານເປັນລະບົບ-ວ່ອງໄວ, ຮັກສາໄດ້ຄວາມລັບ ແລະ ມີຄວາມປອດໄພ
ເປັນຕົ້ນແມ່ນ ກວດແກ້ເອກະສານຂາເຂົ້າ-ຂາອອກ ຂອງກະຊວງ: ຂາເຂົ້າ 3.336 ສະບັບ, ຂາອອກ 2.547 ສະບັບ; ຂາເຂົ້າ-ຂາອອກ
ຂອງຫ້ອງວ່າການກະຊວງປ້ອງກັນປະເທດ: ຂາເຂົ້າ 2.712 ສະບັບ, ຂາອອກ 667 ສະບັບ; ຮັບໂທລະເລກ 66 ສະບັບ, ສົ່ງໂທລະເລກ
49 ສະບັບ ສົ່ງໃຫ້ບັນດາກໍາລັງຫຼວງ-ທ້ອງຖິ່ນ ທົ່ວກອງທັບ; ຈັດສົ່ງເອກະສານພາຍໃນ ແລະ ພາຍນອກ 557 ສະບັບ, ຕິດຕາມຄະນະ
ລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວເຮັດວຽກຢູ່ພາຍໃນ-ຕ່າງປະເທດ 179 ຄັ້ງ ແລະ ຮັບປະກັນການເຄື່ອນວຽກງານໃຫ້ຂັ້ນ
ເທິງ 337 ຄັ້ງ. ຄວັດຕາປະທັບໃຫ້ 25 ກົມກອງ ຈໍານວນ 73 ໜ່ວຍ, ສະໜອງຂໍ້ມູນ 35 ສະບັບ, ຮັບເອກະສານປີ 2024 ຂອງກະ
ຊວງປ້ອງກັນປະເທດ ແລະ ຫ້ອງວ່າການກະຊວງປ້ອງກັນປະເທດ ເຂົ້າສູນສໍາເນົາ, ເຄື່ອນໄຫວເຜີຍແຜ່ວຽກງານຄຸ້ມຄອງເອກະສານ ຕາມ
ການສະເໜີຂອງບັນດາກົມກອງ. ຈາກນັ້ນ, ຜູ້ເຂົ້າຮ່ວມ ໄດ້ຜັດປຽນກັນປະກອບຄໍາຄິດເຫັນໃສ່ບົດສະຫຼຸບຢ່າງກົງໄປກົງມາ ແລະ ມີ ຈຸດ
ສຸມ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນ.

     ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໃນ 6 ເດືອນຕົ້ນປີຜ່ານມາ, ພ້ອມທັງ
ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ຈົ່ງພ້ອມກັນເພີ່ມທະວີການ ນໍາພາ-ຊີ້ນໍາດ້ານການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ມີທັດ
ສະນະການເມືອງໜັກແໜ້ນ, ມີລະບຽບເຂັ້ມງວດ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຍົກສູງຄວາມຮັບຜິດຊອບໃນວຽກງານການເມືອງ;
ເສີມຂະຫຍາຍຄວາມສາມັກຄີພາຍໃນ-ພາຍນອກ, ເອົາໃຈໃສ່ປັບປຸງຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບໃຫ້ດີຂຶ້ນ ແນໃສ່ເຮັດໃຫ້ວຽກ
ງານການເມືອງຢູ່ໃນຫ້ອງວ່າການກະຊວງປ້ອງກັນປະເທດ ມີຄວາມໜັກແໜ້ນ, ເຂັ້ມແຂງຮອບດ້ານກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂ່າວໂດຍ ຈອນນີ້ ອິນທະວົງ
ວັນທີ 10/08/2026