ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຊັນບົດບັນທຶກ ມອບ-ໂອນ ເນື້ອທີ່ດິນ
ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ກັບ ກອງບັນຊາການທະຫານອາກາດ


    ໃນວັນທີ 4 ກໍລະກົດ 2024, ກອງບັນຊາການທະຫານອາກາດ ໄດ້ພິທີເຊັນບົດບັນທຶກ ມອບ-ໂອນ ລະຫວ່າງກະຊວງກະສິກໍາ ແລະ ປ່າ
ໄມ້ ກັບ ກອງບັນຊາການທະຫານອາກາດ ກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ທ່ານ ລິນຄໍາ ດວງສະຫັວນ ລັດຖະມົນຕີກະ
ຊວງກະສິກໍາ ແລະ ປ່າໄມ້, ມີ ສະຫາຍ ພົນໂທ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຕີ ຄໍາຫຼັກ
ແສງພະຈັນ ຜູ້ບັນຊາການທະຫານອາກາດ, ມີຜູ້ຕາງໜ້າຈາກຫ້ອງວ່າການກະຊວງປ້ອງກັນປະເທດ, ກົມກໍ່ສ້າງ-ຄຸ້ມຄອງຊັບສິນ, ຄະນະກົມ
ກະຊວງກະຊີກໍາ-ປ່າໄມ້ ແລະ ຄະນະພັກ-ຄະນະບັນຊາ ກທອ, ກອງພັນໃຫຍ່ ພ້ອມດ້ວຍ ພະແນກການທີ່ກ່ຽວຂ້ອງ ທັງສອງຝ່າຍ ເຂົ້າຮ່ວມ.

     ໃນພິທີ, ສະຫາຍ ພັນເອກ ສໍາເລືອງ ພັນທະວີ ຮອງຫົວໜ້າຫ້ອງພະລາທິການກອງບັນຊາການທະຫານອາກາດ ໄດ້ລາຍງານຫຍໍ້ກ່ຽວກັບ
ການແລກປ່ຽນທີ່ດິນ ລະຫວ່າງກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງປ້ອງປະເທດ ເຊິ່ງໃຫ້ຮູ້ວ່າ: ໃນໄລຍະຜ່ານມາກະຊວງປ້ອງກັນປະ
ເທດ ກໍຄື ກອງບັນຊາການທະຫານອາກາດ ມີຄວາມຈຳເປັນ ຕ້ອງການນຳໃຊ້ທີ່ດິນ ເພຶ່ອປຸກສ້າງສຳນັກງານຂອງກອງບັນຊາການທະຫານອາ
ກາດຢູ່ແຫ່ງໃໝ່ ຜ່ານການສຳຫຼວດສະຖານທີ່ຕົວຈິງ, ເຫັນວ່າພຶ້ນທີ່ດິນຂອງສະຖານີລ້ຽງໝູ ( ກະຊວງກະສິກຳ ແລະ ປ່າໄມ້ ) ທີ່ຕັ້ງຢູ່ບ້ານ ຈັນ
ສະຫວ່າງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ແມ່ນມີຄວາມເໝາະສົມໃຊ້ເປັນສະຖານທີ່ປຸກສ້າງ, ສະນັ້ນ, ກະຊວງປ້ອງກັນປະເທດ
ຈຶ່ງໄດ້ສະເໜີຂໍນຳໃຊ້ທີ່ດິນດັ່ງກ່າວ, ໂດຍໄດ້ຮັບການເຫັນດີຈາກຂັ້ນເທິງ ກໍຄື ລັດຖະບານຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດ
ຖະມົນຕີ ສະບັບເລກທີ 1836/ຫສນຍ, ລົງວັນທີ 18 ທັນວາ 2020, ຕໍ່ມາກະຊວງກະສິກໍາ ແລະ ປ່າໄມ້ ຈຶ່ງອອກຂໍ້ຕົກລົງວ່າດ້ວຍການມອບ
ເນື້ອທີ່ດິນ ສະຖານີລ້ຽງໝູ ຈໍານວນ 2.85 ເຮັກຕາ ໃຫ້ກະຊວງປ້ອງກັນປະເທດ ເພຶ່ອກໍ່ສ້າງສໍານັກງານຂອງກອງບັນຊາການທະຫານອາກາດ
ສະບັບເລກທີ 0359/ກປ, ລົງວັນທີ 12 ມີນາ 2021 ( ປັດຈຸບັນແມ່ນໄດ້ກໍ່ສ້າງສຳນັກງານຂອງກອງບັນຊາການທະຫານອາກາດ ສຳເລັດ). ແຕ່
ເຖິງຢ່າງໃດກໍ່ຕາມ ສະຖານທີ່ດັ່ງການຍັງບໍ່ພຽງພໍຕາມຄວາມຮຽກຮ້ອງຕ້ອງການໃນການກໍ່ສ້າງພື້ນຖານໂຄງລ່າງ ທີ່ມີຄວາມຈຳເປັນຂອງກອງບັນ
ຊາການທະຫານອາກາດ ໃຫ້ຄົບຖ້ວນ ຖືກຕ້ອງຕາມລະບຽບການຂອງກອງທັບ. ອີງໃສຄວາມຈໍາເປັນ ແລະ ດ້ວຍເຫດຜົນດັ່ງກ່າວນັ້ນ, ກະຊວງ
ປ້ອງກັນປະເທດ ຈຶ່ງໄດ້ສະເໜີຂໍເອົາທີ່ດິນຂອງກະຊວງປ້ອງກັນນປະເທດ ( ທະຫານອາກາດ) ທີ່ຕັ້ງຢູ່ບ້ານ ດ່ານຊີ ເມືອງ ນາຊາຍທອງ ນະຄອນ
ຫຼວງວຽງຈັນ ເນຶ້ອທີ 8,55 ເຮັກຕາ ແລກປ່ຽນກັບທີ່ດິນ ກະຊວງກະສິກໍາ ແລະ ປ່າໄມ້ ຢູ່ບ້ານ ຈັນສະຫວ່າງ ເມືອງ ສີໂຄດຕະບອງ ນະຄອນ
ຫຼວງວຽງຈັນ ຢູ່ດ້ານຫຼັງສຳນັກງານກອງບັນຊາການທະຫານອາກາດມີ ເນື້ອທີ 4,98 ເຮັກຕາ ບວກໃສ່ກັບ 2,85 ເຮັກຕາ ລວມເປັນ 7,83 ເຮັກ
ຕາ, ໃນໄລຍະຜ່ານມາທັງສອງພາກສ່ວນ ກໍໄດ້ພົວພັນປະສານສົມທົບກັນລົງກວດກາພື້ນທີ່ດິນດັ່ງກ່າວຕາມຂໍ້ຕົກລົງຂອງ ກະຊວງກະສິກຳ ແລະ
ປ່າໄມ້ ວ່າດ້ວຍການອະນຸມັດມອບເນື້ອທີ່ດິນ ຂອງ ກະຊວງກະສິກຳ ແລະ ປ່າໄມ້ ຄຸ້ມຄອງ ແລກປ່ຽນກັບທີ່ດິນຂອງ ກະຊວງປ້ອງກັນປະເທດສະ
ບັບເລກທີ 3072/ກປ, ລົງວັນທີ 14 ມິຖຸນາ 2024 ແລະ ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດມອບເນື້ອທີດິນຂອງກອງ
ບັນຊາການທະຫານອາກາດ ຄຸ້ມຄອງແລກປ່ຽນກັບເນື້ອທີດິນຂອງ ກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 4118/ກປທ, ລົງວັນທີ 20 ມິຖຸ
ນາ 2024.

     ຈາກນັ້ນສອງພາກສ່ວນຈຶ່ງໄດ້ຈັດພິທີ ມອບ-ໂອນ ທີ່ດິນລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ກອງບັນຊາການທະຫານອາກາດກະ
ຊວງປ້ອງກັນປະເທດ, ໂດຍຕາງໜ້າ ສະຫາຍ ພັນເອກ ຈັນທາ ເທບເທວາ ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານອາກາດ ແລະ ທ່ານ
ສີສະຫວາດ ຫຼອມດາລາ ຮອງຫົວໜ້າຫ້ອງການ ກະຊວງກະສິກໍາ ແລະ ປ່າໄມ້ ໂດຍມີຄະນະນຳທັງສອງພາກສ່ວນເປັນສັກຂີພະຍານ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 10/07/2024