ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ
ແລະ ປະກາດການເລື່ອນຊັ້ນນາຍທະຫານຂັ້ນສູງ


ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ​ເປັນ​ປະທານ

    ວັນທີ 9 ມິຖຸນາ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ປະກາດການແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ແລະ ປະ
ກາດການເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງ, ໂດຍການເປັນປະທານ ຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະ
ມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະນຳກະຊວງປ້ອງກັນປະເທດ, ຄະນະນຳກົມໃຫຍ່, ຫ້ອງວ່າການ ກະຊວງປ້ອງກັນປະເທດ, ຄະນະ
ພັກ-ຄະນະບັນຊາອົງການ, ກົມ, ກອງອ້ອມຂ້າງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກໍາມະການຄະນະປະຈຳພັກ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງ
ປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະຫ້ອງວ່າການ ກະຊວງປ້ອງກັນປະເທດ ໃນນີ້, ຕົກລົງແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ຄໍາແຫວນ ຫຼ້າບົວ
ມະຫາໄຊ ເປັນຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ແລະ ສະຫາຍ ພັນເອກ ສຸລິໄຊ ພິຈິດ ເປັນຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງ
ກັນປະເທດ. ຈາກນັ້ນ, ໄດ້ຜ່ານລັດຖະດຳລັດ ຂອງປະທານປະເທດ ວ່າດ້ວຍການເລື່ອນຊັ້ນ ພັນເອກ ຂຶ້ນ ຊັ້ນພົນຈັດຕະວາ ຈຳນວນ 16 ສະຫາຍ, ໃນ
ນັ້ນມີ: ສະຫາຍ ພັນເອກ ສຸລິໄຊ ພິຈິດ ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ, ສະຫາຍ  ພັນເອກ ແກ້ວສຸວັນ ຜາງພິລາວົງ ຫົວໜ້າກົມ
ໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ສະຫາຍ ພັນເອກ ອຳເພັດ ພົມມະກອນ ຫົວໜ້າອົງການໄອຍະການທະຫານຂັ້ນສູງ ກົມໃຫຍ່ການ
ເມືອງກອງທັບ, ສະຫາຍ ພັນເອກ ວັນໄຊ ຄໍາພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ, ສະຫາຍ ພັນເອກ ສະຫຼອງໄຊ ໄຊຍະເສນາ ຫົວ
ໜ້າຫ້ອງການເມືອງ ຫ້ອງວ່າການ ກະຊວງປ້ອງກັນປະເທດ, ສະຫາຍ ພັນເອກ ເຜີຍເພັດ ພົມສີຈັນ ຫົວໜ້າການເມືອງ ກົມ 213, ສະຫາຍ ພັນເອກ
ສາຍທອງ ປີຊາຈັນ ຫົວໜ້າການເມືອງ ກອງພົນທີ 3, ສະຫາຍ ພັນເອກ ຕຸ້ຍ ພົມມີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ,
ສະຫາຍ ພັນເອກ ບຸນຍອງ ດວງດີ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ, ສະຫາຍ ພັນເອກ ວັນທອງ ພົງສະຫວັນ ຫົວໜ້າ
ການເມືອງ ກອງບັນຊາການທະຫານແຂວງຊຽງຂວາງ, ສະຫາຍ ພັນເອກ ວົງພັນ ດາບຸດດີ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊສົມ
ບູນ, ສະຫາຍ ພັນເອກ ຄໍາແພນ ວິລືທຳ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍລິຄໍາໄຊ, ສະຫາຍ ພັນເອກ ພັນວິໄລ ລາດສະຍົນ ຫົວ
ໜ້າການເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ, ສະຫາຍ ພັນເອກ ອຸ່ນຄໍາ ສີແຫວນວົງສັກ ຜູ້ບັນຊາການ ກອງບັນຊາການທະຫານຊາຍ
ແດນ, ສະຫາຍ ພັນເອກ ສອນທັນ ສຸວົງໄຊ ຫົວໜ້າການເມືອງ ວິທະຍາຄານພະລາທິການກອງທັບ ແລະ ສະຫາຍ ພັນເອກ ບຸນທັນ ຈັນທະລີມາ ຫົວ
ໜ້າການທະຫານ ໂຮງຮຽນທິດສະດີການເມືອງກອງທັບ.

     ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ໂອ້ລົມໃຫ້ທິດຊີ້ນໍາຫຼາຍບັນຫາສໍາຄັນຕໍ່ນາຍທະຫານທີ່ໄດ້ຮັບການແຕ່ງຕັ້ງ ແລະ ເລື່ອນຊັ້ນ
ໃໝ່ໃນຄັ້ງນີ້, ພ້ອມທັງເນັ້ນໜັກໃຫ້ນາຍທະຫານແຕ່ລະສະຫາຍ ສືບຕໍ່ຕັ້ງໜ້າຄົ້ນຄວ້າຮໍ່າຮຽນລັດທິ ມາກ-ເລນິນ, ບັນດາມະຕິ, ຄຳສັ່ງຕ່າງໆ, ຂໍ້ກຳນົດ,
ກົດລະບຽບຂອງກອງທັບ, ເຝິກຝົນຫຼໍ່ຫຼອມຕົນເອງໃນຮອບດ້ານ, ພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນຢ່າງເປັນເຈົ້າການ, ເປັນຫຼັກ
ແຫຼ່ງໃນການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ສຸມໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ຮັດກຸ່ມ ແລະ ເປັນບັນຫາສໍາຄັນບົນພື້ນຖານ
ຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບບແຜນການເຮັດວຽກຕ້ອງມີຂັ້ນຕອນ ແລະ ມີຈຸດສຸມ ແລະ ປະຕິບັດ
ໜ້າທີ່ການເມືອງຂອງຕົນໃຫ້ສໍາເລັດຜົນສູງກວ່າເກົ່າ ເພື່ອພ້ອມກັນກໍ່ສ້າງກອງທັບປະຊາຊົນລາວ ກ້າວຂຶ້ນເປັນກອງທັບທີ່ມີແບບແຜນ ແລະ ທັນສະໄໝ.

ແຫຼ່ງຂ່າວໂດຍ ອາຄົມ ສີພາລາ
ວັນທີ 10/06/2025