ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະບໍລິຫານງານພັກອົງການ ຫ້ອງວ່າການ ກະຊວງປ້ອງກັນປະເທດ
ສະຫຼຸບວຽກງານນໍາພາຮອບດ້ານ ປະຈໍາປີ 2025


ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຄະນະປະຈໍາພັກກະຊວງ, ເລຂາຄະນະພັກອົງການ,
ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

    ໃນວັນທີ 6 ມີນາ 2026 ນີ້, ຄະນະບໍລິຫານງານພັກອົງການ ຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສະຫຼຸບວຽກ
ງານນໍາພາຮອບດ້ານ ປະຈໍາປີ 2025 ແລະ ວາງທິດທາງແຜນການນໍາພາ ປະຈຳປີ 2026, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ໄພ
ວັນ ຈັນທະພົມມາ ຄະນະປະຈໍາພັກກະຊວງ, ເລຂາຄະນະພັກອົງການ, ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ, ມີຄະນະພັກອົງ
ການ, ຄະນະພັກ-ຄະນະບັນຊາ ຫ້ອງວ່າການກະຊວງ, ຄະນະພັກຮາກຖານ ແລະ ຄະນະໜ່ວຍພັກ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ບຸດສະດີ ອິນທະລັງສີ ຮອງເລຂາຄະນະພັກອົງການ ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້
ສະຫຼຸບຕີລາຄາຄືນການນຳພາຮອບດ້ານ ຂອງຄະນະບໍລິຫານງານພັກອົງການ ຫ້ອງວ່າການ ກະຊວງປ້ອງກັນປະເທດ ປະຈຳປີ 2025 ແລະ
ທິດທາງແຜນການນຳພາ ປະຈຳປີ 2026, ໂດຍໄດ້ຍົກໃຫ້ເຫັນບັນດາຜົນງານ, ຜົນສຳເລັດ ແລະ ບັນດາຂໍ້ຄົງຄ້າງຕ່າງໆ ໃນການຈັດຕັ້ງປະ
ຕິບັດວຽກງານນຳພາຮອບດ້ານ ໃນປີ 2025 ຜ່ານມາ ໂດຍພາຍໃຕ້ການຊີ້ນໍາ-ນໍາພາ ຢ່າງໃກ້ສິດຈາກຄະນະພັກກະຊວງປ້ອງກັນປະເທດ,
ຄະນະພັກອົງການຫ້ອງ ວ່າການກະຊວງໄດ້ສຸມໃສ່ຊີ້ນໍາບັນດາວຽກງານຕ່າງໆ ຕາມພາລະບົດບາດ ເຊິ່ງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ,
ແຕ່ລະກົມກອງ ແມ່ນໄດ້ເປັນເຈົ້າການຈັດຕັ້ງປະຕິບັດມະຕິ-ຄໍາສັ່ງຂອງກົມໃຫຍ່ເສນາທິການ ແລະ ປະຕິບັດລະບອບການກຽມພ້ອມສູ້
ຮົບໃນແຕ່ລະພາວະ, ເພື່ອປ້ອງກັນທີ່ຕັ້ງສໍາຄັນຕ່າງໆ ສໍານັກງານອົງການ, ປ້ອງກັນການນໍາຂັ້ນສູງຕິດຕາມ-ສະກັດກັ້ນໄດ້ການເຄື່ອນໄຫວ
ຂອງກຸ່ມຄົນບໍ່ດີ ແລະ ປະກົດການຫຍໍ້ທໍ້ຕ່າງໆ ໃນຂອບເຂດຄວາມຮັບຜິດຊອບເປັນຢ່າງດີ, ໄດ້ຊີ້ນໍາບັນດາສະຫາຍທີ່ໄດ້ຮັບມອບໝາຍ
ໜ້າທີ່ຊ່ວຍຄະນະນໍາກະຊວງ ເຮັດວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແລະ ໂຄງການຮ່ວມມືພັດທະນາກຸ່ມບ້ານ
ລຽບຕາມຊາຍແດນ ລາວ-ຫວຽດນາມ ຮ່ວມກັບຄະນະຊີ້ນໍາໜ້າທີ່ເຊ (C) ກະຊວງປ້ອງກັນປະເທດ ສສ ຫວຽດນາມ, ໄດ້ເອົາໃຈໃສ່ຄົ້ນ
ຄວ້າກວດການິຕິກຳຕ່າງໆ, ດ້ານວຽກງານຄົ້ນຄວ້າສັງລວມ ແມ່ນໄດ້ຄົ້ນຄວ້າຫັນບັນດາມະຕິ ຂອງຄະນະບໍລິຫານງານສູນກາງພັກ, ມະຕິ
ຂອງກົມການເມືອງສູນກາງພັກ, ມະຕິ-ຄໍາສັ່ງ ຂອງຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງ ເປັນມະຕິຂອງຄະນະພັກກະ
ຊວງປ້ອງກັນປະເທດ, ເປັນທິດທາງວຽກງານປ້ອງກັນຊາດ ແລະ ສະຫຼຸບ-ລາຍງານສະພາບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ, ໄດ້
ຄົ້ນຄວ້າຮ່າງບັນດາເອກະສານນິຕິກຳ ແລະ ເອກະສານຕ່າງໆ ຂອງກະຊວງປ້ອງກັນປະເທດເຊັ່ນ: ຮ່າງບັນດາຄໍາສັ່ງແນະນໍາ, ແຈ້ງການ, ບົດ
ລາຍງານ, ບົດປາໄສ, ບົດໂອ້ລົມ, ຮ່າງບົດແຈ້ງສະພາບການ, ແຜນການເຄື່ອນໄຫວເຮັດວຽກຂອງຄະນະນໍາກະຊວງ, ບັນດາບົດປາໄສຂອງ
ກົມການເມືອງສູນກາງພັກ, ບົດໂອ້ລົມຂອງການ ນໍາພັກ-ລັດ ໃນໂອກາດພິທີສໍາຄັນຕ່າງໆ ທີ່ກ່ຽວຂ້ອງກັບກອງທັບ, ກະກຽມບັນດາເນື້ອ
ໃນ, ວັດຖຸ-ພາຫະນະ, ສະຖານທີ່ປະຊຸມສາມັນ ແລະ ວິສາມັນຂອງຄະນະພັກກະຊວງ, ຂອງກະຊວງ ແລະ ຫ້ອງວ່າການກະຊວງ, ຊ່ວຍ
ຕິດຕາມ, ກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາມະຕິຄໍາສັ່ງ, ທິດທາງແຜນການຂອງຂັ້ນເທິງ, ຕິດຕາມຄະນະປະຈຳພັກກະຊວງ ລົງ
ເຄື່ອນໄຫວເຮັດວຽກຢູ່ກົມກອງ-ທ້ອງຖິ່ນ ພ້ອມທັງຄົ້ນຄວ້າ-ສັງລວມ-ນໍາສະເໜີ ບັນຫາຕ່າງໆ ໃຫ້ຂັ້ນເທິ່ງຊາບ ແລະ ມີທິດຊີ້ນໍາເພື່ອແກ້
ໄຂໃຫ້ທັນເວລາ, ໄດ້ຈັດຕັ້ງສະຫຼຸບສັງລວມປະຈຳເດືອນ, ປະຈຳໄຕມາດ ສົ່ງໃຫ້ຫ້ອງວ່າການສູນກາງພັກ, ຫ້ອງວ່າການສໍານັກງານປະທານ
ປະເທດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກຳມະທິການສະພາແຫ່ງຊາດ ແລະ ຄະນະນໍາກະຊວງປ້ອງກັນປະເທດເປັນປະຈຳ.
ນອກນີ້ ຍັງໄດ້ສຸມໃສ່ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ວຽກງານຄຸ້ມຄອງເສດຖະກິດ ແລະ ດໍາເນີນທຸລະກິດ, ວຽກງານຮັກ
ສາສຸຂະພາບສູນກາງ, ວຽກງານປັບປຸງກໍ່ສ້າງກໍາລັງ, ວຽກງານໂຄສະນາ, ວຽກງານກໍ່ສ້າງພັກ, ວຽກງານພະນັກງານ, ວຽກງານກວດກາ,
ວຽກງານປ້ອງກັນພາຍໃນ, ວຽກງານນະໂຍບາຍ, ວຽກງານປະກັນສັງຄົມ, ວຽກງານງານອົງການຈັດຕັ້ງມະຫາຊົນ, ວຽກງານຄຸ້ມຄອງກໍາ
ລັງພົນ ເເລະ ວຽກງານຕ່າງໆ ທີ່ປິ່ນອ້ອມ ໃນຖັນເເຖວກອງທັບທີ່ຕິດພັນກັບວຽກງານຂອງຕົນ ໃຫ້ມີຄຸນນະພາບ, ບັນລຸຕາມຄາດໝາຍ
ເເລະ ເຮັດສໍາເລັດໜ້າທີ່ຕາມການຈັດຕັ້ງຂັ້ນເທິ່ງມອບໝາຍໃຫ້. ຈາກນັ້ນ, ໃນກອງປະຊຸມຍັງໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນໃສ່
ບົດສະຫຼຸບ ແລະ ທິດທາງແຜນການ ຢ່າງກົງໄປກົງມາ.

     ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ມີຄໍາເຫັນໂອ້ລົມ ພ້ອມທັງກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກົມກອງທີ່ສ້າງ
ຜົນງານມາໄດ້ ແລະ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມດ້ານການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກ
ຮົບ, ກຳແໜ້ນເຊື່ອມຊຶມບັນດາແນວທາງນະໂຍບາຍຂອງພັກ-ລັດ, ຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເສີມຂະຫາຍ
ຫົວຄິດປະດິດສ້າງວິທະຍາສາດເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະຂອງກົມກອງຢ່າງມີຈຸດສຸມ, ຄຸ້ມຄອງບົວລະບັດວັດຖຸ-ເຕັກນິກ ໃຫ້
ມີຄວາມປອດໄພ, ສຸມໃສ່ສ້າງພະລາທິການກັບທີ່, ເຊີດຊູນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເຮັດໃຫ້ພະ
ນັກງານ-ນັກຮົບມີຊີວິດການເປັນຢູ່ທີ່ດີ, ກົມກອງມີບາດກ້າວ ພັດທະນາຢ່າງຕໍ່ເນື່ອງ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 10/03/2026