
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວ ຊີ້ນໍາວຽກງານການກະກຽມ
ງານພົບປະມິດຕະພາບວຽກງານປ້ອງກັນຊາດ ຢູ່ເຂດຊາຍແດນ ຂັ້ນລັດຖະມົນຕີ
ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ຄັ້ງທີ 3

ໃນວັນທີ 8 ກໍລະກົດ 2026 ນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມ
ດ້ວຍຄະນະຮັບຜິດຊອບຈັດງານ ພົບປະມິດຕະພາບວຽກງານປ້ອງກັນຊາດ ຢູ່ເຂດຊາຍແດນ ຂັ້ນລັດຖະມົນຕີ ກະຊວງປ້ອງກັນ
ປະເທດ ລາວ-ຫວຽດນາມ ຄັ້ງທີ 3 ໃນ ລະຫວ່າງ ວັນທີ 9-10 ກໍລະກົດ 2026 ນີ້, ຢູ່ທີ່ດ່ານທ້ອງຖິ່ນນໍ້າອ້ອນ ແຂວງບໍລິຄໍາ
ໄຊ ສປປ ລາວ ແລະ ດ່ານທ້ອງຖິ່ນແທ້ງຖຸ້ຍ ແຂວງເຫງະອານ ສສ ຫວຽດນາມ ເພື່ອຮັບປະກັນໃນການກະກຽມວຽກງານທຸກ
ດ້ານໃຫ້ມີຄວາມພ້ອມ ແລະ ສຳເລັດຕາມແຜນການ.
ການລົງເຄື່ອນໄຫວຊີ້ນໍາໃນຄັ້ງນີ້, ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເນັ້ນໜັກໃຫ້ ບັນດາອະນຸກຳມະ
ການ ເອົາໃຈໃສ່ໃນວຽກງານປ້ອງກັນ, ພິທີການ, ການຮັບຮອງຄະນະຜູ້ແທນ, ການຈັດສະຖານທີ່, ການຈັດລະບົບການຈະລາ
ຈອນ, ການຄຸ້ມຄອງຄວາມປອດໄພ, ວຽກງານຂ່າວສານ, ວຽກງານສາທາລະນະສຸກ ແລະ ການອໍານວຍຄວາມສະດວກໃນບັນ
ດາກິດຈະກໍາປິ່ນອ້ອມ ເພື່ອຮັບປະກັນການຈັດງານດໍາເນີນໄປດ້ວຍຜົນສຳເລັດ. ກິດຈະກໍາຄັ້ງນີ້, ເປັນເຫດການສໍາຄັນທາງການ
ເມືອງ ແລະ ການຕ່າງປະເທດ ຂອງສອງກະຊວງປ້ອງກັນປະເທດ ທີ່ສະທ້ອນໃຫ້ເຫັນເຖິງ ສາຍສໍາພັນມິດຕະພາບອັນຍິ່ງໃຫຍ່,
ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ.
ແຫຼ່ງຂ່າວໂດຍ ໂຊເລ້ ບຸນເຮືອງ
ວັນທີ 09/07/2026