ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນໍາແມ່ທັບ 15 ກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຢຽມຢາມ ແລະ ອວຍພອນ
ຄະນະຊີ້ນໍາໂຄງການຮ່ວມມືພັດທະນາ ບໍລິເວນຊາຍແດນ ລາວ-ຫວຽດນາມ

    ວັນທີ 7 ເມສາ 2026 ນີ້, ຄະນະນໍາແມ່ທັບ 15 ກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຢ້ຽມຢາມ ແລະ ອວຍພອນ ຄະນະຊີ້
ນໍາໂຄງການຮ່ວມມືພັດທະນາ ບໍລິເວນຊາຍແດນ ລາວ-ຫວຽດນາມ ກະຊວງປ້ອງກັນປະເທດລາວ ເນື່ຶອງໃນໂອກາດບຸນປີໃໝ່ລາວ ພສ
2569, ນໍາພາໂດຍ ສະຫາຍ ພັນເອກພິເສດ ເຈີ້ນ ຫງັອກ ຮ່າຍ ຮອງຫົວໜ້າກອງບັນຊາການ ຫົວໜ້າເສນາທິການ ແມ່ທັບ 15 ພ້ອມ
ດ້ວຍຄະນະ ໂດຍການຕ້ອນຮັບຂອງ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນ
ປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ.

     ສະຫາຍ ພັນເອກ ພິເສດ ເຈີ້ນ ຫງັອກ ຮ່າຍ ກໍໄດ້ກ່າວສະແດງຄວາມປິຕິຊົມຊື່ນ ແລະ ເປັນກຽດຢ່າງຍິ່ງ ທີ່ການນໍາກະຊວງປ້ອງກັນ
ປະເທດ ແຫ່ງ ສປປ ລາວ ເວົ້າລວມ, ເວົ້າສະເພາະ ຄະນະນໍາກົມໃຫຍ່ເສນາທິການກອງທັບ ແລະ ຄະນະຊີ້ນໍາ ໂຄງການຮ່ວມມືພັດທະນາ
ບໍລິເວນຊາຍແດນ ລາວ-ຫວຽດນາມ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ແລະ ຄວາມຮັກແພງອັນສະໜິດສະໜົມຢ່າງຈິງໃຈທີ່ໄດ້ໃຫ້ຄວາມເອົາ
ໃຈໃສ່ ແລະ ຊ່ວຍເຫຼືອແມ່ທັບ ໃນການປະຕິບັດໜ້າທີ່ຢູ່ ສປປ ລາວ ຕະຫຼອດມາເປັນຢ່າງດີ ພ້ອມທັງອວຍພອນໃຫ້ມີສຸຂະພາບເຂັ້ມແຂງ,
ມີຄວາມສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດຂອງທ່ານ ຂໍໃຫ້ສາຍພົວພັນລະຫວ່າງສອງກົມກອງຂອງພວກເຮົາ ຈົ່ງ
ໝັ້ນຄົງທະນົງແກ່ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.

     ໂອກາດນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ກໍໄດ້ສະແດງຄວາມຂອບໃຈຕໍ່ການເຂົ້າອວຍພອນຂອງ ສະຫາຍ ພັນເອກ ພິເສດ
ເຈີ້ນ ຫງັອກ ຮ່າຍ ພ້ອມດ້ວຍຄະນະ, ພ້ອມທັງອວຍພອນໄຊໃຫ້ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ມີພະລານາໄມສົມບູນ ປະສົບຜົນສໍາເລັດ
ໃນໜ້າທີ່ວຽກງານຂອງຕົນ ອວຍພອນໃຫ້ສາຍພົວພັນມິດທະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ
ຫວ່າງສອງພັກ, ສອງລັດ, ກອງທັບ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ ຈົ່ງໝັ້ນຄົງຕະຫຼອດໄປ.

ແຫຼ່ງຂ່າວໂດຍ ພຸດທະວອນ
ວັນທີ 09/04/2026