ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວເຮັດວຽກຢູ່ ທະຫານແຂວງອຸດົມໄຊ
ວັນທີ 7 ມັງກອນ 2025 ນິ້, ສະຫາຍ ພົນໂທ ສຈ ປອ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ
ໄດ້ລົງເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ກອງບັນຊາການທະຫານແຂວງອຸດົມໄຊ, ໂດຍໃຫ້ກຽດຕ້ອນຮັບຢ່າງອົບ
ອຸ່ນຂອງສະຫາຍ ພົນຈັດຕະວາ ຄຳເຜີຍ ໂສມພັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງອຸດົມໄຊ, ມີສະຫາຍ ພັນເອກ ຕຸ້ຍ ພົມ
ມີໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ ພ້ອມດ້ວຍຄະນະພັກ-ຄະນະກອງບັນຊາການ ຕະຫຼອດຮອດພະນັກງານຫຼັກ
ແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນເອກ ຕຸ້ຍ ພົມມີໄຊ ໄດ້ລາຍງານສະພາບການໂດຍຫຍໍ້ ໃນການຈັດຕັ້ງປະຕິບັດບັນດາໜ້າທີ່ວຽກງານທີ່ພົ້ນເດັ່ນຢ່າງຮອບດ້ານ
ໃນໄລຍະຜ່ານມາ, ເຊິ່ງຄະນະພັກ-ຄະນະບັນຊາທຸກຂັ້ນ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ ສະມາຊິກ
ພັກ-ນັກຮົບເປັນກົກ, ນຳເອົາມະຕິ, ຄຳສັ່ງຂໍ້ກຳນົດ, ກົດລະບຽບຂອງພັກ, ກອງທັບ ແລະ ມູນເຊື້ອວັນສຳຄັນຕ່າງໆ ມາຈັດຕັ້ງໂຄສະນາເຜີຍ
ແຜ່ເຊື່ອມຊືມໃຫ້ບັນດາພະນັກງານສະມາຊິກພັກ-ນັກຮົບ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ, ກຳແໜ້ນຕໍ່ແນວທາງແຜນນະໂຍບາຍຂອງພັກ
ລະບຽບກົດໝາຍຂອງລັດ, ມີສະຕິຕໍ່ການຈັດຕັ້ງສູງ, ມີຄຸນສົມບັດສິນທຳປະຕິວັດ ແລະ ມີແບບແຜນໃນການເຮັດວຽກທີ່ທັນສະໄໝ.
ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ສືບຕໍ່ເຮັດວຽກງານຮັບປະກັນສະຖຽນ
ນະພາບທາງດ້ານການເມືອງ, ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ຫັນເອົາ
ກຳລັງລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ເປັນເຈົ້າການຕອບຕ້ານທຸກກົນອຸບາຍ ຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍ
ລະປັກ, ທັບມ້າງໜໍ່ແໜງທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ ເພື່ອເຮັດໃຫ້ສະພາບພາຍໃນຂອບເຂດທີ່ຕົນຮັບຜິດຊອບ ມີຄວາມສະຫງົບທາງດ້ານການ
ເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ໄປພ້ອມກັນນັ້ນກໍຕ້ອງເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກຂອງຄະນະພັກ-ຄະນະບັນຊາ ແຕ່
ລະຂັ້ນໃຫ້ສອດຄ່ອງກັບໜ້າວຽກຕົວຈິງ, ເປັນເຈົ້າການເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານສະມາຊິກພັກ ແລະ
ນັກຮົບໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ສືບຕໍ່ປັບປຸງກໍ່ສ້າງກຳລັງທຸກເຫຼົ່າຮົບໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ,
ສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ປະຕິບັດໜ້າທີ່ການເມືອງຂອງກອງທັບໃຫ້ມີໝາກຜົນດີຂຶ້ນ.
ແຫຼ່ງຂ່າວໂດຍ ສົມພູນ
ວັນທີ 09/01/2025