
ເປີດການເຝິກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ ຂະບວນລົດໄຟສັນຕິ
ພາບ-2026 ເພື່ອຊ່ວຍເຫຼືອມະນຸດສະທໍາ ແລະ ການບໍລິການດ້ານການແພດ

ພິທີ ເປີດການເຝິກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ເພື່ອຊ່ວຍເຫຼືອມະນຸດສະທໍາ ແລະ
ການບໍລິການດ້ານການແພດ ໄດ້ຈັດຂຶ້ນໃນວັນທີ 7 ກັນຍາ 2026 ນີ້, ຢູ່ທີ່ ສະໂມສອນ ກົມໃຫຍ່ພະລາທິການ ກອງທັບປະຊາຊົນລາວ, ໂດຍການ
ເປັນປະທານຮ່ວມ ຂອງສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າຄະນະຊີ້ນໍາການເຝິກຊ້ອມຮ່ວມສອງກອງ
ທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026" ແລະ ສະຫາຍ ພັນເອກ ອຸຕ່ານ ຫົວໜ້າກົມເສນາຮັກ ກົມຮັບປະກັນພະລາທິ
ການ, ຄະນະກຳມະການທະຫານສູນກາງ ກອງທັບປົດປ່ອຍປະຊາຊົນຈີນ, ມີ ສະຫາຍ ພົນຈັດຕະວາ ຄໍາແພງ ພູມມາແກ້ວ ຫົວໜ້າກົມເສນາຮັກ ກົມ
ໃຫຍ່ພະລາທິການກອງທັບ, ຄະນະຊີ້ນໍາການເຝິກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນຕິພາບ-2026", ສະຫາຍ
ພັນເອກ ຫຼີປິງ ທີ່ປຶກສາທູດປ້ອງກັນຊາດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ສະຫາຍ ພັນເອກ ຊົ່ງ ໄສຜິງ ຮອງອໍານວນການໂຮງໝໍ ເລກ 2 ມະຫາວິ
ທະຍາໄລການແພດກອງທັບບົກ, ຫົວໜ້າຄະນະທີມແພດກອງທັບປົດປ່ອຍປະຊາຊົນຈີນ, ມີ ຄະນະນໍາກະຊວງປ້ອງກັນປະເທດ, ຄະນະນໍາ 4 ກົມ
ໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດພ້ອມດ້ວຍບັນຄະນະອະນຸກຳມະການ, ນັກຫັດແອບຈາກສອງກອງທັບ ລາວ-ຈີນ ແລະ ແຂກຖືກເຊີນ
ເຂົ້າຮ່ວມ.
ໃນພິທີ, ຄະນະຊີ້ນໍາທັງສອງຝ່າຍໄດ້ລາຍງານຈຸດປະສົງ ແລະ ແຜນການເຝິກຊ້ອມ ໂດຍ ສະຫາຍ ພົນຈັດຕະວາ ຄໍາແພງ ພູມມາແກ້ວ ຫົວໜ້າກົມ
ເສນາຮັກ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ, ຄະນະຊີ້ນໍາການເຝິກຊ້ອມຮ່ວມສອງກອງທັບ ລາວ-ຈີນ ພາຍໃຕ້ລະຫັດ "ຂະບວນລົດໄຟສັນ
ຕິພາບ-2026" ໄດ້ລາຍງານວ່າ: ຂະບວນລົດໄຟສັນຕິພາບ ລາວ-ຈີນ ໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2017, ຄັ້ງນີ້ ເປັນຄັ້ງທີ 6 ແລະ ເປັນຄັ້ງທີ 3
ທີ່ນໍາໃຊ້ຂະບວນລົດໄຟຕົວຈິງ ເຂົ້າໃນການເຝິກຊ້ອມ, ພິເສດການເຝິກຊ້ອມຮ່ວມຂະບວນລົດໄຟສັນຕິພາບ-2026 ນີ້ ຈະໂດຍນໍາໃຊ້ອຸປະກອນອັດສະ
ລິຍະທີ່ບໍ່ມີຄົນຂັບເພື່ອຊອກຄົ້ນ ແລະ ຂົນສົ່ງຄົນເຈັບ ແລະ ແມ່ນເຫດການໜຶ່ງທີ່ສໍາຄັນໃນການຈັດຕັ້ງປະຕິບັດສົນທິສັນຍາ ສາຍພົວພັນຮ່ວມມື ທາງ
ດ້ານການທູດລະຫວ່າງ ສອງຊາດ ລາວ-ຈີນ ທີ່ໄດ້ໝູນວຽນຄົບຮອບ 65 ປີ ພ້ອມດຽວກັນນັ້ນ, ກໍແມ່ນປີທີ່ມີຄວາມໝາຍສໍາຄັນໃນການເປີດໃຊ້ບໍລິ
ການໂຄງການລົດໄຟລາວ-ຈີນ ຄົບຮອບ 5 ປີ. ການກະກຽມເຝິກຊ້ອມໃນຄັ້ງນີ້ ໃນໄລຍະ 2 ເດືອນຜ່ານມາ ຄະນະຮັບຜິດຊອບເຝິກຊ້ອມ ໄດ້ມີການ
ປະສານງານເປີດກອງປະຊຸມຮ່ວມຄົ້ນຄວ້າປຶກຫາລື ເອກະພາບທາງດ້ານເນື້ອໃນ ແລະ ແຜນການເຝິກຊ້ອມ ເປັນແຕ່ລະໄລຍະ. ມາຮອດປັດຈຸບັນ ການ
ກະກຽມຄວາມພ້ອມ ມີຄວາມສໍາເລັດ 100% ເປັນຕົ້ນແມ່ນ ເນື້ອໃນການຫັດແອບ, ອຸປະກອນການແພດ, ພາຫະນະຮັບໃຊ້, ການສ້າງສະໜາມຫັດ
ແອບ, ໂຮງໝໍສະໜາມ, ວຽກງານຮັບປະກັນທາງດ້ານພະລາທິການ ແລະ ວຽກງານຮັບປະກັນດ້ານຕ່າງໆ. ຂະບວນການເຝິກຊ້ອມຈະນໍາໃຊ້ກໍາລັງພົນ
ເຂົ້າຮ່ວມທັງໝົດ 710 ສະຫາຍ, ມີກໍາລັງຝ່າຍ ລາວ 560 ສະຫາຍ (ໃນນີ້ ມີນັກເຝິກຊ້ອມ 263 ສະຫາຍ) ແລະ ກໍາລັງເພື່ອນຈາກ ສປ ຈີນ ເຂົ້າຮ່ວມ
150 ສະຫາຍ; ດ້ານເນື້ອໃນເຝິກຊ້ອມຈະໄດ້ຈໍາລອງເຫດການໄພພິບັດທີ່ເກີດຈາກໄພທໍາມະຊາດ ມີຝົນຕົກໜັກ, ເກີດພະຍຸລົມແຮງ ແບບກະທັນຫັນ,
ມີກໍລະນີຖືກຜົນກະທົບເປັນຈໍານວນຫຼາຍ ໃນນັ້ນ, ມີຜູ້ຄົນຂາດທີ່ຢູ່ອາໄສ, ຖືກບາດເຈັບ ແຂນ, ຂາຫັກ, ກະທົບຫົວ, ກະທົບເອິກ, ກະທົບທ້ອງ, ຊຸດ
ໂຊມລະບົບຫາຍໃຈ. ຂະບວນລົດໄຟສັນຕິພາບ ນອກຈາກຈະສ້າງຄວາມເຂັ້ມແຂງໃຫ້ແກ່ເຫຼົ່າຮົບເສນາຮັກແລ້ວ ຍັງເປັນການເພີ່ມຂີດຄວາມສາມາດ
ຂອງແພດໝໍໃຫ້ມີຄວາມຊໍານິຊໍານານງານ ແລະ ຍັງເປັນການຜູກແໜ້ນສາຍພົວພັນຄວາມສາມັກຄີ-ມິດຕະພາບ ລະຫວ່າງ ສອງຊາດ, ສອງກອງທັບ,
ສອງເຫຼົ່າຮົບເສນາຮັກ ລາວ-ຈີນ, ຈີນ-ລາວ ໃຫ້ແໜ້ນແຟ້ນຂຶ້ນຕື່ມອີກ. ໂອກາດນີ້, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ໄດ້ກ່າວເປີດພິທີຢ່າງເປັນທາງ
ການວ່າ: ການຮ່ວມມືຊ່ວຍເຫຼືອ ລະຫວ່າງ ສອງກອງທັບ ລາວ-ຈີນ ເວົ້າລວມ, ເວົ້າສະເພາະ ແມ່ນການຮ່ວມມື ລະຫວ່າງສອງເຫຼົ່າຮົບເສນາຮັກ ມີ
ຄວາມເຕີບໃຫຍ່ໜຽວແໜ້ນ ເປັນຕົ້ນແມ່ນການຊ່ວຍເຫຼືອກໍ່ສ້າງໂຮງໝໍ ແລະ ປະກອບເຄື່ອງມືການແພດທີ່ທັນສະໄໝ ພ້ອມກັນນັ້ນ, ຍັງໄດ້ສົ່ງຊ່ຽວ
ຊານສະເພາະດ້ານ ຜັດປ່ຽນກັນມາປະຈຳຢູ່ໂຮງໝໍສູນກາງ 103 ກອງ ທັບ ໃນທຸກໆ ປີ ນອກນັ້ນ, ຍັງໄດ້ຊ່ວຍເຫຼືອກໍ່ສ້າງບຸກຄະລາກອນການແພດ ທັງ
ໄລຍະສັ້ນ ແລະ ໄລຍະຍາວ ເປັນຈຳນວນຫຼວງຫຼາຍ ເຮັດໃຫ້ເຫຼົ່າຮົບເສນາຮັກ ກອງທັບປະຊາຊົນລາວ ມີຄວາມເຂັ້ມແຂງທາງດ້ານວິຊາການ ແລະ ໄດ້
ຮັບຄວາມເຊື່ອໝັ້ນໄວ້ວາງໃຈຈາກຜູ້ມາໃຊ້ບໍລິການໃນໂຮງໝໍຂອງກອງທັບ, ຕໍ່ການຊ່ວຍເຫຼືອດັ່ງກ່າວ ຕາງໜ້າໃຫ້ຄະນະນຳກະຊວງປ້ອງກັນປະເທດ
ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງ ກອງທັບປົດປ່ອຍປະຊາຊົນຈີນ ທີ່ໃຫ້ການຊ່ວຍເຫຼືອອັນລໍ້າຄ່າໃຫ້ແກ່ກອງທັບປະຊາຊົນລາວ.
ການເຝິກຊ້ອມຮ່ວມໃນການຊ່ວຍເຫຼືອມະນຸດສະທຳ ແລະ ການບໍລິການດ້ານການແພດຮ່ວມສອງກອງທັບ ລາວ-ຈີນ ແມ່ນຄວາມມຸ່ງປະສົງໜຶ່ງ ຂອງ
ສອງພັກ, ສອງລັດ, ສອງກອງທັບ ນອກຈາກຈະເປັນການສະສົມປະສົບການ, ການສ້າງຄວາມເຂັ້ມແຂງທາງດ້ານວິຊາການແລ້ວ ຍັງເປັນການຮັດແໜ້ນ
ຄວາມສາມັກຄີ ມິດຕະພາບ ລະຫວ່າງ ເຫຼົ່າຮົບເສນາຮັກ ແລະ ພະນັກງານແພດໝໍ ຂອງສອງກອງທັບນຳອີກ, ສັນຍະລັກສໍາຄັນໜຶ່ງໃນປີ 2026 ນີ້ ເປັນ
ປີສ້າງສາຍພົວພັນທາງການທູດ ລະຫວ່າງ ລາວ-ຈີນ ຄົບຮອບ 65 ປີ “ປີມິດຕະພາບ ລາວ-ຈີນ” ແລະ ການເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ຄົບ
ຮອບ 5 ປີ ແລະ ພິເສດ ປີ 2026 ນີ້ ກົມເສນາຮັກ (ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ) ຈະໄດ້ ຮັບ ແລະ ເປີດນຳໃຊ້ສູນວິໄຈພະຍາດເຂດຮ້ອນ
ທີ່ ກອງທັບປົດປ່ອຍປະຊາຊົນຈີນ ສ້າງ ແລະ ຈະມອບໃຫ້ໃນໄວໆນີ້.
ການຮ່ວມເຝິກຊ້ອມຊ່ວຍເຫຼືອມະນຸດສະທຳດ້ານການແພດ (ຂະບວນລົດໄຟສັນຕິພາບ) ຂອງສອງກອງທັບ ລາວ-ຈີນ ຍັງໄດ້ຕີລາຄາສູງ ແລະ ເຫັນ
ໄດ້ຄວາມສາມັກຄີແບບພິເສດ ລະຫວ່າງ ສອງລັດຖະບານ ກໍຄືສອງກອງທັບ ລາວ-ຈີນ ທີ່ໄດ້ຮ່ວມກັນເຊັນສັນຍາແຜນແມ່ບົດວ່າດ້ວຍຄູ່ຮ່ວມຊະຕາກຳ
ຮອບດ້ານ ລາວ-ຈີນ ເວົ້າສະເພາະເປັນການຍົກລະດັບຂີດຄວາມສາມາດໃນການກອບກູ້, ຊ່ວຍເຫຼືອ ແລະ ແກ້ໄຂເຫດການໄພພິບັດທຳມະຊາດ ຮ່ວມກັນ
ລະຫວ່າງ ສອງເຫຼົ່າຮົບເສນາຮັກ. ການເຝິກກອບກູ້ໄພພິບັດຄັ້ງນີ້ ແມ່ນການຊອກຄົ້ນກອບກູ້ ແລະ ຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກລົມພະຍຸຮ້າຍແຮງ
ເຊິ່ງເຫດການນີ້ ມີຜູ້ໄດ້ຮັບບາດເຈັບເປັນຈຳນວນຫຼວງຫຼາຍ. ກິດຈະກໍາຄັ້ງນີ້ ຈະດໍາເນີນໄປເປັນເວລາ 16 ວັນ ແບ່ງເປັນສອງໄລຍະຄື: ວັນທີ 7-14 ກັນ
ຍາ 2026 ແມ່ນການຊ້ອມເຝິກມຊ່ວຍເຫຼືອກອບກູ້ໄພພິບັດ ຢູ່ນະຄອນຫຼວງວຽງຈັນ ທີ່ ສະໜາມຈໍາລອງ (ສະຖານີປ່ຽນຖ່າຍສິນຄ້າດົງໂພສີ) ເມືອງຫາດ
ຊາຍຟອງ ນະຄອນຫຼວງວຽງຈັນ, ວັນທີ 15-22 ກັນຍາ 2026 ແມ່ນກິດຈະກໍາບໍລິການ ກວດສຸຂະພາບ (ຢູ່ ໂຮງໝໍສູນກາງ 103 ກອງທັບ, ໂຮງໝໍບໍລິ
ເວນ 106 ກອງທັບ, ໂຮງໝໍບໍລິເວນ 109 ກອງທັບ ແລະ ໂຮງໝໍທະຫານແຂວງອັດຕະປື) ເຊິ່ງທີມແພດຝ່າຍຈີນ ຈະໄດ້ຈັດແບ່ງກຳລັງເພື່ອໄປກວດສຸຂະ
ພາບ ແລະ ເບີກຈ່າຍຢາປົວພະຍາດ ໂດຍບໍ່ເສຍຄ່າ. ຈາກນັ້ນ, ຄະນະທັງສອງຝ່າຍຍັງໄດ້ເຄື່ອນໄຫວກວດກາສະໜາມຕົວຈິງ ເພື່ອຮັບປະກັນຄວາມພ້ອມ
ໃນການເຝິກຊ້ອມ.
ແຫຼ່ງຂ່າວໂດຍ ໂຊເລ້ ບຸນເຮືອງ
ວັນທີ 08/09/2026