
ໂຮງຮຽນທິດສະດີການເມືອງກອງທັບ ໄຂສົກຮຽນ 2025-2026

ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ
ວັນທີ 5 ກັນຍາ 2025 ນີ້, ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຈັດພິທີໄຂສົກຮຽນບຳລຸງ-ກໍ່ສ້າງນາຍທະຫານການເມືອງ ປະຈຳສົກ
2024-2025 ໂດຍການປະທານຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການ
ເມືອງກອງທັບ, ມີຄະນະພັກ-ຄະນະອໍານວຍການໂຮງຮຽນ, ບັນດາຄະນະກົມທີ່ກ່ຽວຂ້ອງ, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ວິ
ທະຍາຄານນາຍທະຫານບົກ ກົມມະດຳ, ວິທະຍາຄານ ພະລາທິການກອງທັບ, ວິທະຍາຄານເຕັກນິກການທະຫານ, ໂຮງຮຽນວັດທະນະທໍາຊົົນ
ເຜົ່າກອງທັບ ພ້ອມດ້ວຍ ຄູ-ອາຈານ ພະນັກງານ, ນັກຮຽນ-ນັກສຶກສາທຸກລະບົບ ເຂົ້າຮ່ວມ.
ການເປີດຊຸດອົບຮົມບຳລຸງ-ກໍ່ສ້າງນາຍທະຫານການເມືອງ ໃນຄັ້ງນີ້ ມີນັກຮຽນທັງໝົດ 298 ສະຫາຍ, ປະກອບມີ 13 ເປົ້າໝາຍການຮຽນ
ຄື: ກໍ່ສ້າງປະລິນຍາຕີນາຍທະຫານການເມືອງຂັ້ນ ກອງພັນໃຫຍ່, ກອງພົນ ລະບົບ 3 ປີ ຊຸດທີ 2 ມີນັກຮຽນຈໍານວນ 25 ສະຫາຍ, ກໍ່ສ້າງປະລິນ
ຍາຕີ ນາຍທະຫານການເມືອງ ຂັ້ນກອງພັນໃຫຍ່, ກອງພົນ ລະບົບ 2 ປີ ຊຸດທີ 1 ຈຳນວນ 27 ສະຫາຍ, ກໍ່ສ້າງປະລິນຍາໂທການເມືອງ ຊຸດທີ 1
ຈຳນວນ 9 ສະຫາຍ, ກໍ່ສ້າງປະລິນຍາໂທການເມືອງ ຊຸດທີ 2 ຈຳນວນ 6 ສະຫາຍ, ກໍ່ສ້າງເລັ່ງລັດ ອະນຸປະລິນຍາ ທິດສະດີມາກ-ເລນິນ ລະບົບ
1 ປີ ຊຸດທີ 5 ມີຈໍານວນ 14 ສະຫາຍ, ກໍ່ສ້າງເລັ່ງລັດ ນາຍທະຫານການເມືອງຂັ້ນ ກອງພັນໃຫຍ່ ລະບົບ 1 ປີ ຊຸດທີ 4 ຈຳນວນ 11 ສະຫາຍ, ກໍ່
ສ້າງເລັ່ງລັດນາຍທະຫານການເມືອງ ຂັ້ນກອງພົນ ລະບົບ 1 ປີ ຊຸດທີ 4 ຈຳນວນ 16 ສະຫາຍ, ບໍາລຸງທິດສະດີມາກ-ເລນິນ ລະບົບຊັ້ນສູງ 5 ເດືອນ
ຊຸດທີ 6 ຈໍານວນ 25 ສະຫາຍ, ບໍາລຸງວຽກງານກວດກາ ລະບົບ 3 ເດືອນ ຊຸດທີ 16 ຈໍານວນ 30 ສະຫາຍ, ບໍາລຸງວຽກງານກໍ່ສ້າງຮາກຖານການ
ເມືອງ ລະບົບ 45 ວັນ ຊຸດທີ 16 ຈໍານວນ 45 ສະຫາຍ, ບໍາລຸງວຽກງານປ້ອງກັນພາຍໃນ ລະບົບຊັ້ນສູງ 5 ເດືອນ ຊຸດທີ 11 ຈຳນວນ 30 ສະຫາຍ,
ບຳລຸງວຽກງານນະໂຍບາຍໃນກອງທັບ ລະບົບ 3 ເດືອນ ຊຸດທີ່ 2 ຈຳນວນ 30 ສະຫາຍ, ບຳລຸງຄູການເມືອງ ລະບົບ 3 ເດືອນ ຊຸດທີ 3 ຈຳນວນ
30 ສະຫາຍ ເຊິ່ງໃນ 13 ເປົ້າໝາຍນີ້ ຈະໄດ້ແບ່ງອອກເປັນ 2 ຊຸດຮຽນ ຄື: ຊຸດທີ 1 ມີ 10 ເປົ້າໝາຍ ແລະ ຊຸດທີ 2 ມີ 3 ເປົ້າໝາຍ. ທັງນີ້, ເພື່ອ
ເປັນການຍົກລະດັບຄວາມຮັບຮູ້ ຄວາມເຂົ້າໃຈຕໍ່ທັດສະນະ, ແນວຄິດ ແລະ ບັນຫາພື້ນຖານທິດສະດີ, ຫຼັກມູນວິທະຍາສາດດ້ານຕ່າງໆ ຂອງລັດທິ
ມາກ-ເລນິນ, ແນວທາງແຜນນະໂຍບາຍຂອງພັກ ໃຫ້ບັນດາພະນັກງານຂັ້ນນໍາພາ-ບັນຊາທາງດ້ານການເມືອງ ແລະ ເປັນການຍົກສູງລະດັບທິດສະ
ດີຫຼັກການພື້ນຖານ ການເຄື່ອນໄຫວວຽກງານພັກວຽກງານການເມືອງ, ສ້າງຄວາມເປັນເອກະພາບທາງດ້ານເນື້ອໃນ, ຮູບການ, ບາດກ້າວ ແລະ ວິ
ທີການເຄື່ອນໄຫວວຽກງານການເມືອງຢູ່ໃນທົ່ວກອງທັບ ສ້າງໃຫ້ມີຈິນຕະນາການອັນໃໝ່ ການເບິ່ງບັນຫາ ແລະ ການແກ້ໄຂບັນຫາຕ່າງໆ ທີ່ອາດ
ຈະເກີດຂຶ້ນ, ເຫັນໄດ້ການເຕີບໃຫຍ່ຂະຫຍາຍຕົວຂອງສັງຄົມ, ຄວາມຈໍາເປັນໃນການສ້າງພະນັກງານນໍາພາ-ບັນຊາ, ພະນັກງານວິຊາສະເພາະຢູ່ໃນ
ກອງທັບໃນໄລຍະໃໝ່, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ລະບຽບຂອງກອງທັບ ຮູ້ໄດ້ຫຼັກການບາດກ້າວ ດໍາເນີນວຽກ
ງານພັກວຽກງານການເມືອງໃນການປັບປຸງກໍ່ສ້າງກໍາລັງ ກໍຄືການເຄື່ອນໄຫວໂຄສະນາຂົນຂວາຍສັດຕູໃນແຕ່ລະຮູບການ ປັບປຸງແບບແຜນວິທີນໍາພາ
-ບັນຊາ, ແບບແຜນດໍາລົງຊີວິດ, ເຝິກຝົນຫຼໍ່ຫຼອມຄຸນສົມບັດ, ສິນທໍາປະຕິວັດ, ປະຕິບັດຂໍ້ກໍານົດກົດລະບຽບ ແລະ ກົດໝາຍຂອງລັດໃຫ້ສູງຂຶ້ນ.
ແຫຼ່ງຂ່າວໂດຍ ລຸນທອງ ສີບຸນເຮືອງ
ວັນທີ 08/09/2025