
ພົບປະແລກປ່ຽນນະໂຍບາຍປ້ອງກັນຊາດ ຄັ້ງທີ VI ລະຫວ່າງ ກະຊວງປ້ອງກັນປະເທດ
ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ

ໃນວັນທີ 3 ເມສາ 2026 ນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະ
ເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມ ພົບປະແລກປ່ຽນນະໂຍ
ບາຍປ້ອງກັນຊາດ ຄັ້ງທີ VI ລະຫວ່າງ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ,
ໂດຍການຕ້ອນຮັບຂອງ ສະຫາຍ ພົນໂທ ຫງວຽນ ເຈືອງ ຖັງ ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງລັດຖະມົນຕີກະຊວງ
ປ້ອງກັນປະເທດຫວຽດນາມ ພ້ອມຄະນະ ຢູ່ທີ່ກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ.
ໃນກອງປະຊຸມ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ແລະ ສະຫາຍ ພົນໂທ ຫງວຽນ ເຈືອງ ຖັງ, ກຳມະການສູນກາງພັກກອມມູນິດ
ຫວຽດນາມ ໄດ້ຜັດປ່ຽນກັນກ່າວເປີດພິທີຢ່າງເປັນທາງການ ພ້ອມທັງຕີລາຄາຜົນການຈັດຕັ້ງປະຕິບັດນະໂຍບາຍປ້ອງກັນຊາດ ໄລຍະຜ່ານ
ມາ ຂອງສອງປະເທດ ລາວ-ຫວຽດນາມ. ການຈັດຕັ້ງປະຕິບັດ ແລະ ປຶກສາຫາລື ເຊິ່ງໄດ້ກາຍເປັນນິມິດໝາຍທີ່ດີໃນການສືບຕໍ່ຈັດຕັ້ງຜັນ
ຂະຫຍາຍເນື້ອໃນແຜນການຮ່ວມມື ທັງເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ
ແບບພິເສດ ແລະ ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດລະຫວ່າງ ສອງຊາດ, ສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ
ໃຫ້ແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ. ພ້ອມນີ້ ທັງສອງຝ່າຍຍັງໄດ້ປຶກສາຫາລື ແລະ ເອກະພາບສືບຕໍ່ແຜນການຮ່ວມມືທີ່ສຳຄັນ
ຫຼາຍດ້ານເປັນຕົ້ນແມ່ນ: ສືບຕໍ່ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງມູນເຊື້ອສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການ
ພົວພັນຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ເຊິ່ງໄດ້ກາຍເປັນມໍ
ລະດົກອັນລໍ້າຄ່າ ທີ່ປະທານ ໂຮ່ຈີມິນ ແລະ ປະທານ ໄກສອນພົມວິຫານ ໄດ້ສ້າງໄວ້ ໃຫ້ໝັ້ນຄົງຍາວນານຕະຫຼອດໄປ; ສືບຕໍ່ຊຸກຍູ້ການ
ຮ່ວມມືໃນຂົງເຂດວຽກງານຮັບປະກັນຄວາມໝັ້ນຄົງທາງດ້ານການເມືອງ, ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ເພີ່ມທະວີ
ການຮ່ວມມືທາງດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ລະຫວ່າງປະເທດໃນທຸກດ້ານ; ສືບຕໍ່ເພີ່ມທະວີຢ່າງແໜ້ນແຟ້ນໃນ
ຂົງເຂດການເຄື່ອນໄຫວວຽກງານພັກ-ວຽກງານການເມືອງ, ວຽກງານຂ່າວສານ, ວຽກງານຄົ້ນຄວ້າວິທະຍາສາດ-ປະຫວັດສາດ, ໂຄສະ
ນາມູນເຊື້ອປະຕິວັດ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ , ຫຸ້ນສ່ວນຍຸດທະສາດລະຫວ່າງ ສອງຊາດ-ສອງກອງທັບ; ສືບ
ຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອໃນການກໍ່ສ້າງ, ເຝິກອົບຮົມ, ກໍ່ສ້າງພະນັກງານສືບທອດໃນຕໍ່ໜ້າ ແລະ ເຫັນດີສືບຕໍ່ຮ່ວມມື
ທາງດ້ານວຽກງານທີ່ສຳຄັນອື່ນໆຕື່ມອີກ.
ພ້ອມນີ້, ທັງສອງຝ່າຍ ຍັງໄດ້ພ້ອມກັນລົງນາມບົດບັນທຶກ ແຜນການຮ່ວມມືໃນຕໍ່ໜ້າ ເຊິ່ງລົງນາມຝ່າຍລາວ ໂດຍ ສະຫາຍ ພົນໂທ
ສາຍໃຈ ກົມມະສິດ ແລະ ຝ່າຍຫວຽດນາມໂດຍ ສະຫາຍ ພົນໂທ ຫງວຽນ ເຈືອງ ຖັງ ເຊິ່ງມີຄະນະຜູ້ແທນກອງປະຊຸມທັງສອງຝ່າຍເຂົ້າ
ຮ່ວມເປັນສັກຂີພະຍານ. ພາຍຫຼັງສຳເລັດກອງປະຊຸມ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ພ້ອມດ້ວຍຄະນະຜູ້ແທນ ໄດ້ເດີນທາງໄປຢ້ຽມ
ຢາມກົງສູນໃຫຍ່ ສປປ ລາວ ປະຈຳນະຄອນດານັ່ງ ຕື່ມອີກ.
ແຫຼ່ງຂ່າວໂດຍ ທອງມາ ໄຊຍະເພັງສາ
ວັນທີ 07/04/2026