ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນນາຍທະຫານ ຣາຊະອານາຈັກ ກຳປູເຈຍ ເຂົ້າຢ້ຽມຂ່ຳນັບ
ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ


    ໃນວັນທີ 5 ມັງກອນ 2026 ນີ້, ຄະນະຜູ້ແທນນາຍທະຫານ ຣາຊະອານາຈັກກຳປູເຈຍ ນຳໂດຍ ສະຫາຍ ພົນໂທ ມຸມ ລີເມືອນ
ຮອງຫົວໜ້າກົມໃຫຍ່ເລຂາທິການ ກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ພົນຕີ ແສງມະ
ນີວອນ ຄຳມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ພັກຜ່ອນ ຢູ່ ສປປ ລາວ.

     ສະຫາຍ ພົນຕີ ແສງມະນີວອນ ຄຳມະນີ ໄດ້ສະແດງຄວາມຍິນດີຕ້ອນຮັບ ຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ
ພັກຜ່ອນ ຢູ່ສປປ ລາວ ຂອງຄະນະຜູ້ແທນນາຍທະຫານ ຣາຊະອານາຈັກກຳປູເຈຍ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າ
ໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງກອງທັບ ລາວ-ກຳປູເຈຍ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.

     ໂອກາດນີ້, ຄະນະຜູ້ແທນນາຍທະຫານ ຣາຊະອານາຈັກກຳປູເຈຍ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດ, ພ້ອມ
ທັງໄດ້ແຈ້ງຈຸດປະສົງຂອງການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນໂອກາດດີໃນການແລກປ່ຽນບົດຮຽນ ແລະ ຮັດແໜ້ນຄວາມ
ສາມັກຄີ ລະຫວ່າງ ນາຍທະຫານທັງສອງປະເທດ. ການຢ້ຽມຢາມຄັ້ງນີ້ ໄດ້ດຳເນີນໄປພາຍໃຕ້ບັນຍາກາດທີ່ສະໜິດສະໜົມ ແລະ ເຕັມ
ໄປດ້ວຍໄມຕີຈິດມິດຕະພາບ, ສະແດງໃຫ້ເຫັນເຖິງການພົວພັນຮ່ວມມືທີ່ດີງາມ ທີ່ມີມາຢ່າງຍາວນານ ລະຫວ່າງ ສອງຊາດ, ສອງກອງ
ທັບ ລາວ-ກຳປູເຈຍ.

ແຫຼ່ງຂ່າວໂດຍ ລຸນທອງ ສີບຸນເຮືອງ
ວັນທີ 07/01/2026