ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ
ຢູ່ກອງບັນຊາການທະຫານແຂວງອັດຕະປື


ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ
ກະຊວງປ້ອງກັນປະເທດ ຄັ້ງວັນທີ 05/11/2026

     ວັນທີ 5 ພະຈິກ 2026 ນີ້, ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ
ກະຊວງປ້ອງກັນປະເທດ ພ້ອມຄະນະນຳຈາກກະຊວງປ້ອງກັນປະເທດ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ກອງບັນຊາການທະຫານແຂວງອັດຕະ
ປື ໂດຍການຕ້ອນຮັບ ຂອງສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອັດຕະປື, ມີການນຳຂອງແຂວງ,
ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

     ໃນໂອກາດນີ້, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ພ້ອມດ້ວຍຄະນະ ໄດ້ຢ້ຽມຊົມສະຖານທີ່ພາຍໃນຄ້າຍ ແລະ ບັນດາໂຄງການ-ການກໍ່ສ້າງ ທີ່
ກຳລັງດຳເນີນການກໍ່ສ້າງ ຢູ່ໃນກອງບັນຊາການທະຫານແຂວງ ເປັນຕົ້ນ ໂຄງການກໍ່ສ້າງອາຄານກອງບັນຊາການ (ຫຼັງໃໝ່), ສະໂມສອນ (ຫຼັງໃໝ່) ແລະ
ສາງເກັບມ້ຽນຢາ ຂອງພະແນກເສນາຮັກ. ພ້ອມນັ້ນ, ຍັງໄດ້ມອບເງິນຈຳນວນ 100 ລ້ານກີບ ແລະ ເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງ ເພື່ອເປັນການ
ຊຸກຍູ້ ແລະ ປະກອບຊ່ວຍເຫຼືອໃຫ້ກອງບັນຊາການທະຫານແຂວງອັດຕະປື ໃນການສ້າງສາພັດທະນາກົມກອງ ອີກດ້ວຍ.

ແຫຼ່ງຂ່າວໂດຍ ສຸກສະໄໝ ນວນມະລິນ
ວັນທີ 06/11/2026