ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ III
ປີ 2025 ຂອງບັນດາກົມກອງ ເຂດ 5


ສະຫາຍ ພົນຕີ ວັນທອງ ບຸດຕະວົງ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

    ວັນທີ 1 ຕຸລາ 2025 ນີ້, ກອງພັນໃຫຍ່ 642 ໄດ້ເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ III ແລະ
ວາງທິດທາງແຜນການປະຈຳໄຕມາດ IV ປີ 2025 ຂອງບັນດາກົມກອງ ເຂດ 5 ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວັນທອງ ບຸດ
ຕະວົງ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພັນໂທ ສີນວນ ສັກຕິ
ເດດ ຮັກສາການຫົວໜ້າການເມືອງ ກອງພັນໃຫຍ່ 642, ມີຄະນະພັກ-ຄະນະບັນຊາ ກອງພົນທີ 4, ກອງບັນຊາການທະຫານແຂວງ ບໍລິຄຳ
ໄຊ, ຄຳມ່ວນ, ສະຫວັນນະເຂດ, ກອງພັນໃຫຍ່ 644, ກອງພັນໃຫຍ່ 619, ກອງພັນໃຫຍ່ 621, ໂຮງໝໍບໍລິເວນ 109, ໂຮງງານປະສານ
ເຫຼົ່າ, ບໍລິສັດພັດທະນາຊົນນະບົດ, ລັດວິສາຫະກິດຕິດຕັ້ງໄຟຟ້າຄົບວົງຈອນ ໄຊສົມບູນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ກອງປະຊຸມ ຄະນະພັກ-ຄະນະບັນຊາແຕ່ລະກົມກອງ ໄດ້ຜັນປ່ຽນກັນຜ່ານບົດສະຫຼຸບລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກ
ງານຮອບດ້ານໃນໄລຍະ 3 ເດືອນຜ່ານມາ ​ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນ
ໃນບໍລິເວນຂອບເຂດຄວາມຮັບຜິດຊອບຂອງຕົນ ເປັນຕົ້ນແມ່ນ ການຄ້າ-ຂາຍເຖື່ອນ, ບັນຫາຢາເສບຕິດ, ຂີ້ລັກງັດແງະ, ບັນຫາຄວາມ
ບໍ່ສະຫງົບຕາມຊາຍແດນ ຈາກບັນຫາຕ່າງໆທີ່ບັນດາກົມກອງໄດ້ພ້ອມກັນແກ້ໄຂ ແລະ ມີທິດທາງແຜນການຕໍ່ໜ້າແມ່ນຈະສືບ ຕໍ່ສຸມໃສ່
ການສຶກສາອົບຮົມການເມືອງນຳພາ-ແນວຄິດໃຫ້ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ​ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຫັນເອົາ
ກຳລັງລົງກໍ່ສ້າງຮາກຖານການເມືອງ ສືບຕໍ່ຈັດຕັ້ງປະຕິບັດບັນດາວຽກງານທີ່ປິ່ນອ້ອມ 4 ໜ້າທີ່ໃຫ່ຍ 26 ແຜນງານ ທີ່ຄະນະພັກກະຊວງ
ປ້ອງກັນປະເທດວາງອອກໃຫ້ປະກົດຜົນເປັນຈິງ.

     ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະກົມກອງ ສືບຕໍ່ເພີ່ມທະວີວຽກງານການສຶກສາ
ອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານ-ນັກຮົບໃນກົມກອງໃຫ້ເລິກເຊິ່ງ, ເອົາໃຈໃສ່ນຳພາ-ຊີ້ນຳ ກົມກອງ-ຫັນລົງກໍ່ສ້າງຮາກ
ຖານ ຕາມ 4 ເນື້ອໃນ, ສົມທົບກັບກຳລັງ ປກສ, ກອງຫຼອນ ແລະ ອຳນາດການປົກຄອງທ້ອງຖິ່ນ ແລະ ພ້ອມກັນເຮັດໃຫ້ສະພາບກົມ
ກອງຕັ້ງທັບ ມີຄວາມສະຫງົບໂດຍພື້ນຖານ.

ແຫຼ່ງຂ່າວໂດຍ ແສນ
ວັນທີ 06/10/2025