ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕ້ອນຮັບຫົວໜ້າກອງແພດລົດໄຟເສນາຮັກ ສປ ຈີນ


ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ  ເປັນປະທານກອງປະຊຸມ ຄັ້ງວັນທີ 02/07/2026

    ວັນທີ 2 ກໍລະກົດ 2026 ນີ້, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະນໍາກົມ
ເສນາຮັກ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ໄດ້ຕ້ອນຮັບ ສະຫາຍ ພັນເອກ ພິເສດ ຊົ່ງ ໄຊຜິງ ຫົວໜ້າກອງແພດລົດໄຟເສນາ
ຮັກ ຮອງອໍານວຍການໂຮງໝໍເລກ 2 ມະຫາວິທະຍາໄລການແພດກອງທັບບົກ ສປ ຈີນ, ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາເຮັດຢູ່ກອງ
ທັບປະຊາຊົນລາວ ໃນຂົງເຂດວຽກງານເສນາຮັກກອງທັບ.

     ໂອກາດນີ້, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ກ່າວຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ ສະຫາຍ
ພັນເອກ ພິເສດ ຊົ່ງ ໄຊຜິງ ພ້ອມດ້ວຍຄະນະ, ເຊິ່ງສະແດງເຖິງມູນເຊື້ອຄວາມສາມັກຄີຮັກແພງ ລະຫວ່າງ ສອງຊາດ, ສອງພັກ ແລະ ສອງ
ກອງທັບ, ເວົ້າລວມ, ເວົ້າສະເພາະ ກໍຄື ສອງເຫຼົ່າຮົບເສນາຮັກກອງທັບປະຊາຊົນລາວ ກັບ ກອງທັບປົດປ່ອຍປະຊາຊົນຈີນ ໃຫ້ນັບມື້ເຕີບ
ໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.

     ໃນໂອກາດນີ້, ສະຫາຍ ພັນເອກ ພິເສດ ຊົ່ງ ໄຊຜິງ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ພ້ອມດ້ວຍຄະ
ນະນໍາກົມເສນາຮັກກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ, ເຊິ່ງສະແດງເຖິງຄວາມສາມັກຄີຮັກ
ແພງ, ນໍ້າໃຈໄມຕີຈິດມິດຕະພາບທີ່ດີ, ຈຸດປະສົງວຽກງານໃນຄັ້ງນີ້ ເພື່ອປຶກສາຫາລືວຽກງານຂະບວນລົດໄຟສັນຕິພາບ ລາວ-ຈີນ 2026 ແລະ
ທັງເປັນການຈັດຕັ້ງປະຕິບັດແຜນການລວມໃນການຮ່ວມມືດ້ານການທະຫານ ລະຫວ່າງ ສອງ ກອງທັບລາວ-ຈີນ ໃຫ້ເປັນຮູບປະທຳ, ລົງເລິກ
ຂະຫຍາຍການຮ່ວມມືທາງດ້ານສາທາລະນະສຸກ ລະຫວ່າງ ສອງກອງທັບລາວ-ຈີນ ໃຫ້ປະກົດຜົນເປັນຈິງ, ຍົກລະດັບຄວາມສາມາດ ໃນການ
ຮ່ວມກັນບັນຊາວຽກງານເສນາຮັກ-ພະລາທິການ ແລະ ຮ່ວມກອບກູ້ຊ່ວຍເຫຼືອ ລະຫວ່າງ ສອງກອງທັບໃຫ້ສູງຂຶ້ນ ແລະ ເພື່ອສ້າງເປັນແບບ
ແຜນສະເພາະໃຫ້ແກ່ການແລກປ່ຽນຮ່ວມມືດ້ານການແພດການທະຫານ ລະຫວ່າງສອງຝ່າຍ, ທັງເປັນການສືບຕໍ່ເສີມຂະຫຍາຍມິດຕະພາບ
ອັນເປັນມູນເຊື້ອຂອງສອງປະເທດ, ກໍຄືສອງກອງທັບເຫຼົ່າຮົບເສນາຮັກໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໄປ.

ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 06/07/2026