ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດເຝິກອົບຮົມ ກວດສອບເລຂາ-ຮອງເລຂາ ຮາກຖານພັກ
ຄັ້ງທີ II ທົ່ວຄະນະພັກກົມໃຫຍ່ພະລາທິການກອງທັບ


ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ,ເລຂາຄະນະພັກກົມໃຫຍ່,
ຫົວໜ້າກົມໃຫຍ່ພະລາທິການກອງທັບ ​ເປັນ​ປະທານ ຄັ້ງ​ວັນ​ທີ 05/05/2026

    ພິທີ ເປີດເຝິກອົບຮົມວຽກງານກວດສອບ ເລຂາ-ຮອງເລຂາ ຮາກຖານພັກ ຄັ້ງທີ II ທົ່ວຄະນະກົມໃຫຍ່ພະລາທິການກອງທັບ ໄດ້ຈັດ
ຂຶ້ນວັນທີ 5 ພຶດສະພາ 2026 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ພະລາທິການ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ກໍາ
ມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກກົມໃຫຍ່, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະບໍລິຫານ
ງານພັກອົງການກົມໃຫຍ່, ກົມຈັດຕັ້ງພັກກົມໃຫຍ່ການເມືອງກອງທັບ, ເລຂາ-ຮອງ​ເລຂາຄະນະພັກຮາກຖານ, ໜ່ວຍພັກເອກະລາດ, ຄະນະ
ຮັບຜິດຊອບ ແລະ ພະນັກງານ, ວິຊາການ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ໄດ້ມີຄໍາເຫັນໂອ້ລົມ ແລະ ກ່າວເປີດໃນບັ້ນເຝິກອົບຮົມວຽກງານກວດສອບເລຂາ, ຮອງເລຂາ
ໜ່ວຍພັກ ທົ່ວຄະນະພັກ ກົມໃຫຍ່ພະລາທິການກອງທັບ ໃນຄັ້ງນີ້ວ່າ, ການເປີດເຝິກອົບຮົມວຽກງານກວດສອບເລຂາ, ຮອງເລຂາໜ່ວຍພັກ
ທົ່ວຄະນະພັກ ກົມໃຫຍ່ພະລາທິການກອງທັບ, ສຸດທີ່ມີຄວາມໝາຍສໍາຄັນເປັນຢ່າງຍິ່ງຢູ່ໃນກົມກອງພວກເຮົາ, ເປັນການປະຕິບັດແນວທາງກໍ່
ສ້າງພັກໃນໄລຍະໃໝ່, ເພື່ອແນ່ໃສ່ສ້າງພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ຍົກສູງຄວາມສາມາດນໍາພາ, ແບບແຜນວິທີເຮັດວຽກ,
ຄວາມຮັບຮູ້ທາງດ້ານທິດສະດີ, ຫຼັກການພື້ນຖານຂອງວຽກງານຈັດຕັ້ງ-ກໍ່ສ້າງພັກໃຫ້ມີການຫັນປ່ຽນອັນໃໝ່, ທັງເປັນການປະຕິບັດຕາມທິດຊີ້
ນໍາຂອງຄະນະພັກກະຊວງ, ກົມໃຫຍ່ການເມືອງກອງທັບ, ດໍາເນີນການຈັດຕັ້ງຝຶກອົບຮົມຫັດແອບ ແລະ ກວດສອບຄວາມຮູ້, ຄວາມສາມາດ,
ແບບແຜນວິທີເຮັດວຽກໃຫ້ຖັນແຖວເລຂາ, ຮອງເລຂາໜ່ວຍພັກ, ໃຫ້ມີຄວາມຊໍານິ-ຊໍານານ ຕໍ່ວຽກງານກໍ່ສ້າງພັກໃຫ້ເປັນເອກະພາບ, ແນ່ໃສ່
ເຮັດໃຫ້ການກໍ່ສ້າງພັກໃນກອງທັບ, ຖືກຕ້ອງຕາມແນວທາງຂອງພັກ, ສົມເປັນກໍາລັງໄວ້ເນື້ອເຊື່ອໃຈຈາກພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ,
ກາຍເປັນກອງທັບປະຕິວັດ ທີ່ມີລະບຽບ, ແບບແຜນ ແລະ ທັນສະໄໝ, ການເຝິກອົບຮົມກວດສອບເລຂາ-ຮອງເລຂາຄັ້ງນີ້, ຈະດໍາເນີນໃນໄລຍະ
ເວລາ 10 ວັນ, ເຊິ່ງນັກສໍາມະນາກອນຈະໄດ້ພ້ອມກັນສຸມໃສ່ຄົ້ນຄວ້າບັນດາເນື້ອໃນເອກະສານພາກທິດສະດີ, ພາກປະຕິບັດຕົວຈິງ ແລະ ທົບ
ທວນຄືນບົດຮຽນກໍ່ສ້າງພັກທີ່ຜ່ານມາຂອງກົມກອງຕົນ ເພື່ອພ້ອມກັນກ້າວໄປສູ່ຄວາມເປັນເອກະພາບ, ດ້ານແບບແຜນວິທີເຮັດວຽກຂອງຖັນ
ແຖວເລຂາ, ຮອງເລຂາ, ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍ ທີ່ເປັນຕົວແທນ, ເປັນແກນນໍາຢູ່ຄະນະພັກ, ຄະນະພັກຮາກຖານ, ໜ່ວຍພັກ
ເອກະລາດທີ່ເຂົ້າຮ່ວມເຝິກອົບຮົມ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນ ສຸມທຸກສະຕິປັນຍາເຂົ້າໃສ່ການຄົ້ນຄວ້າຮໍ່າຮຽນ, ກຳແໜ້ນບັນດາເນື້ອ
ໃນເອກະສານ ແລະ ຍາດແຍ່ງເອົາບົດຮຽນນໍາຄູ-ອາຈານ ເພື່ອໄປໝູນໃຊ້ໃຫ້ແທດເໝາະກັບສະພາບຈຸດພິເສດຂອງກົມກອງຕົນ ແລະ ເຮັດໃຫ້
ວຽກງານກໍ່ສ້າງພັກຖືກກັບແນວທາງ, ກົມກອງມີທ່ວງທ່າອັນໃໝ່, ເປັນການປະກອບສ່ວນອັນສໍາຄັນ, ການຜັນຂະຫຍາຍ ໝາກຜົນການຊີ້ນໍາ-ນໍາ
ພາຂອງຄະນະພັກ, ການເຄື່ອນໄຫວຂອງພະນັກງານແຕ່ລະສະຫາຍ, ສ້າງໄດ້ບຸກຄະລາກອນຮູ້ເຮັດວຽກງານກໍ່ສ້າງພັກ, ພະນັກງານນໍາພາ, ເຮັດໃຫ້
ວຽກງານກໍ່ສ້າງພັກ-ກໍ່ສ້າງກໍາລັງ ຢູ່ຄະນະພັກ, ຄະນະພັກຮາກຖານ, ໜ່ວຍພັກ ນັບມື້ໜັກແໜ້ນ, ເຂັ້ມແຂງ ແລະ ທັນສະໄໝ.

ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 06/05/2026