ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມຄະນະຊີ້ນໍາ ແລະ ອະນຸກຳມະການ ກະກຽມດໍາເນີນກອງປະຊຸມໃຫຍ່
ຜູ້ແທນສະມາຊິກພັກ ຄັ້ງທີVI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ


ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ​ເປັນ​ປະທານ

    ກອງປະຊຸມຄະນະຊີ້ນໍາ ແລະ ອະນຸກໍາມະການ ກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ
ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນວັນທີ 5 ສິງຫາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳ
ມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະຊີ້ນໍາ, ຄະນະອະນຸກໍາມະການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

     ໃນກອງປະຊຸມແຕ່ລະພາກສວ່ນ ໄດ້ລາຍງານຫຍໍ້ ກ່ຽວກັບການກະກຽມຄວາມພ້ອມພື້ນຖານແຕ່ລະໜ້າວຽກ ໃນການກະກຽມດໍາ
ເນີນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ. ທັງນີ້, ເພື່ອເປັນການປຶກສາຫາລື, ມອບ
ໝາຍໜ້າທີ່ຄວາມຮັບຜິດຊອບວຽກງານແຕ່ລະດ້ານໃຫ້ມີປະສິດທິພາບປະສິດທິຜົນສູງ ແລະ ເພື່ອເຮັດໃຫ້ແຜນການກະກຽມ ແລະ ດໍາເນີນ
ກອງປະຊຸມດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດກາຍເປັນຮູບປະທຳ ແລະ ມີຜົນສຳເລັດຕາມລະດັບຄາດໝາຍ. ຈາກນັ້ນ, ບັນດາອະນຸກໍາມະ
ການ ໄດ້ພ້ອມກັນປະກອບຄໍາເຫັນ ເພື່ອປັບປຸງແກ້ໄຂຂອດທີ່ຍັງບໍ່ທັນສອດຄ່ອງໃຫ້ເໝາະສົມ ເພື່ອຮັບປະກັນເຮັດໃຫ້ການດໍາເນີນກອງປະຊຸມ
ໃຫຍ່ ໄດ້ຮັບໝາກຜົນອັນຈົບງາມ.

     ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ມີຄໍາເຫັນຊີ້ນໍາຫຼາຍບັນຫາທີ່ສຳຄັນ ພ້ອມທັງ ເນັ້ນໜັກໃຫ້ແຕ່ລະພາກສ່ວນ ເປັນ
ເຈົ້າການຍົກສູງຄວາມຮັບຜິດຊອບ, ກະກຽມຄວາມພ້ອມໃນທຸກດ້ານ ເຄື່ອນໄຫວຕາມພາລະບົດບາດຂອງຕົນ ເພື່ອຮັບປະກັນໃຫ້ແກ່ການດໍາ
ເນີນກອງປະຊຸມໃນຄັ້ງນີ້ ໄປຕາມວາລະທີ່ໄດ້ກໍານົດໄວ້ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍ.

ແຫຼ່ງຂ່າວໂດຍ ຈິດ+ແສງເດືອນ
ວັນທີ 05/08/2025