
ໜ່ວຍພັກກົມອຸປະໂພກ-ບໍລະໂພກ ກົມໃຫຍ່ພະລາທິການກອງທັບ ສະຫຼຸບກວດກາ
ຕີລາຄາ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025

ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ,ເລຂາຄະນະພັກກົມໃຫຍ່
ຫົວໜ້າກົມໃຫຍ່ພະລາທິການກອງທັບ ເປັນປະທານ
ວັນທີ 3 ມີນາ 2026 ນີ້, ໜ່ວຍພັກກົມອຸປະໂພກ-ບໍລະໂພກ ກົມໃຫຍ່ພະລາທິການກອງທັບ, ໄດ້ຈັດກອງປະຊຸມ ສະຫຼຸບກວດກາຕີ
ລາຄາຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ແລະ ທິດທາງແຜນການປະຈໍາປີ 2026, ໂດຍການເປັນ
ປະທານຂອງ ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກກົມໃຫຍ່ ຫົວໜ້າກົມ
ໃຫຍ່ພະລາທິການກອງທັບ, ຫົວໜ້າຄະນະກວດກາ ແລະ ຊຸກຍູ້ຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນກົມໃຫຍ່ພະລາ
ທິການກອງທັບ, ມີ ສະຫາຍ ພົນຈັດຕະວາ ສອນໄຊ ວົງພະຈັນ ກໍາມະການຄະນະພັກອົງການກົມໃຫຍ່ ເລຂາໜ່ວຍພັກ ຫົວໜ້າກົມອຸປະ
ໂພກ-ບໍລະໂພກ ກົມໃຫຍ່ພະລາທິການກອງທັບ, ຄະນະກວດກາ, ຄະນະໜ່ວຍພັກ, ຈຸພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ພັນເອກ ຈັນທະລີ ວິຈິດ ຮອງເລຂາໜ່ວຍພັກ ຮອງຫົວໜ້າກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ, ໄດ້ຜ່ານ
ບົດສະຫຼຸບການນໍາພາກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາ ປີ 2025 ແລະ ທິດທາງແຜນການປະຈໍາປີ 2026, ໂດຍໄດ້
ຍົກໃຫ້ເຫັນທີ່ຕັ້ງພາລະບົດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງໜ່ວຍພັກ, ເຊິ່ງໜ່ວຍພັກກົມອຸປະໂພກ-ບໍລິໂພກ ເປັນໜ່ວຍພັກໜຶ່ງເຊິ່ງຢູ່
ພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງຮອບດ້ານ ຂອງຄະນະພັກອົງການກົມໃຫຍ່ພະລາທິການ, ມີພາລະບົດບາດເປັນເສນາທິການໃຫ້ແກ່ກົມໃຫຍ່
ພະລາທິການ, ກໍຄືກະຊວງປ້ອງກັນປະເທດ ກ່ຽວກັບວຽກງານຮັບປະກັນລ້ຽງດູທັບທາງ ດ້ານການກິນຢູ່, ນຸ່ງຫົ່ມ, ການເພີ່ມພູນຜະລິດຜົນ
ເພິ່ງຕົນເອງ ກຸ້ມຕົນເອງ, ມີໜ້າທີ່ຄົ້ນຄວ້າວຽກງານຮັບປະກັນເຄື່ອງນຸ່ງຫົ່ມ, ສະບຽງອາຫານ ແລະ ເຄື່ອງຮັບໃຊ້ເຮືອນຄົວ, ເຮືອນກິນ ໃຫ້ຄົບ
ຖ້ວນ ແລະ ຊີ້ນໍາວຽກງານຄຸ້ມຄອງ, ນໍາໃຊ້ ແລະ ປົກປັກຮັກສາວັດຖຸອຸປະໂພກ-ບໍລິໂພກໃນກອງທັບ, ແນໃສ່ຮັກສາສຸຂະພາບຂອງນາຍ ແລະ
ພົນທະຫານ ປະກອບສ່ວນເຂົ້າໃນການກໍ່ສ້າງກອງທັບ ເປັນກອງທັບມີແບບແຜນທັນສະໄໝ, ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາແນວ
ຄິດໃຫ້ສະມາຊິກພັກຢ່າງເປັນປົກກະຕິ, ຄົ້ນຄົ້ວາ, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງ
ອົງຄະນະພັກກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກກົມໃຫຍ່ພະລາທິການ, ກໍາແໜ້ນແນວທາງ
ນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບຢ່າງເຂັ້ມງວດ, ເຮັດໃຫ້ຖັນແຖວຂອງສະມາຊິກພັກມີຄວາມຮັບຮູ້,
ເຂົ້າໃຈຕໍ່ອຸດົມການຂອງພັກ, ຮັກສາໄດ້ຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄວາມຈົ່ງຮັກພັກດີຕໍ່ພັກ ຕໍ່ປະເທດຊາດ, ຕໍ່ປະຊາຊົນ
ບັນດາເຜົ່າ, ຮັກສາລະບອບດໍາເນີນຊີວິດພັກ, ເສຍເງິນສະຕິພັກ, ຂະຫຍາຍມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກຖືກຕ້ອງຕາມລະບຽບຫຼັກ
ການ, ປັດຈຸບັນ ທົ່ວໜ່ວຍພັກມີສະມາຊິກພັກທັງໝົດ 17 ສະຫາຍ, ຍິງ 3 ສະຫາຍ, ແບ່ງເປັນ 3 ຈຸພັກ, ຜ່ານການກວດກາຕີລາຄາການຈັດ
ແບ່ງປະເພດຄຸນນະພາບຂອງສະມາຊິກພັກ ແລະ ໜ່ວຍພັກຕາມ 5 ເນື້ອໃນເຫັນວ່າ, ຄະນະໜ່ວຍພັກ ແລະ ສະມາຊິກພັກແຕ່ລະສະຫາຍ
ແມ່ນໄດ້ເອົາໃຈໃສ່ຂຽນບົດສໍາຫຼວດຂອງຕົນເອງ ເພື່ອອ່ານຜ່ານໃນໝູ່ຄະນະໜ່ວຍພັກຕົນ, ໂດຍສະເພາະຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງ
ຄ້າງ ແລະ ວິທີປັບປຸງແກ້ໄຂຕົນເອງໃນຕໍ່ໜ້າຂອງສະມາຊິກພັກ, ພ້ອມທັງຮັບເອົາການຕໍານິຕິຊົມ, ກໍ່ສ້າງຊ່ວຍ ເຫຼືອ ເຊິ່ງກັນ ແລະ ກັນ ເພື່ອ
ພ້ອມກັນກ້າວໜ້າ, ສາມາດຄັດເລືອກໄດ້ສະມາຊິກພັກແຂງ 17 ສະຫາຍ, ຄະແນນລວມສະເລ່ຍຂອງສະມາຊິກແຕ່ລະສະຫາຍແມ່ນໄດ້ 9 ຂຶ້ນ
ໄປ, ໜ່ວຍພັກບັນລຸໄດ້ຄະແນນສະເລ່ຍລວມ 9,16%, ນໍາສະເໜີຄະນະພັກຂັ້ນເທິງຄົ້ນຄວ້າຮັບຮອງ ແລະ ຢັ້ງຢືນເອົາໜ່ວຍພັກກົມອຸປະໂພກ
-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ເປັນສະໄໝທີ 7 ຕິດຕໍ່ກັນ.
ໂອກາດນີ້, ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ໄດ້ໂອ້ລົມ ໂດຍໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ, ພ້ອມດ້ວຍພະນັກງານ, ສະ
ມາຊິກພັກທຸກສະຫາຍ, ຈົ່ງເອົາໃຈໃສ່ສືບຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ, ມີຄຸນທາດການເມືອງໜັກແໜ້ນ, ຄຸນ
ສົມບັດສິນທໍາປະຕິວັດ, ປະຕິບັດ 5 ຫຼັກການ 3 ທິດນໍາຂອງພັກວາງອອກຢ່າງເຂັ້ມງວດ, ຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ເຮັດວຽກ
ເປັນໝູ່ຄະນະ, ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບລະອຽດຈະແຈ້ງ, ເປັນເຈົ້າການໃນການປົກປ້ອງແນວທາງ, ອຸດົມການຂອງພັກ, ຕ້ານປະ
ກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນພາຍໃນພັກ, ຈຳກັດແນວຄິດທີ່ຂັດກັບແນວທາງນະໂຍບາຍຂອງພັກ-ລັດ, ປັບປຸງແບບແຜນການນໍາພາຂອງ
ໜ່ວຍພັກ, ສະມາຊິກພັກ, ປະຕິບັດລະບອບດໍາເນີນຊີວິດການເມືອງພາຍໃນພັກຢ່າງເປັນປົກກະຕິ, ເຄື່ອນໄຫວຕາມພາລະບົດບາດຂອງພັກ, ມີ
ການສະຫຼຸບຖອດຖອນບົດຮຽນ, ສ່ອງແສງລາຍງານຄະນະພັກຂັ້ນເທິງຢ່າງເປັນປະຈໍາ ແລະ ພ້ອມກັນເຮັດສໍາເລັດໜ້າທີ່ວິຊາສະເພາະຂອງຕົນ
ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ໂດຍສະເພາະທາງດ້ານວຽກງານຮັບປະກັນອຸປະໂພກ-ບໍລິໂພກ ໃຫ້ແກ່ກອງທັບໃຫ້ຄົບຖ້ວນພຽງພໍຕາມ
ຄວາມຕ້ອງການຂອງກອງທັບໃນໄລຍະໃໝ່.
ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 05/03/2026