
ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມລັດຖະ
ມົນຕີປ້ອງກັນປະເທດອາຊຽນ (ADMM) ຄັ້ງທີ 19 ທີ່ ນະຄອນຫຼວງ ກົວລາລຳເປີ, ມາເລເຊຍ

ພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມ
(ADMM) ຢູ່ ກົວລາລຳເປີ, ມາເລເຊຍ ໃນວັນທີ 01/11/2025
ໃນວັນທີ 31 ຕຸລາ 2025 ນີ້, ທ່ານ ພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມ
ດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ຄັ້ງທີ 19 ທີ່ ນະຄອນຫຼວງ ກົວລາລຳເປີ, ມາເລ
ເຊຍ, ພາຍໃຕ້ການເປັນປະທານຂອງ ທ່ານ ດາໂຕະ ເຊຣີ ໂມຮາມັດ ຄາເລັດ ບິນ ນໍດິນ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ມາ
ເລເຊຍ, ມີບັນດາຄະນະລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ທ່ານ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ ກອງປະຊຸມດັ່ງກ່າວ.
ກອງປະຊຸມ ໄດ້ສະຫຼຸບຕີລາຄາຫຍໍ້ ແລະ ສະແດງຄວາມຊົມເຊີຍມາຍັງ ບັນດາຜົນສຳເລັດ ໃນຊ່ວງການເປັນປະທານອາຊຽນຂອງ ມາ
ເລເຊຍ ໃນປີ 2025, ເຊິ່ງເຫັນໄດ້ເຖິງຜົນສໍາເລັດທີ່ເປັນຮູບປະທໍາຫຼາຍດ້ານ. ພິເສດແມ່ນ ການຮັບຮອງເອົາ ຕີມໍ-ແລັດສະເຕ ເປັນປະເທດ
ສະມາຊິກອາຊຽນ ທີ່ 11 ຢ່າງສົມບູນ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ໃນທ້າຍເດືອນ ຕຸລາ 2025 ຜ່ານມາ. ນອກຈາກນັ້ນ, ກອງ
ປະຊຸມຍັງໄດ້ຮັບຟັງການລາຍງານຜົນສຳເລັດຂອງ ກອງປະຊຸມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ (ADSOM), ເຊິ່ງຈັດຂຶ້ນ ໃນທ້າຍ
ເດືອນ ກັນຍາ 2025 ທີ່ຜ່ານມາ ທີ່ແມືອງ ໂຈຮໍ, ມາເລເຊຍ. ກອງປະຊຸມ ADMM ຄັ້ງທີ 19 ໃນຄັ້ງນີ້ ໄດ້ຮັບຮອງບັນດາເອກະສານຂໍ້ລິເລີ່ມ
ຈຳນວນ 10 ສະບັບ ວ່າດ້ວຍການສົ່ງເສີມການຮ່ວມມືໃນຂົງເຂດວຽກງານຕ່າງໆ ເຊັ່ນ ພື້ນຖານໂຄງລ່າງທາງພື້ນນໍ້າ (CUI), ວຽກງານຮັກສັນ
ຕິພາບ (PKO), ວຽກງານໄຊເບີ້ (Cyber), ການເຝິກຊ້ອມຮ່ວມທະຫານອາຊຽນ (Joint Exercise), ວຽກງານອຸດສາຫະກໍາປ້ອງກັນ
ຊາດ (Defence Industry) ເປັນຕົ້ນ. ນອກຈາກນີ້, ກອງປະຊຸມຍັງຮັບຮອງເອົາ ກິດຈະກໍາກັບປະເທດບວກ ຈຳນວນ 4 ກິດຈະກຳ ລວມ
ມີ ການເຝິກຊ້ອມທາງທະເລ 4 ກິດຈະກໍາ ແລະ ງານວາງສະແດງອຸດສາຫະກໍາປ້ອງກັນຊາດ 1 ກິດຈະກໍາ ແລະ ຖະແຫຼງການ ກົວລາລຳເປີ
ຂອງກອງປະຊຸມ ADMM ວ່າດ້ວຍຄວາມສາມັກຄີອາຊຽນ ເພື່ອຄວາມໝັ້ນຄົງ ແລະ ຄວາມສົມບູນພູນສຸກ, ແລະ ຖະແຫຼງການຮ່ວມຂອງ
ກອງປະຊຸມ ADMM ວ່າດ້ວຍການຈັດຕັ້ງປະຕິບັດແຜນຍຸດທະສາດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ (ASPC) ຂອງວິໄສທັດປະ
ຊາຄົມອາຊຽນ 2045. ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຮອງວາລະກອງປະຊຸມ ແລະ ແຜນການເຄື່ອນໄຫວ ສໍາລັບກອງປະຊຸມ ADMM
-ບວກ ທີ່ຈະມາເຖິງ.
ໃນໂອກາດການເຂົ້າຮ່ວມກອງປະຊຸມ ADMM ຄັ້ງທີ 19 ນີ້, ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ
ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າກອງປະຊຸມບໍ່ເປັນທາງການລັດຖະມົນຕີປ້ອງກັນປະເທດອາຊຽນ-ຈີນ ແລະ ກອງປະຊຸມຢ່າງບໍ່
ເປັນທາງການຂອງລັດຖະມົນຕີປ້ອງກັນປະເທດອາຊຽນ-ອິນເດຍ ລວມທັງ ໄດ້ພົບປະສອງຝ່າຍ ກັບບາງປະເທດສະມາຊິກອາຊຽນ. ທ່ານ ພົນ
ໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈະສື່ບຕໍ່ເຂົ້າຮ່ວມກອງປະຊຸມ ADMM
-ບວກ ຄັ້ງທີ 12 ແລະ ພິທີມອບໂອນປະທານກອງປະຊຸມ ADMM ຄັ້ງທີ 20 ໃຫ້ ຟິລິບິນ ໃນວັນທີ 1 ພະຈິກ 2025.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 04/11/2025