ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ພະນັກງານນໍາພາ-ຄຸ້ມຄອງ
ບໍາລຸງວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຊຸດທີ XXI


ສະຫາຍ ພົນຕີ ພັນແສງ ບຸນພັນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ,
ຫົວໜ້າການເມືອງ
ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ​ເປັນ​ປະທານ

    ໃນວັນທີ 1 ສິງຫາ 2025 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້ ໃຫ້ພະນັກ
ງານນໍາພາ-ຄຸ້ມຄອງ ບໍາລຸງວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຊຸດທີ XXI ໂດຍການເປັນປະທານ ຂອງສະຫາຍ ພົນຕີ ພັນແສງ
ບຸນພັນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ມີຄະນະພັກ-ຄະ
ນະອໍານວຍການ, ຄະນະກົມ, ຫ້ອງການ, ພະແນກການທີກ່ຽວຂ້ອງ ພ້ອມດ້ວຍນັກສຶກສາພະນັກງານນຳພາ-ຄຸ້ມຄອງ ບໍາລຸງວຽກງານ ປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບ ຊຸດທີ XXI ເຂົ້າຮ່ວມ.

     ໂດຍປະຕິບັດຕາມແຜນການເຝິກອົບຮົມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ພະນັກງານນຳພາ-ຄຸ້ມຄອງ ບໍາລຸງວຽກງານ
ຊຸດທີ XXI ພາຍຫຼັງສໍາເລັດການໄປທັດສະນະສຶກສາຢູ່ບັນດາກົມກອງ ຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ທັງນີ້, ເພື່ອເປັນການ
ຢັ່ງຄືນຄວາມຮູ້, ຄວາມສາມາດ ຂອງນັກສຶກສາທີ່ໄດ້ຮຽນພາກທິດສະດີ ກ່ຽວກັບສິລະປະຍຸດ-ຍຸດທະວິທີ ການນໍາໃຊ້ອາວຸດທະຫານຮາບ, ເພື່ອ
ເປັນການປະເມີນຜົນໃນພາກປະຕິບັດຕົວຈິງ ຕໍ່ການຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ຢູ່ພາກສະໜາມ ຂອງນັກສຶກສາພະນັກງານນໍາພາ-ຄຸ້ມ
ຄອງ, ໃນຄັ້ງນີ້ ມີປືນ AKM ແລະ ປືນ K59, ພະນັກງານນໍາພາ-ຄຸ້ມຄອງ ກໍາໄດ້ທາງດ້ານທິດສະດີ ແລະ ພາກປະຕິບັດຍິງເປົ້າໝາຍດ້ວຍລູກປືນ
ແທ້ ສາມາດບັນລຸໄດ້ຜົນສໍາເລັດສູງ ແລະ ຮັບປະກັນຄວາມປອດໄພໄດ້ 100%.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 04/08/2025