ກະກຽມຄວາມພ້ອມໃນການຄັດເລືອກ, ຮັບເອົາຄູອາສາເຂົ້າເປັນກຳລັງທະຫານໃໝ່
ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ
ກອງປະຊຸມກະກຽມຄວາມພ້ອມໃຫ້ແກ່ການຄັດເລືອກ, ຮັບເອົາຄູອາສາທີ່ສອນຢູ່ເຂດຫາງໄກສອກຫຼີກເຂົ້າເປັນກຳລັງທະຫານໃໝ່ ໄດ້ຈັດ
ຂຶ້ນໃນວັນທີ 3 ກໍລະກົດ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງ
ທັບ, ມີຄະນະພັກ-ຄະນະບັນຊາ ກົມ, ຄະນະຮັບຜິດຊອບຈາກກະຊວງປ້ອງກັນປະເທດ ແລະກະຊວງສຶກສາທິການ ແລະ ກິລາ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ເພັດສະຫວ່າງ ຫຼ້າວົງຄໍາ ຫົວໜ້າກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານບົດລາຍງານການກະກຽມ
ຄວາມພ້ອມ, ວິທີການ, ເງື່ອນໄຂ ແລະ ຂັ້ນຕອນຄັດເລືອກຄູອາສາເຂົ້າມາເປັນກຳລັງທະຫານໃໝ່ ໃນໂກຕາຈຳນວນ 2.000 ຄົນ, ສຳລັບເງື່ອນ
ໄຂຄູອາສາຜູ້ທີ່ຈະເຂົ້າເປັນກຳລັງປ້ອງກັນຊາດ ຕ້ອງເປັນຄົນລາວໂດຍກຳເນີດ, ມີປະກາສະນີຍະບັດຮຽນຈົບວິຊາຄູ, ເຄີຍເປັນຄູອາສາມາແລ້ວ
ແລະ ຜ່ານການສິດສອນຕົວຈິງມາກ່ອນ, ມີອາຍຸ18-40 ປີ (ຫຼື ອາດບໍ່ກຳນົດ), ມີສຸຂະພາບແຂງແຮງ, ລວງສູງ 148 ຊັງຕີແມັດ ຂຶ້ນໄປ (ຫຼື ອາດ
ບໍ່ມີກໍານົດ). ພາຍຫຼັງໄດ້ເຂົ້າສັງກັດຢູ່ໃນກຳລັງແລ້ວ ຈະໄດ້ຮັບນະໂຍບາຍຕ່າງໆ ຕາມລະບຽບການຂອງກອງທັບ. ຈາກນັ້ນ, ໃນກອງປະຊຸມ ໄດ້
ພ້ອມກັນປຶກສາຫາລື ແລະ ປະກອບຄໍາຄິດເຫັນ ເພື່ອປັບປຸງແກ້ໄຂຂອດທີ່ຍັງບໍ່ທັນສອດຄ່ອງໃຫ້ເໝາະສົມ ເພື່ອຮັບປະກັນເຮັດໃຫ້ການດໍາເນີນ
ງານໄດ້ຮັບໝາກຜົນອັນຈົບງາມ.
ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ມີຄໍາເຫັນຊີ້ນໍາຫຼາຍບັນຫາທີ່ສຳຄັນ ພ້ອມທັງ ເນັ້ນໃຫ້ແຕ່ລະພາກສ່ວນ ຍົກສູງຄວາມ
ຮັບຜິດຊອບ, ກະກຽມຄວາມພ້ອມໃນທຸກດ້ານເຄື່ອນໄຫວຕາມພາລະບົດບາດຂອງຕົນ ເພື່ອຮັບປະກັນໃຫ້ແກ່ການດໍາເນີນງານໃນຄັ້ງນີ້ ໄປຕາມ
ວາລະທີ່ໄດ້ກໍານົດໄວ້ ແລະ ມີຜົນສໍາເລັດຕາມຈຸດປະສົງ.
ແຫຼ່ງຂ່າວໂດຍ ນາງ ໜູແດງ
ວັນທີ 04/07/2025