
ການແລກປ່ຽນເອກະລັກອາຫານ ລະຫວ່າງ ກອງທັບ ລາວ-ຣັດເຊຍ

ໃນບັນຍາກາດຂອງການເຝິກອົບຮົມ-ຫັດແອບຊ້ອມຮົບຕີພິເສດ “ ໃຕ້ຝຸ່ນ ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂຣສ 2026 “ ທີ່
ເຕັມໄປດ້ວຍບັນຍາກາດທີ່ເຄັ່ງຕຶງ ຂອງການອົບຮົມ-ຫັດແອບ ນັ້ນ, ສອງກອງທັບ ລາວ-ຣັດເຊຍ ຍັງໄດ້ຈັດການແລກປ່ຽນເອກະລັກອາຫານ
ຂອງ ສອງຊາດ ລາວ ແລະ ຣັດເຊຍ ຂຶ້ນ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນ
ປະເທດ ແຫ່ງ ສປປລາວ ແລະ ສະຫາຍ ເຊຣເກ ຊົດສະເກີ ເອກອັກຄະລັດ ຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງສະຫະພັນຣັດເຊຍ ປະ
ຈຳ ສປປ ລາວ ພ້ອມຄະນະນໍາ, ຄະນະຊີ້ນໍາການຊ້ອມຮົບຮ່ວມ ລາວ-ຣັດເຊຍ.
ການແລກປ່ຽນເອກະລັກທາງດ້ານອາຫານ ຂອງສອງກອງທັບ ໃນຄັ້ງນີ້, ເປັນການສ້າງຂະບວນການເພື່ອຄວາມສາມັກຄີ, ມິດຕະພາບ
ແລະ ສ້າງຄວາມເບີກບານມ່ວນຊື່ນ ໃນການເຝິກອົບຮົມ-ຫັດແອບ. ຈາກນັ້ນ, ສະຫາຍ ເຊຣເກ ຊົດສະເກີ ໄດ້ກ່າວເປີດພິທີ ແລະ ເຊີນ ສະ
ຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ພ້ອມດ້ວຍຄະນະ ຮັບປະທານອາຫານໃນງານດັ່ງກ່າວອີກດ້ວຍ.
ແຫຼ່ງຂ່າວໂດຍ ພຸດທະພອນ ລັດດານາວ
ວັນທີ 04/06/2026