ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນ
ປະເທດ ສະໄໝທີ VI ຮອບທີ 1 ຢູ່ຄະນະພັກອົງການຫ້ອງວ່າການກະຊວງປ້ອງກັນປະເທດ
ວັນທີ 3 ມິຖຸນາ 2025 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮັບສະ
ໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 1 ໂດຍການເປັນປະທານ ຂອງສະຫາຍ ພົນໂທ
ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນໂທ ສຈ ປອ
ວົງຄໍາ ພົມມະກອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກຮາກຖານ, ໜ່ວຍພັກ ແລະ ສະມາຊິກ
ພັກ ທົ່ວຫ້ອງວ່າການ ກະຊວງປ້ອງກັນປະເທດ ເຂົ້າຮ່ວມ.
ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກຳມະການຄະນະປະຈຳພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມາດ
ຖານເງື່ອນໄຂຜູ້ທີ່ຈະຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ວ່າ: ຕ້ອງເປັນຜູ້ທີ່ມີມາດ
ຖານເງື່ອນໄຂຄົບຖ້ວນ, ຢຶດໝັ້ນອຸດົມການສັງຄົມນິຍົມ, ມີຄຸນສົມບັດສິນທຳປະຕິວັດ, ມີທັດສະນະການເມືອງໜັກແໜ້ນ, ມີຄວາມຈົງຮັກ
ພັກດີ ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ເປັນແບບຢ່າງໃນການປະຕິບັດກົດລະບຽບຂອງພັກ, ກົດໝາຍ ຂອງລັດຢ່າງເຂັ້ມງວດ, ມີຄວາມຮູ້ ຄວາມ
ສາມາດອັນແນ່ນອນ, ມີແບບແຜນວິທີເຮັດວຽກຖືກຕ້ອງ, ເຄົາລົບ, ປະຕິບັດຫຼັກການລວມສູນປະຊາທິປະໄຕ ແລະ ມີສຸຂະພາບສົມບູນແຂງ
ແຮງດີ.
ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ມີຄຳເຫັນຊີ້ນໍາ ກ່ອນທີ່ຈະທາບທາມເອົາບຸກຄະລາກອນຜູ້ຮັບສະໝັກເລືອກຕັ້ງເຂົ້າໃນຄະ
ນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 1 ວ່າ: ຜູ້ມາໃຊ້ສິດຕ້ອງມີການໄຈ້ແຍກ, ເບິ່ງກວ້າງມອງໄກ, ມີທັດສະ
ນະຄວາມຮູ້ ຄວາມສາມາດນໍາພາ-ຊີ້ນຳ, ມີຄວາມຮັບຜິດຊອບກົງໄປກົງມາ, ມີຄຸນສົມບັດສິນທຳປະຕິວັດ, ມີແບບແຜນວິທີເຮັດວຽກທີ່ດີ,
ເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດສຳເລັດໜ້າທີ່ການເມືອງຂອງ
ຕົນທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ແລະ ຖືກຕ້ອງຕາມກົດລະບຽບຂອງພັກວາງອອກ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນ
ໃຊ້ສິດຂອງຕົນປ່ອນບັດທາບທາມເອົາບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝ
ທີ VI ຮອບທີ 1 ສໍາເລັດຕາມຄາດໝາຍ.
ແຫຼ່ງຂ່າວໂດຍ ຈອນນີ້ ອິນທະວົງ
ວັນທີ 04/06/2025