
ກອງປະຊຸມສະຫຼຸບວຽກງານນຳພາຮອບດ້ານ
ປະຈຳປີ 2025 ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ,
ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານກອງປະຊຸມ ຄັ້ງວັນທີ 03/02/2026
ກອງປະຊຸມສະຫຼຸບວຽກງານນຳພາຮອບດ້ານ ປະຈຳປີ 2025 ແລະ ທິດທາງແຜນການນໍາພາ ປະຈຳປີ 2026 ຂອງຄະນະບໍລິຫານ
ງານພັກ ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນວັນທີ 3 ກຸມພາ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຄຳລຽງ ອຸທະ
ໄກສອນ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍຮອງ
ເລຂາຄະນະພັກ, ກຳມະການຄະນະປະຈຳພັກ, ກຳມະການຄະນະພັກ ກະຊວງປ້ອງກັນປະເທດ ແລະ ຄະນະພັກ-ຄະນະບັນຊາ ບັນດາ
ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດ ເຂົ້າຮ່ວມ.
ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ກ່າວເປີດກອງປະຊຸມວ່າ: ການດໍາເນີນກອງປະຊຸມຄັ້ງນີ້ ແມ່ນນອນໃນໄລຍະທີ່ທົ່ວພັກ
-ລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າ ພວມເອກອ້າງທະນົງໃຈຕໍ່ຜົນງານອັນໃຫຍ່ຫຼວງຕະຫຼອດ 50 ປີ ແຫ່ງການສະຖາປະ
ນາ ສປປ ລາວ ແລະ ຊົມເຊີຍຜົນສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ທີ່ຫາກໍສໍາເລັດລົງດ້ວຍຜົນ
ສໍາເລັດອັນສະຫງ່າງາມ, ສະເພາະກອງທັບເຮົາກໍສຸມໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນ
ປະເທດ, ໃນທົ່ວກອງທັບ, ຕິດພັນກັບຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການກໍ່ສ້າງກອງ 3 ປອດ, ສ້າງກົມ
ກອງວັດທະນະທຳ ແລະ ນັກຮົບວັດທະນະທຳ, ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ທີ່ເຕັມໄປດ້ວຍເນື້ອໃນຄວາມໝາຍເລິກ
ເຊິ່ງ ແລະ ມີບັນຍາກາດຟົດຟື້ນ, ກວ້າງຂວາງ. ເຊິ່ງກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນສັງເກດ-ຕີລາຄາການຈັດຕັ້ງປະຕິບັດວຽກງານໃນປີຜ່ານ
ມາ ໂດຍສະເພາະແມ່ນ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງວາງອອກ, ຕິດພັນກັບແຜນການນໍາພາຂອງບັນດາຄະນະພັກແຕ່
ລະຂັ້ນໃນປີຜ່ານມາ ເພື່ອຄວາມເປັນເອກະພາບໃນການປັບປຸງກໍ່ສ້າງພັກ, ກໍ່ສ້າງກອງທັບ ໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ແລະ ພ້ອມ
ກັນຄົ້ນຄວ້າເປັນເອກະພາບທິດທາງແຜນການນໍາພາ ທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2026. ໃນການຄົ້ນຄວ້າຕ້ອງຍົກສູງຈິດໃຈຄວາມເປັນ
ເຈົ້າການ, ເສີມຂະຫຍາຍປະຊາທິປະໄຕ ແລະ ມີຄວາມຮັບຜິດຊອບໃນການເບິ່ງບັນຫາ, ຕີລາຄາສະພາບການຢ່າງພາວະວິໄສ, ຕ້ອງເບິ່ງຄືນ
ບັນດາໜ້າວຽກທີ່ເຮັດໄດ້ ແລະ ບັນຫາທີ່ຫຍໍ້ທໍ້-ຄົງຄ້າງ ເພື່ອກຳນົດທິດທາງນໍາພາໃນຕໍ່ໜ້າໃຫ້ແທດເໝາະກັບສະພາບຕົວຈິງຂອງພັກ, ຂອງ
ກອງທັບເຮົາໃຫ້ມີການຫັນປ່ຽນທີ່ຕັ້ງໜ້າຫຼາຍຂຶ້ນ ແລະ ເກີດໝາກຜົນຕົວຈິງ. ສະນັ້ນ, ມັນຈຶ່ງຮຽກຮ້ອງໃຫ້ບັນດາສະຫາຍຕ້ອງຍົກສູງຄວາມ
ຮັບຜິດຊອບ, ເປັນເຈົ້າການສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ຍົກໃຫ້ເຫັນບັນຫາເພື່ອປັບປຸງແກ້ໄຂ ແລະ ປະກອບຄຳເຫັນໃສ່ເນື້ອໃນຕ່າງໆ
ຂອງກອງປະຊຸມໃນຄັ້ງນີ້ ໃຫ້ມີຜົນສຳເລັດເປັນຢ່າງດີ.
ຈາກນັ້ນ, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ, ຮອງເລຂາຄະນະພັກ ກະຊວງປ້ອງກັນປະເທດ, ຮອງລັດຖະມົນ
ຕີ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ສະຫຼຸບຕີລາຄາຄືນການນຳພາຮອບດ້ານ ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ປະ
ຈຳປີ 2025 ແລະ ທິດທາງແຜນການນຳພາ ປະຈຳປີ 2026, ໂດຍໄດ້ຍົກໃຫ້ເຫັນບັນດາຜົນງານ, ຜົນສຳເລັດ ແລະ ບັນດາຂໍ້ຄົງຄ້າງຕ່າງໆ ໃນ
ການຈັດຕັ້ງປະຕິບັດວຽກງານນຳພາຮອບດ້ານ ໃນປີ 2025 ຜ່ານມາ ພາຍໃຕ້ການຊີ້ນໍາຢ່າງໄກ້ສິດຕິດແທດ ຂອງກົມການເມືອງສູນກາງພັກ, ຄະ
ນະພັກກະຊວງປ້ອງກັນປະເທດ ໄດ້ພ້ອມກັບບັນດາສະຫາຍຄະນະພັກແຕ່ລະຂັ້ນ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ,
ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງ ເປັນແນວທາງອັນລະອຽດສູ່ກົມກອງໃນທົ່ວກອງທັບ, ເຮັດໃຫ້ບັນດາວຽກງານຈຸດ
ສຸມ ຂອງກະຊວງປ້ອງກັນປະເທດ ມີຜົນສໍາເລັດຫຼາຍດ້ານ, ສາມາດແກ້ໄຂໜໍ່ແໜງທີ່ກໍ່ໃຫ້ບໍ່ມີຄວາມຫງົບໄດ້ຢ່າງທັນເວລາ, ຮັບປະກັນໃຫ້ປະ
ເທດຊາດມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເຮັດໃຫ້ບົດບາດຂອງກອງທັບ ພົ້ນເດັ່ນຂຶ້ນໃນເວທີສາກົນ, ເປັນກຳລັງຫຼັກ
ແຫຼ່ງ ໃຫ້ພັກ-ລັດ ໃນການສ້າງສາພັດທະນາປະເທດຊາດ, ຮັບປະກັນໃຫ້ປະເທດຊາດ ມີຄວາມສະຫງົບປອດໄພ, ຈັດຕັ້ງກໍາລັງກ້ອນສວນສະ
ໜາມສະເຫຼີມສະຫຼອງວັນສໍາຄັນຂອງພັກ, ຂອງຊາດ ຢູ່ທັງພາຍໃນ ແລະ ຕ່າງປະເທດ ເຊິ່ງສ້າງໄດ້ຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈຈາກການນໍາ
ພັກ-ລັດ ກໍຄືປະຊາຊົນບັນດາເຜົ່າ. ໃນກອງປະຊຸມຍັງໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ຢ່າງກົງໄປ
ກົງມາ. ເຊິ່ງກອງປະຊຸມຈະດຳເນີນເປັນເວລາ 1 ວັນເຄິ່ງ ຈຶ່ງຈະສຳເລັດ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 04/02/2026