ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເຕັກນິກກອງທັບ ອົບຮົມ-ຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້
ປະຈຳປີ 2026


ສະຫາຍ ພົນຈັດຕະວາ ຄໍາສິງ ລືເດດສົມບັດ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມ
ໃຫຍ່ເຕັກນິກກອງທັບ ​ເປັນ​ປະທານ

     ທ້າຍເດືອນຕຸລາຜ່ານມານີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ອົບຮົມ-ຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້ ປະຈຳປີ 2026 ຢູ່ທີ່ສະໜາມຍິງປືນອາຊຽນ
ໂດຍມີ ສະຫາຍ ພົນຈັດຕະວາ ຄໍາສິງ ລືເດດສົມບັດ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະກົມ,
ຄະນະຫ້ອງ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

     ສະຫາຍ ພັນໂທ ໄພວັນ ພົມມາ ຫົວໜ້າພະແນກອົບຮົມ ກົມເສນາເຕັກນິກ ກົມໃຫຍ່ເຕັກນິກກອງທັບ ໄດ້ລາຍງານແຜນການ ແລະ ຂໍ້ກໍານົດ, ລະບຽບ
ການຕ່າງໆ ຢູ່ພາກສະໜາມ ເພື່ອຮັບປະກັນຄວາມປອດໄພ ໂດຍປະຕິບັດຕາມແຜນການອົບຮົມ ປະຈໍາປີ 2026 ຂອງກົມໃຫຍ່ເຕັກນິກກອງທັບ ພາຍຫຼັງທີ່
ໄດ້ຈັດຕັ້ງກະກຽມ ແລະ ມອບໝາຍໃຫ້ບັນດາກົມ, ຫ້ອງການ ອົບຮົມພາກທິດສະດີ, ຫຼັກການ, ບັນດາທ່າ ແລະ ຈັງຫວະການຍິງ ເປັນເວລາ 30 ວັນ ຈຶ່ງ
ໄດ້ປະຕິບັດການຍິງເປົ້າໝາຍດ້ວຍລູກປືນແທ້ ຢູ່ພາກສະໜາມ. ຜົນການປະຕິບັດຕົວຈິງ ມີນັກຍິງເກັ່ງ 31 ສະຫາຍ, ກາງ 38 ສະຫາຍ, ຄາດໝາຍ 40 ສະ
ຫາຍ ເຊິ່ງຮັບປະກັນຄວາມປອດໄພ 100%.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ຄຳສິງ ລືເດດສົມບັດ ໄດ້ຮຽກຮ້ອງໃຫ້ພະນັກງານ-ນັກຮົບ ຈົ່ງເຊີດຊູມູນເຊື້ອອັນດີງາມດັ່ງກ່າວ ເພື່ອໄປຈັດຕັ້ງປະຕິ
ບັດເຂົ້າໃນໜ້າທີ່ວຽກງານໃຫ້ເກີດດອກອອກຜົນ, ແລະ ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ກາຍເປັນພະນັກ
ງານສືບທອດທີ່ດີ ຂອງກອງທັບ.

ແຫຼ່ງຂ່າວໂດຍ ອານຸສອນ ວິລະວົງສາ
ວັນທີ 03/11/2026