
ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ເປີດສົກຮຽນໃໝ່
ປະຈຳສົກຮຽນ 2026-2027

ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນປະທານ ໃນວັນທີ 1 ກັນຍາ 2026
ວັນທີ 1 ກັນຍາ 2026 ນີ້, ຢູ່ທີ່ສະໂມສອນ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ຈັດຕັ້ງພິທີ ເປີດສົກຮຽນໃໝ່ ປະຈໍາສົກຮຽນ 2026-2027,
ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ
ຫົວໜ້າການທະຫານ ກໍ່ສ້າງນາຍສິບ ເລກ 2 ວຽງໄຊ ພ້ອມດ້ວຍຄະນະ, ມີຕາງໜ້າກົມໂຮງຮຽນ, ກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ກົມພະນັກງານ
ກົມໃຫຍ່ການເມືອງກອງທັບ, ບັນດາແຂກຖືກເຊີນຈາກກົມກອງອ້ອມຂ້າງ ຕະຫຼອດຮອດ ພະນັກງານ ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ສະຫາຍ ພັນເອກ ຄໍາຫຼ້າ ວົງສົມພູ ຮອງຫົວໜ້າການທະຫານ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ຜ່ານແຜນການວຽກງານ ການຮຽນ-ການສອນ,
ອົບຮົມ-ຫັດແອບ ປະຈຳສົກຮຽນ 2026-2027, ອີງຕາມແຜນຍຸດທະສາດການກໍ່ສ້າງ ແລະ ປັບປຸງກຳລັງ ຂອງກອງທັບປະຊາຊົນລາວ ໂດຍສະເພາະປະຕິ
ບັດຕາມເນື້ອໃນ ກອງປະຊຸມວຽກງານໂຮງຮຽນທົ່ວກອງທັບ ແລະ ການເຄື່ອນໄຫວຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງ
ກັນປະເທດວາງອອກ, ອີງຕາມໂຄງການຫຼັກສູດ ຂອງກົມໃຫຍ່ເສນາທິການກອງທັບ ແລະ ດຳລັດ ຂອງນາຍົກລັດຖະມົນຕີ ວ່າດວ້ຍການຈັດຕັ້ງ ແລະ ການ
ເຄື່ອນໄຫວ ຂອງກະຊວງສຶກສາທິການ ແລະ ກິລາວາງອອກ ໃນນີ້, ມີນັກຮຽນທັງໝົດ 991 ສະຫາຍ ຄື: ນັກຮຽນສາມັນ ຊັ້ນ ມ.6 ຈຳນວນ 273 ສະຫາຍ,
ຊັ້ນ ມ.7 ຈຳນວນ 323 ສະຫາຍ, ນັກຮຽນກໍ່ສ້າງນາຍສິບທະຫານຮາບ 295 ສະຫາຍ ແລະ ນັກສຶກສາກໍ່ສ້າງເລັ່ງລັດ ການເມືອງ-ການທະຫານ, ຂັ້ນໝວດ,
ກອງຮ້ອຍ ຈຳນວນ 100 ສະຫາຍ ໃນນີ້, ລະບົບກໍ່ສ້າງນາຍສິບທະຫານຮາບ ໃຊ້ເວລາອົບຮົມ-ຫັດແອບທັງໝົດ 171 ວັນ ເທົ່າກັບ 1.197 ຊົ່ວໂມງ ລວມທັງ
ພາກທິດສະດີ ແລະ ພາກປະຕິບັດຕົວຈິງ ແລະ ລະບົບກໍ່ສ້າງເລັ່ງລັດ ໃຊ້ເວລາອົບຮົມ-ຫັດແອບ 173 ວັນ ເທົ່າກັບ 1.211 ຊົ່ວໂມງ. ພ້ອມນີ້, ສະຫາຍ ພັນເອກ
ບຸນມີ ໄຕໄຊຍະວົງ ຮອງຫົວໜ້າການເມືອງ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ໄດ້ຜ່ານແຜນການແຂ່ງຂັນ ສອນດີ-ສອນເກັ່ງ, ຮຽນດີ-ຮຽນເກັ່ງ ປະຈຳ
ສົກຮຽນ 2026-2027 ແລະ ພ້ອມກັນ ຮັບຮອງເອົາໄປຈັັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບປະສິດທິຜົນສູງ.
ໂອກາດນີ້, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕະຫຼອດຮອດພະນັກງານ, ຄູ-ອາຈານ ເອົາໃຈໃສ່ໃນການ
ຄຸ້ມຄອງນຳພາ-ບັນຊາ ແລະ ສົ່ງຄວາມຮູ້ໃຫ້ນັກຮຽນຢ່າງຕັ້ງໜ້າ ແລະ ຖືເອົາຄຸນນະພາບເປັນກົກ, ນັກຮຽນແຕ່ລະສະຫາຍ ຕ້ອງຮຽນດີ, ຮຽນເກັ່ງ ປະຕິບັດຂໍ້
ກຳນົດ, ກົດລະບຽບຕ່າງໆ ຂອງກອງທັບ ກໍຄືຂອງໂຮງຮຽນວາງອອກຢ່າງເຂັ້ມງວດ ແລະ ອອກແຮງຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ ສ້າງຕົນເອງ
ໃຫ້ກາຍເປັນພະນັກງານ ຮຸ່ນສືບທອດປ່ຽນແທນ ທີ່ມີຄຸນນະພາບໃຫ້ກອງທັບປະຊາຊົນລາວ. ພ້ອມທັງ ກ່າວເປີດສົກຮຽນ 2026-2027 ຢ່າງເປັນທາງການ.
ແຫຼ່ງຂ່າວໂດຍ ຄຳແປງ ຟອງສາຍໄໝ
ວັນທີ 03/09/2026