ປະກາດການເລື່ອນຊັ້ນນາຍທະຫານ ຊັ້ນພັນໂທ ຂຶ້ນ ພັນເອກ
ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານ
ໃນວັນທີ 2 ກໍລະກົດ 2025 ນີ້, ຢູ່ທີ່ສະໂມສອນ ຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຈັດພິທີ ປະກາດການເລື່ອນຊັ້ນນາຍທະຫານ
ຊັ້ນພັນໂທ ຂຶ້ນ ຊັ້ນພັນເອກ ຢູ່ບັນດາກົມກອງກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນ ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກ
ສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະນໍາກະຊວງປ້ອງກັນປະເທດ, 4 ກົມໃຫຍ່, ຫ້ອງວ່າ
ການ ກະຊວງປ້ອງກັນປະເທດ, ບັນດາອົງການ, ກົມ-ກອງ ແລະ ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ
ໄດ້ຜ່ານດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການເລື່ອນ ຊັ້ນນາຍທະຫານ ຊັ້ນພັນໂທ ຂຶ້ນ ພັນເອກ, ອີງຕາມ ກົດໝາຍ ວ່າດ້ວຍນາຍທະຫານ
ກອງທັບປະຊາຊົນລາວ ໃນພາກທີ II ໝວດທີ 2 ມາດຕາ 15 ແລະ ໝວດທີ 3 ມາດຕາ 19, 21, 22, 23, 25 ວ່າດ້ວຍຊັ້ນນາຍທະຫານ, ອີງ
ຕາມ ສິດຕົກລົງກ່ຽວກັບ ຊັ້ນນາຍທະຫານ ແລະ ການກຳນົດຊັ້ນໃສ່ຕຳແໜ່ງບັນຊາ ຂອງນາຍທະຫານ, ອີງຕາມ ການຕົກລົງໃນກອງປະຊຸມຄະນະ
ເລຂາທິການສູນກາງພັກ ຄັ້ງວັນທີ 11 ມິຖຸນາ 2025. ນາຍົກລັດຖະມົນຕີ ອອກດຳລັດຕົກລົງເລື່ອນຊັ້ນນາຍທະຫານ ຊັ້ນພັນໂທ ຂຶ້ນ ຊັ້ນພັນເອກ
ຈໍານວນ 50 ສະຫາຍ.
ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ເນັ້ນໜັກໃຫ້ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ວ່າ: ພວກເຮົາຕ້ອງຮັບຮູ້ ແລະ ເຂົ້າ
ໃຈແຈ້ງ ກ່ຽວກັບການເລື່ອນຊັ້ນນາຍທະຫານໃນກອງທັບປະຊາຊົນລາວ ໃນເງື່ອນໄຂປັດຈຸບັນໃຫ້ຖືກຕ້ອງ, ເຫັນໄດ້ຄວາມສໍາຄັນ ແລະ ຄວາມຈໍາເປັນ
ພາວະວິໄສ, ທັງເປັນບັນຫາຍຸດທະສາດທີ່ພົວພັນເຖິງການຂະຫຍາຍຕົວຂອງກອງທັບປະຊາຊົນລາວ ເພາະວ່າແຕ່ລະວຽກທີ່ໄດ້ຮັບຜົນສໍາເລັດ ແມ່ນ
ບັນດາສະຫາຍ ເປັນຜູ້ຈັດຕັ້ງປະຕິບັດຕົວຈິງ, ຖ້າບັນດາສະຫາຍ ບໍ່ເຂັ້ມແຂງ ກໍບໍ່ສາມາດເຮັດໃຫ້ວຽກງານໄດ້ຮັບການປະຕິບັດຢ່າງທົ່ວເຖິງ, ສືບຕໍ່ຄົ້ນ
ຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ-ລັດ ແລະ ຂອງກອງທັບ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ການດໍາລົງຊີວິດຕ້ອງໂປ່ງໃສ,
ບໍ່ສວຍໂອກາດ ໃຊ້ຖານະໜ້າທີ່ ຂອງຕົນໄປໃນທາງທີ່ຜິດ ເພື່ອຜົນປະໂຫຍດສ່ວນຕົວ, ສືບຕໍ່ຍົກສຸງຄວາມຮັບຜິດຊອບທີ່ໄດ້ຮັບມອບໝາຍ, ພະຍາ
ຍາມຄົ້ນຄວ້າທຸກວິທີທາງເພື່ອປັບປຸງແບບແຜນວິທີເຮັດວຽກ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ
ຢ່າງແທ້ຈິງ ພ້ອມທັງມີການສະຫຼຸບຖອດຖອນບົດຮຽນເປັນປົກກະຕິ, ຕ້ອງເປັນເຈົ້າການເສີມຂະຫຍາຍມູນເຊື້ອການນໍາພາຂອງພັກ ຕໍ່ກໍາລັງປະກອບ
ອາວຸດໃຫ້ເລິກເຊິ່ງເຖິງຖອງ, ສ້າງໃຫ້ໄດ້ຄວາມສາມັກຄີພາຍໃນ ເປັນປຶກແຜ່ນແໜ້ນໜາ ບົນພື້ນຖານຮ່ວມແຮງຮ່ວມໃຈ ຈັດຕັ້ງປະຕິບັດຕາມແນວ
ທາງນະໂຍບາຍຂອງພັກ-ລັດ, ມີແບບແຜນວິທີເຮັດວຽກ, ວິທີນໍາພາແບບວິທະຍາສາດ-ປະດິດສ້າງ, ຕັ້ງໜ້າປະກອບສ່ວນປັບປຸງກຳລັງ, ກົມກອງໃຫ້
ກາຍເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກົມກອງ 3 ປອດ, ກົມກອງວັດທະນະທໍາ-ນັກຮົບວັດທະນະທຳ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ
ໃຫ້ມີຄວາມຮູ້ ຄວາມສາມາດ, ມີຄວາມສະດຸ້ງໄວຕໍ່ສະພາບການ ເພື່ອສ້າງກອງທັບໃຫ້ເຂັ້ມແຂງ, ມີແບບແຜນ ແລະ ທັນສະໄໝ.
ແຫຼ່ງຂ່າວໂດຍ ອາຫວຸ້ນ ອິນຫຼວງເຮືອງ
ວັນທີ 03/07/2025