ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ໂອ້ລົມພະນັກງານ-ນັກຮົບ ກົມພົວພັນຕ່າງປະເທດ


ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

    ວັນທີ 2 ມີນາ 2026 ນີ້, ທີ່ສະໂມສອນ ຫ້ອງວ່າການກະຊວງປ້ອງກັນປະເທດ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີ
ກະຊວງປ້ອງກັນປະເທດ ໄດ້ພົບປະໂອ້ລົມ ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ກົມພົວພັນຕ່າງປະເທດ.

     ໃນພິທີ ສະຫາຍ ພົນຈັດຕະວາ ວົງໄຊ ອິນທະຄໍາ ຫົວໜ້າກົມພົວພັນຕ່າງປະເທດ ໄດ້ຜ່ານການຈັດຕັ້ງປະຕິບັດວຽກງານຂອງກົມພົວພັນ
ຕ່າງປະເທດໃນໄລຍະຜ່ານມາ ໂດຍໄດ້ຮັບການຊີ້ນຳໂດຍກົງຈາກ ກະຊວງປ້ອງກັນປະເທດ ກົມພົວພັນຕ່າງປະເທດ ໄດ້ເອົາໃຈໃສ່ສືກສາອົບ
ຮົມການເມືອງເເນວຄິດໃຫ້ພະນັກງານ-ນັກຮົບເປັນປົກກະຕິ, ຕິດຕາມເກັບກຳສະພາບການຂອງໂລກ, ປະເທດເພື່ອນມິດຄູ່ຮ່ວມຍຸດທະສາດ
ໂດຍສະເພາະຕ້ອນຮັບການເຂົ້າພົບປະໂອ້ລົມຈາກບັນດາປະເທດທີ່ມາຢ້ຽມຢາມລັດຖະມົນຕີ, ຄະນະພັກ-ຄະນະບັນຊາກະຊວງ, ກົມ, ພະ
ແນກການທີ່ກ່ຽວຂ້ອງ ແລະ ອື່ນໆ. ນອກນັ້ນ, ຍັງໄດ້ເກັບກໍາການນໍາສົ່ງນັກຮຽນໄປຮຽນຕ່າງປະເທດເປັນຕົ້ນ ສ ຣັດເຊຍ, ຈີນ, ຫວຽດນາມ
ແລະ ປະເທດເພື່ອນມິດ ນອກນັ້ນ, ຍັງໄດ້ປະສານສົມທົບວຽກງານລະຫວ່າງກະຊວງປ້ອງກັນປະເທດກັບປະເທດ, ອົງການ, ກະຊວງຕ່າງໆ
ທັງພາຍໃນ ແລະ ພາຍນອກດ້ວຍຄວາມເອົາໃຈໃສ່ ເຮັດໃຫ້ມີຜົນສຳເລັດໃນໄລຍະຜ່ານມາ. ຄຽງຄູ່ກັບດ້ານດີ ຍັງມີບາງດ້ານທີ່ຈະໄດ້ປັບປຸງໃນ
ຕໍ່ໜ້າ ເປັນຕົ້ນແມ່ນຕ້ອງເອົາໃຈໃສ່ສືກສາອົບຮົມການເມືອງແນວຄິດໃຫ້ແທດເຖິງເລິກເຊິ່ງຂຶ້ນ, ສົ່ງພະນັກງານ-ນັກຮົບ ໄປຍົກລະດັບ ເພື່ອ
ເຮັດໃຫ້ການພົວພັນວຽກງານມີຄວາມຖືກຕ້ອງສອດຄ່ອງ, ສືບຕໍ່ສ້າງແຜນການປະສານສົມທົບວຽກງານກັບທຸກພາກສ່ວນ, ເປັນຕົ້ນແມ່ນກັບ
ຕ່າງປະເທດ ໃຫ້ຖືກຕ້ອງຕາມຫຼັກການ ສົ່ງພະນັກງານ-ນັກຮົບ ໄປຮຽນດ້ານພາສາຕ່າງປະເທດ ເພື່ອຍົກສູງຄວາມຮູ້ຄວາມສາມາດໃນການພົວ
ພັນວຽກງານສະດວກໃນຕໍ່ໜ້າ ແລະ ອື່ນໆ ທີ່ຈະໄດ້ເອົາໃຈໃສ່ປັບປຸງໃນຕໍ່ໜ້າ. ນອກນັ້ນ, ສະຫາຍ ຍັງໄດ້ມີຄໍາສະເໜີບາງບັນຫາເພື່ອໃຫ້ຂັ້ນ
ເທິງນໍາໄປພິຈາລະນາຄົ້ນຄວ້າຕື່ມອີກ.

     ໂອກາດນີ້, ສະຫາຍ ສາຍໃຈ ກົມມະສິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ, ຜົນສໍາເລັດທີ່ພະນັກງານ-ນັກຮົບ ກໍຄືຄະນະພັກ-ຄະ
ນະບັນຊາ ກົມພົວພັນຕ່າງປະເທດ ເຮັດສຳເລັດໃນໄລຍະຜ່ານມາ ພ້ອມເນັ້ນໜັກບາງບັນຫາເປັນຕົ້ນພະນັກງານ-ນັກຮົບ ກົມພົວພັນຕ່າງປະເທດ
ເອົາໃຈໃສ່ຖືເອົາວຽກງານການເມືອງແນວຄິດເປັນກົກ, ກໍ່ສ້າງສະມາຊິກພັກ, ພະນັກງານ ທີ່ມີຄຸນນະພາບ, ສ້າງຄວາມສາມັກຄີພາຍໃນ, ຍົກສູງ
ສະຕິຕໍ່ກົນອຸບາຍຫັນປ່ຽນຢ່າງສັນຕິຂອງກຸ່ມອິດທິກໍາລັງປໍລະປັກ ຕັ້ງໜ້າປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນຕາມແນວທາງນະໂຍບາຍ
ຂອງພັກ-ລັດ ຕິດພັນກັບກົດໝາຍທີ່ພົວພັນກັບວຽກພົວພັນຕ່າງປະເທດ ວຽກງານພິທີການ ຄຽງຄູ່ກັບການຈັດຕັ້ງປະຕິບັດຂໍ້ກົດນົດກົດລະບຽບ
ຂອງກອງທັບ, ເອົາໃຈໃສ່ສືກສາຄົ້ນຄວ້າຮໍ່າຮຽນວິຊາສະເພາະພາສາຕ່າງປະເທດ ເພື່ອສ້າງຄວາມສະດວກໃນການພົວພັນປະສານສົມທົບວຽກ
ງານກັບປະເທດເພື່ອນມິດ, ໂດຍສະເພາະວຽກງານນະໂຍບາຍຂອງພັກ-ລັດ ຕໍ່ການພົວພັນກັບຕ່າງປະເທດ, ໂດຍສະເພາະສ້າງຫ້ອງການທິປຶກ
ສາໃນບັນດາປະເທດ, ແກ້ໄຂບັນຫາລະເບີດບໍ່ທັນແຕກໃນລາວ, ການປະຕິບັດວຽກງານມະນຸດສະທຳ ແລະ ອື່ນໆ ທີ່ກ່ຽວຂ້ອງກ່ຽວກັບການພົວ
ພັນຕ່າງປະເທດ ຕາມພາລະບົດບາດສິດໜ້າທີ່ ຕັ້ງໜ້າເຮັດສໍາເລັດວຽກງານທີ່ຂັ້ນເທິງມອບໝາຍໃຫ້.

ແຫຼ່ງຂ່າວໂດຍ ພຸດທະພອນ
ວັນທີ 03/03/2026