ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມກົດໝາຍ ກະຊວງປ້ອງກັນປະເທດ ທາບທາມຮ່າງກົດໝາຍ
ວ່າດ້ວຍນາຍທະຫານ ກອງທັບປະຊາຊົນລາວ


ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນປະທານກອງປະຊຸມ ຄັ້ງວັນທີ 02/02/2026

    ວັນທີ 2 ກຸມພາ 2026 ນີ້, ກົມກົດໝາຍ ກະຊວງປ້ອງກັນປະເທດ ໄດ້ເປີດກອງປະຊຸມ ທາບທາມ ຮ່າງກົດໝາຍ ວ່າດ້ວຍນາຍທະ
ຫານກອງທັບປະຊາຊົນລາວ (ສະບັບປັບປຸງ), ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາ
ທິການກອງທັບ, ມີຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງ, ຫົວໜ້າ-ຮອງຫົວໜ້າກົມຈາກສຳນັກງານນາຍົກ, ຜູ້ຕາງໜ້າສະພາແຫ່ງ
ຊາດ, ກະຊວງຍຸຕິທຳ ແລະ ພະແນກທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ໃນກອງປະຊຸມ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ຜ່ານຮ່າງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ)
ເຊິ່ງມີທັງໝົດ 23 ມາດຕາ ເພື່ອເປັນບ່ອນອີງໃຫ້ແກ່ບັນດາໜ້າທີ່ວຽກງານ ໃຫ້ຜູ້ທີ່ເຂົ້າຮ່ວມເຂົ້າໃຈ ນໍາໄປຄົ້ວຄວ້າ ແລະ ມີຄຳຄິດຄໍາເຫັນ
ປະກອບເຂົ້າໃນຮ່າງກົດໝາຍຢ່າງມີຈຸດສຸມ. ຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນໃສ່ຮ່າງກົດໝາຍສະບັບ
ດັ່ງກ່າວ ຢ່າງກົງໄປກົງມາ ທັງນີ້, ກໍເພື່ອເຮັດໃຫ້ນາຍທະຫານມີຄວາມເຂົ້າໃຈຕໍ່ຂໍ້ກຳນົດ, ຫຼັກການ, ລະບຽບການ ແລະ ມາດຕະການກ່ຽວ
ກັບການຄຸ້ມຄອງ, ຕິດຕາມ, ກວດກາກ່ຽວກັບວຽກງານນາຍທະຫານ ເພື່ອເຮັດໃຫ້ນາຍທະຫານມີຄວາມໜັກແໜ້ນທາງດ້ານການເມືອງແນວ
ຄິດ, ມີຄວາມເຕີບໃຫຍ່ ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ເປັນກຳລັງຫຼັກແຫຼ່ງໃນການກຽມພ້ອມສູ້ຮົບແນໃສ່ເຮັດໃຫ້
ປະເທດຊາດມີສະຖຽນລະພາບ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ຮັບປະກັນໃນການປົກປັກຮັກສາເອກະລາດ, ອຳນາດອະທິ
ປະໄຕ, ຄວາມໝັ້ນຄົງຂອງຊາດ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ການປະກອບຄໍາເຫັນຕໍ່ກອງ
ປະຊຸມ ໃນຄັ້ງນີ້, ຄະນະຮັບຜິດຊອບຈະໄດ້ນໍາເອົາທຸກຄໍາເຫັນໄປຄົ້ນຄວ້າເຂົ້າໃນກົດໝາຍສະບັບັບປຸງ ແລະ ຄັດຈ້ອນເອົາບັນດາຂໍ້ມູນ, ຄຳເຫັນ
ຂອງກອງປະຊຸມປະກອບໃສ່ຮ່າງກົດໝາຍ ໃຫ້ມີເນື້ອໃນຖືກຕ້ອງ, ຄົບຖ້ວນ ແລະ ສອດຄ່ອງກັບນິຕິກຳ.

ແຫຼ່ງຂ່າວໂດຍ ສຸກສົງການ
ວັນທີ 03/02/2026