ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ຕ້ອນຮັບການ​ເຂົ້າ​​ຢ້ຽມ​ຂ່ຳນັບ

ຂອງລັດຖະມົນຕິກະຊວງປ້ອງກັນປະເທດ ຫວຽດນາມ


    ໃນ​ວັນ​ທີ 1 ພະຈິກ 2022 ນີ້, ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ລັດຖະ ມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ ​ສປປ ລາວ ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່ານັບ​ຂອງ ສະຫາຍ ພົນ​ໂທ ຫວູ້ຫາຍ​ສານ ຄະນະເລຂາທິການ​ສູນກາງ ​ພັກ​ກອມ​ມູນິດ​ຫວຽດນາມ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະເທດ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ ໃນ​ໂອກາດ​ທີ່​ເດີນທາງ​ມາເຄື່ອນ​ໄຫວ​ຢ້ຽມຢາມ ແລະ ເຮັດ​ວຽກ ​ຢູ່ ​ສປປ ລາວ ໃນ​ລະຫວ່າງ​ວັນ​ທີ 1-5 ພະຈິກ 2022 ນີ້.

     ໂອກາດ​ນີ້, ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ໄດ້​ສະແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ແລະ ຕີ​ລາຄາ​ສູງ​ຕໍ່​ຄະນະ​ຜູ້​ແທນ​ດັ່ງກ່າວ​ທີ່​ໄດ້​ເດີນ​ທາງ​ມາ​ ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ລາວ​ໃນ​ຄັ້ງ​ນີ້. ເຊິ່ງ​ມັນ​ເປັນ​ການ​ປະກອບສ່ວນ​ອັນສຳຄັນ​ເຂົ້າ​ໃນ​ການ​ສະເຫຼີມສະຫຼອງປີ​ສາມັກຄີ​ມິດຕະພາບ ລາວ-ຫວຽດນາມ 2022 ເວົ້າ​ລວມ, ເວົ້າ​ສະເພາະ​ ແມ່ນ​ວັນ​ສ້າງຕັ້ງ​ສາຍ​ພົວພັນ​ການ​ທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ແລະ ການ​ຮ່ວມ​ມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້​ມີ​ບັນຍາກາດຟົດຟື້ນ ແລະ ເປັນ​ຂະ​ບວນ​ການ​ກວ້າງຂວາງ, ທັງ​ເປັນການປະກອບສ່ວນໃນການ​ເພີ່ມ ພູນ​ຄູນ​ສ້າງ​ສາຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນເຊື້ອ, ຄວາມ​ສາມັກຄີ​ແບບ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ກໍ​ຄື​ສອງ​ກອງ ທັບ ລາວ-ຫວຽດນາມ ທີ່​ເຄີຍ​ມີ​ມາ​ແຕ່​ດົນ​ນານ​ແລ້ວ​ນັ້ນ​ໃຫ້​ໝັ້ນຄົງ​ທະ​ນົງ​ແກ່ນ​ຕະຫຼອດ​ໄປ. ໂອກາດ​ນີ້, ສະຫາຍ​ຍັງ​ໄດ້​ອວຍພອນ​ໃຫ້ການ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກຢູ່ ​ສປປ ລາວ ຂອງ​ຄະນະ​ຜູ້​ແທນດັ່ງກ່າວ​ໃນ​ຄັ້ງ​ນີ້ຈົ່ງ​ປະສົບ​ຜົນສຳເລັດ​ຢ່າງ​ຈົບງາມ.

     ໃນ​ໂອກາດ​ດຽວ​ກັນ​ນີ້, ສະຫາຍ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ​ສສ ຫວຽດນາມ ກໍ​ໄດ້​ສະແດງ​ຄວາມ​ຂອບໃຈ​ຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​
ທີ່​ເຕັມ​ໄປ​ດ້ວຍ​ໄມຕີ​ຈິດ​ມິດຕະພາບ​ອັນສະໜິດສະໜົມ​ຖານ​ສະຫາຍ ອ້າຍ-ນ້ອງ. ພ້ອມ​ດຽວ​ກັນ​ນີ້, ສະຫາຍ​ຍັງ​ໄດ້​ແຈ້ງ​ຈຸດປະສົງ​ຂອງ​ການ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ​ສປປ ລາວ ໃນ​ຄັ້ງ​ນີ້​ໃຫ້ສະຫາຍລັດຖະມົນຕີ​ກະຊວງປ້ອງ​ກັນ​ປະເທດ ໄດ້​ຮັບ​ຊາບ​ນຳ​ອີກ. ຂ່າວ​ໃຫ້​ຮູ້​ຕື່ມ​ອີກວ່າ: ໃນ​ຕອນ​ເຊົ້າ​ຂອງ​ວັນ ​ ດຽວ​ກັນ ​ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກອງທັບ​ປະຊາຊົນ ຫວຽດນາມ ຍັງ​ໄດ້​ເຂົ້າ​ຮ່ວມ​ພົບ​ປະ​ໂອ້​ລົມ​ກັບ ສະຫາຍ ພົນ​ຕີ ວົງ​ຄຳ ພົມ​ມະກອນ ຮອງ​ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ​ສປປ ລາວ ຢູ່​ທີ່​ໂຮງແຮມ​ເມືອງແທັງ ພາຍຫຼັງ​ທີ່​ສຳເລັດ​ພິທີ​ຕ້ອນຮັບ​ທາງ​ການ. ເຊິ່ງ​ການ​ພົບ​ປະທັງ​ສອງ​ຝ່າຍ​ກໍ​ໄດ້​ເຫັນ​ດີ​ເປັນ ​ເອກະ​ພາບ​ ບົນ​ພື້ນຖານ​ແມ່ນ​ປະຕິບັດ​ຕາມການຕົກລົງ​ຂອງ​ກົມ​ການເມືອງສູນກາງ​ພັກ​ຂອງ​ທັງ​ສອງ​ຝ່າຍ ແລະ ອະນຸ​ສັນຍາ ​ວ່າ​ດ້ວຍການ​ຮ່ວມມື​ຊ່ວຍເຫຼືອ ​ເຊິ່ງ ແລະ ກັນ​ ລະຫວ່າງສອງກະຊວງ​ປ້ອງ​ກັນ​ປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ແຜນການຮ່ວມ​ມື​ໃນ​ປີ 2022. ການ​ຮ່ວມມືທາງດ້ານ ວຽກ​ງານ​ພັກ-ວຽກ​ງານ​ການເມືອງ, ການ​ກໍ່ສ້າງ​ກຳລັງ, ການແລກປ່ຽນຄະນະ​ຜູ້​ແທນ, ແລກປ່ຽນ​ຂໍ້​ມູນ​ຂ່າວສານ ແລະ ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ກໍ່ສ້າງ ​ບ້ານ ແລະ ກຸ່ມ​ບ້ານ​ພັດທະນາ​ຕາມ​ບໍລິເວນ​ຊາຍ​ແດນ, ສືບຕໍ່​ວຽກ​ງານ​ຂຸດ​ຄົ້ນ​ອັດຖິ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ​ທີ່​ເສຍສະຫຼະ​ຊີວິດ​ ຢູ່​ລາວ​ໃນ​ສະໄໝ​ສົງຄາມ​ກັບ​ຄືນ​ປະເທດ, ສືບຕໍ່​ຊຸກຍູ້​ວຽກ​ງານ​ເຕັກນິກ ແລະ ອຸດສາຫະກຳ​ປ້ອງກັນ​ຊາດ, ສືບຕໍ່​ຊຸກຍູ້ວຽກງານຮ່ວມ​ມື ແລະອຳນວຍ​ຄວາມ ​ສະດວກ​ໃນ​ການ​ຂົນສົ່ງ​ອຸປະກອນ​ເຕັກນິກ​ການ​ທະຫານຜ່ານດິນແດນຂອງ​ຫວຽດນາມມາ​ຍັງ ​ສປປ ລາວ, ເອົາໃຈໃສ່​ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ວຽກ​ງານ​ກໍ່ ສ້າງ​ພະນັກງານ​ທະຫານ​ໜຸ່ມ​ລາວ ຢູ່ ສສ ຫວຽດນາມ ໃຫ້​ໄດ້​ທັງ​ດ້ານ​ປະລິມານ ແລະ ຄຸນ​ນະ​ພາບ, ສະເໜີ​ໃຫ້​ສອງ​ກະຊວງ​ປ້ອງ​ກັນ​ປະເທດເຮົາ​ສືບຕໍ່​ສ້າງ ​ບັນດາ​ກິດຈະກຳ​ພົບ​ປະ​ສ້າງສັນ ເຊັ່ນ: ແລກປ່ຽນ​ທາງ​ດ້ານ​ສິລະ​ປະການສະແດງ, ວັດທະນະທຳ ແລະ ແລກປ່ຽນ​ນາຍ​ທະຫານ​ໜຸ່ມເຊິ່ງກັນ ແລະ ກັນ ເພື່ອ ​ເຮັດ​ໃຫ້ສອງກອງທັບ​ໃຫ້​ມີ​ບັນຍາກາດ​ເບີກບານ​ມ່ວນຊື່ນ ລວມ​ໄປເຖິງບັນຫາອື່ນໆທີ່​ທັງ​ສອງ​ຝ່າຍ​ໄດ້​ຕົກລົງ ແລະ ເຫັນ​ດີ​ຮ່ວມ​ກັນ.

ແຫຼ່ງທີ່ມາ: ຈັນທະວົງ ອຸ່ນວິໄລຫົງ
ວັນທີ 02/11/2022