ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມຮັບສ່ອງແສງວຽກງານພັກ-ວຽກງານການເມືອງ ທົ່ວກົມໃຫຍ່ການເມືອງກອງທັບ


ສະຫາຍ ພົນຕີ ວົງສອນ ອິນປານພິມ ເປັນປະທານກອງປະຊຸມ ຄັ້ງວັນທີ 02/09/2025

    ກອງປະຊຸມຮັບສ່ອງແສງວຽກງານພັກ-ວຽກງານການເມືອງ ທົ່ວກົມໃຫຍ່ການເມືອງກອງທັບ ໄດ້ຈັດຂຶ້ນໃນວັນທີ 1 ກັນຍາ 2025 ນີ້,
ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນ
ປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ ກະຊວງປ້ອງກັນປະເທດ, ຄະນະພັກ ກົມໃຫຍ່ການເມືອງກອງທັບ, ຄະນະ
ພັກຮາກຖານ ແລະ ຄະນະໜ່ວຍພັກ ທົ່ວກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມ.

     ໃນພິທີ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຜັດປ່ຽນກັນສະຫຼຸບສັງລວມ ວຽກງານພັກ-ວຽກງານການເມືອງໃນການນໍາພາ-ຊີ້ນໍາວຽກງານ
ໃນໄລຍະຜ່ານມາ ເຊິ່ງມີຜົນສໍາເລັດຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນແມ່ນໄດ້ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະ
ນັກງານ ສະມາຊິກພັກ, ນັກຮົບ ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ປະຕິບັດຂໍ້ກໍານົດ, ກົດລະບຽບຂອງກອງທັບວາງອອກ
ຢ່າງເຂັ້ມງວດ, ກົມກອງມີຄວາມສະຫງົບປອດໄພ ພ້ອມກັນເຮັດສໍາເລັດໜ້າທີ່ວິຊາສະເພາະເປັນຢ່າງດີ ຕິດແໜ້ນກັບ 4 ໜ້າທີ່ໃຫຍ່ 26 ແຜນ
ງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ຫັນເອົາການລົງກໍ່ສ້າງຮາກຖານການເມືອງ ກັບອໍານາດການປົກຄອງບ້ານຂອບເຂດຮັບຜິດ
ຊອບ ເພື່ອເກັບກໍາສະພາບ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ, ຈັດຕັ້ງປະຕິບັດລະບອບປະຈໍາການ 24 ຊົ່ວໂມງ, ປະຕິບັດແຜນການອົບຮົມ-ຫັດ
ແອບການເມືອງ, ການທະຫານ, ວິຊາສະເພາະ, ເຂົ້າຮ່ວມຮັບຟັງການປາຖະກະຖາມູນເຊື້ອວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ
ຕິດແໜ້ນກັບການເຂົ້າຮ່ວມຊຸກຍູ້ຂະບວນການ ຂອງອົງການຈັດຕັ້ງສະຫະພັນແມ່ຍິງ-ຊາວໜຸ່ມ ແລະ ກໍາມະບານ ເປັນຕົ້ນແມ່ນຈັດຕັ້ງປະຕິບັດ
ຂໍ້ແຂ່ງຂັນ 4 ບຸກ ແລະ ແມ່ຍິງ 3 ດີ ຢ່າງເປັນຂະບວນການຟົດຟື້ນ, ເອົາໃຈໃສ່ກໍ່ສ້າງພັກ-ພະນັກງານ ເຊິ່ງໄດ້ສົ່ງພະນັກງານໄປສຶກສາຮໍ່າຮຽນຍົກ
ລະດັບຄວາມຮູ້ ຄວາມສາມາດ ຢູ່ພາຍໃນ ແລະ ຕ່າງປະເທດ ພ້ອມທັງ, ຄັດເລືອກເອົາມະຫາຊົນຜູ້ກ້າວໜ້າຮຽນສະໜັບສະໜູນ ແລະ ຮຽນ
ກົດລະບຽບພັກ ເພື່ອຂະຫຍາຍເຂົ້າພັກ, ເອົາໃຈໃສ່ປັບປຸງ-ກໍ່ສ້າງໜ່ວຍພັກ ຕາມ 5 ຫຼັກການ 3 ທິດນໍາຂອງພັກ, ດໍາເນີນການເມືອງພາຍໃນຈຸ,
ພາຍໃນໜ່ວຍເປັນປົກກະຕິ ສ້າງໃຫ້ພັກກາຍເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກົມກອງປອດໃສ ປອດໄພ ປອດຄະດີ, ກອງວັດທະ
ນະທຳ-ນັກຮົບວັດທະນະທໍາ.

     ໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ເນັ້ນໜັກຫຼາຍບັນຫາທີ່ສໍາຄັນໃຫ້ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຈົ່ງສືບຕໍ່ເພີ່ມ
ທະວີຄວາມເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ສະມາຊິກພັກ, ນັກຮົບ ໃຫ້ມີຄວາມອຸ່ນອຽນທຸ່ນທຽ່ງ, ມີຄວາມ
ໜັກແໜ້ນເຂັ້ມແຂງ, ເປັນກໍາລັງແຮງນໍາພາ-ຊີ້ນໍາ ຢ່າງຕັ້ງໜ້າເຂົ້າໃນການພັດທະນາປັບປຸງ, ກໍ່ສ້າງກົມກອງໃຫ້ມີທ່າກ້າວຂະຫຍາຍຕົວ.

ແຫຼ່ງຂ່າວໂດຍ ສົມຄິດ ພູມມີຈິດ
ວັນທີ 02/09/2025