ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ
ຢ້ຽມຢາມ ແລະ ເຮັດວຽກ ຢູ່ຣາຊະອານາຈັກກໍາປູເຈຍ


    ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ຣາຊະອານາຈັກກໍາປູເຈຍ ໃນລະຫວ່າງ
ວັນທີ 29-31 ກໍລະກົດ 2024, ນໍາໂດຍ ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ເສ
ນາທິການ ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ, ໂດຍການຕ້ອນຮັບຂອງ ທ່ານ ພົນເອກ ວົງ ປີເຊັນ ຜູ້ບັນຊາການທະຫານສູງສຸດ ກອງທັບ
ແຫ່ງຣາຊະອານາຈັກ ກໍາປູເຈຍ ພ້ອມຄະນະ.

     ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້້ນຢູ່ທີ່ ກອງບັນຊາການທະຫານສູງສຸດ ແຫ່ງຣາຊະອານາຈັກ ກໍາປູເຈຍ, ພາຍຫຼັງສໍາເລັດພິທີຕ້ອນຮັບ
ຢ່າງເປັນທາງການ, ກໍໄດ້ພົບປະສອງຝ່າຍເຊິ່ງທັງສອງຝ່າຍໄດ້ຕີລາຄາສູງຕໍ່ຜົນສໍາເລັດຫຼາຍດ້ານໃນການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນໄລ
ຍະຜ່ານມາ, ການພົບປະທີ່ເປັນມູນເຊື້ອຂອງພວກເຮົາໃນຄັ້ງນີ້, ແມ່ນນອນໃນທ່າມກາງບັນຍາກາດທີ່ສາຍພົວພັນມິດຕະພາບ, ຄວາມສາມັກຄີ
ແລະ ການຮ່ວມມືລະຫວ່າງສອງພັກ-ສອງລັດ ແລະ ສອງກອງທັບ ເວົ້າລວມ, ສະເພາະ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ກັບ ກອງ
ບັນຊາການທະຫານສູງສຸດ ແຫ່ງຣາຊະອານາຈັກ ກໍາປູເຈຍ, ພວມໄດ້ຮັບການເສີມຂະຫຍາຍນັບມື້ແໜ້ນແຟ້ນເຂົ້າສູ່ລວງເລິກ ແລະ ຈະເລີນງອກ
ງາມຍິ່ງໆຂຶ້ນ, ເຊີ່ງສະແດງອອກໃນການແລກປ່ຽນຢ້ຽມຢາມເຊີ່ງກັນ ແລະ ກັນຂອງການນໍາຂັ້ນສູງພັກ-ລັດ ແລະ ການນໍາກະຊວງປ້ອງກັນປະເທດ
ລາວ-ກໍາປູເຈຍ, ໄດ້ໄປມາຫາສູ່ກັນຢ່າງເປັນປົກກະຕິ, ເປັນການຢັ້ງຢືນເຖີງມິດຕະພາບອັນເປັນມູນເຊື້ອ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມມື
ຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ, ມີປະສິດຕິຜົນຍິ່ງໆຂື້ນ. ສອງຝ່າຍເຫັນດີເປັນເອກະພາບໃນການຮ່ວມມືໃນຕໍ່ໜ້າໂດຍສະເພາະແມ່ນ
ສອງກອງທັບ ຕ້ອງໄດ້ຊີ້ນໍາບັນດາກົມກອງ, ທ້ອງຖີ່ນທີ່ເຮັດໜ້າທີ່ຢູ່ລຽບຕາມຊາຍແດນ ລາວ-ກໍາປູເຈຍ ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ ແລະ ສະ
ກັດກັ້ນການສ້າງຄວາມບໍ່ສະຫງົບຢູ່ຕາມຂອບເຂດບໍລິເວນຊາຍແດນຂອງສອງປະເທດ ພ້ອມທັງສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນຕາມ
ບໍລິເວນຊາຍແດນເຊັ່ນ: ການລັກລອບເຂົ້າເມືອງຜິດກົດໝາຍ, ອາດສະຍາກໍາຂ້າມຊາດ, ການຄ້າຢາເສບຕິດ, ການຄ້າມະນຸດ, ການຄ້າຂາຍເຖື່ອນ,
ການຄ້າອາວຸດ ແລະ ການກໍ່ອາດສະຍາກຳຕ່າງໆ ທີ່ຜິດກົດໝາຍ, ຊຸກຍູ້ໃຫ້ຄະນະປະສານງານຂອງສູນປະສານງານ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ
ໄດ້ປະຕິບັດໜ້າທີ່ຕາມການຕົກລົງເຫັນດີຂອງສອງ ລັດຖະມົນກະຊວງປ້ອງກັນປະເທດ. ໃນວັນດຽວກັນ, ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ຮອງ
ລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມກອງພົນ
ນ້ອຍ 70 ແລະ ໄດ້ຖືກຕ້ອນຮັບໂດຍ ທ່ານ ພົນເອກ ເມົາ ໂສະພັນ ຮອງຜູ້ບັນຊາການທະຫານສູງສຸດ ຜູ້ບັນຊາການທະຫານບົກແຫ່ງຣາຊະອານາ
ຈັກ ກໍາປູເຈຍ, ແລະ ຫົວໜ້າກອງພົນນ້ອຍ 70, ພ້ອມໄດ້ຮັບຊົມການສະແດງສີລະປະການປ້ອງກັນຕົວ, ການສະແດງຊ່ວຍເຫຼືອ ແລະ ດັບມອດຄັກ
ຄີໄພ, ຊົມເຄື່ອງຈັກ, ອາຄານ, ຫໍມູນເຊື້ອ, ວີດີໂອສັ້ນ ແລະ ໂຮງໝໍຂອງກອງພົນນ້ອຍ 70.

     ຫຼັງຈາກນັ້ນ, ທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ພ້ອມດ້ວຍຄະນະ ກໍໄດ້ເດີນທາງໄປຍັງກະຊວງປ້ອງກັນປະເທດ, ເຂົ້າຢ້ຽມຂໍ່ານັບ ທ່ານ ພົນ
ເອກ ເຕຍ ໄຊຫາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດແຫ່ງຣາຊະອານາຈັກ ກໍາປູເຈຍ, ໂອກາດດັ່ງກ່າວ ທ່ານ ພົນໂທ ຄໍາ
ລຽງ ອຸທະໄກສອນ ກໍໄດ້ແຈ້ງຈຸດປະສົງໃນການເດີນທາງມາຢ້ຽມຢາມ, ເຮັດວຽກໃນຄັ້ງນີ້ໃຫ້ ທ່ານຮອງນາຍົກໄດ້ຮັບຊາບ, ແລະ ທ່ານ ຮອງນາຍົກ
ລັດຖະມົນຕີ ກໍໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸນ ດ້ວຍໄມຕີຈິດມິດຕະພາບ ແລະ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງ
ຄະນະຜູ້ແທນນາຍທະຫານຂັ້ນສູງ ກອງທັບປະຊາຊົນລາວ ຢູ່ຣາຊະອານາຈັກ ກໍາປູເຈຍ ໃນຄັ້ງນີ້, ພ້ອມທັງອວຍພອນຈົ່ງປະສົບຜົນສໍາເລັດໃນການມາ
ເຮັດວຽກ.

ແຫຼ່ງຂ່າວໂດຍ ພັນຕີ ສີປະພັນ ແກ້ວມະນີວົງ
ວັນທີ 02/08/2024