
ພົນໂທ ສາຍໃຈ ກົມມະສິດ ລົງຕິດຕາມການກໍ່ສ້າງໂຄງການຢູ່ກຸ່ມບ້ານໜອງມ້າ

ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ
ລົງຕິດຕາມການກໍ່ສ້າງໂຄງການຢູ່ກຸ່ມບ້ານໜອງມ້າ ຄັ້ງວັນທີ 27/05/2026
ໃນວັນທີ 27 ພຶດສະພາ 2026 ນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມ
ໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມການກໍ່ສ້າງໂຄງການຮ່ວມມືພັດທະນາບໍລິເວນຊາຍແດນ
ລາວ-ຫວຽດນາມ ຢູ່ກຸ່ມບ້ານໜອງມ້າ ເມືອງບົວລະພາ ແຂວງຄຳມ່ວນ ໂດຍມີຄະນະນໍາຂອງແຂວງ, ຂອງເມືອງ, ສະຫາຍ ພັນເອກ ໂງ
ກວາງ ຫວຽດ ຮອງຜູ້ອຳນວຍການບໍລິສັດ ໂກເອັກໂກ ກອງບັນຊາການທະຫານເຂດ 4 ສສ ຫວຽດນາມ, ຄະນະກຸ່ມບ້ານ ແລະ ພາກ
ສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂຄງການກໍ່ສ້າງດັ່ງກ່າວ ແມ່ນປະຕິບັດຕາມແຜນການຂອງສອງລັດຖະບານ ໃນການພັດທະນາເສດຖະກິດ-ສັງຄົມ, ປັບປຸງພື້ນຖານ
ໂຄງລ່າງ ແລະ ພັດທະນາກຸ່ມບ້ານບໍລິເວນຊາຍແດນ ລາວ-ຫວຽດນາມ ໃຫ້ຈະເລີນດີຂຶ້ນ ໂດຍໂຄງການແມ່ນສຸມໃສ່ປັບປຸງພື້ນຖານໂຄງ
ລ່າງທີ່ສຳຄັນຂອງກຸ່ມບ້ານເຊັ່ນ: ລະບົບເສັ້ນທາງຄົມມະນາຄົມ, ສາທາລະນະສຸກ, ວຽກງານການສຶກສາ, ລະບົບໄຟຟ້າ, ລະບົບນ້ຳລິນຊົມ
ໃຊ້ ແລະ ໂຄງການສົ່ງເສີມກະສິກຳການຜະລິດ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂື້ນ ໂດຍຕິດພັນກັບວຽກງານປ້ອງ
ກັນຊາດ-ປ້ອງກັນຄວາມສະຫງົບ. ນອກນີ້ ບັນດາອະນຸກໍາມະການ-ຄະນະຮັບຜິດຊອບ ກໍ່ໄດ້ພ້ອມກັນປະກອບຄໍາຄິດເຫັນກ່ຽວກັບໂຄງ
ການກໍ່ສ້າງກຸ່ມບ້ານໜອງມ້າ ບົນພື້ນຖານແມ່ນເປັນເອກະພາບກັນໃນບັນດາກິດຈະການກໍ່ສ້າງທີ່ສຳຄັນ ເພື່ອໃຫ້ສໍາເລັດຕາມແຜນການ
ແລະ ເວລາທີ່ໄດ້ກຳນົດໄວ້.
ໂອກາດນີ້ ສະຫາຍ ພົນໂທ ສາຍໃຈ ກົມມະສິດ ໄດ້ໃຫ້ທິດຊີ້ນຳ ແລະ ເນັ້ນໜັກຫຼາຍບັນຫາທີ່ສຳຄັນເປັນຕົ້ນແມ່ນ: ສະເໜີໃຫ້ທັງ
ສອງຝ່າຍ ລາວ-ຫວຽດນາມ ສືບຕໍ່ປະສານງານໃຫ້ມີຄວາມເອກະພາບກັນ, ການພົວພັນປະສານງານລະຫວ່າງອຳນາດການປົກຄອງຂັ້ນ
ບ້ານ ແລະ ກຸ່ມບ້ານ ຕະຫຼອດຮອດອົງການຈັດຕັ້ງຕ່າງໆ, ປຸກລະດົມພໍ່ແມ່ປະຊາຊົນບັນດາບ້ານຈົ່ງພ້ອມກັນມີສ່ວນຮ່ວມ ແລະ ໃຫ້ການ
ຮ່ວມມືກັບບໍລິສັດທີ່ລົງເຄື່ອນໄຫວບຸກເບີກພື້ນທີ່ຕ່າງໆ ເພື່ອກໍ່ສ້າງໃຫ້ກຸ່ມບ້ານດັ່ງກ່າວກາຍເປັນກຸ່ມບ້ານພັດທະນາໃນຕໍ່ໜ້າ ແລະ ເພື່ອ
ເຮັດໃຫ້ວຽກງານບຸກທະລຸດ້ານຕ່າງໆ ມີຜົນສຳເລັດຕາມແຜນການທີ່ວາງໄວ້. ໂອກາດລົງເຄື່ອນໄຫວຄັ້ງນີ້, ສະຫາຍ ພົນໂທ ສາຍໃຈ ກົມ
ມະສິດ ຍັງໄດ້ມອບວັດຖຸປັດໄຈຈຳນວນໜຶ່ງໃຫ້ ກອງຮ້ອຍທະຫານຊາຍແດນ ແລະ ອຳນາດການປົກຄອງກຸ່ມບ້ານໜອງມ້າ ເມືອງບົວລະ
ພາ ແຂວງຄຳມ່ວນ ຕື່ມອີກ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 02/06/2026